leftcenterrightdel
ບັນຍາກາດທີ່ຊຸດບໍາລຸງສ້າງ. ພາບ: baothainguyen.vn.

ເຂົ້າຮ່ວມຊຸດບໍາລຸງສ້າງມີພະນັກງານ ແລະສະມາຊິກໃນທົ່ວແຂວງ 120 ກວ່າຄົນ. ຊຸດບໍາລຸງສ້າງໄດ້ຮັບຟັງທ່ານພັນໂທ ຈິ້ງກວາງຄອຍ, ຫ້ອງໂຄສະນາອົບຮົມ, ພະແນກການເມືອງທະຫານເຂດ 1 ບັນລະຍາຍເນື້ອໃນກ່ຽວກັບການພົວພັນມິດຕະພາບລະຫວ່າງຫວຽດນາມ-ລາວ ໃນປະຈຸບັນ; ສອງປະເທດໄດ້ໜູນຊ່ວຍກັນພັດທະນາ, ບັນລຸໄດ້ຜົນງານອັນໃຫຍ່ຫຼວງຫຼາຍຢ່າງ, ມີຄວາມໝາຍປະຫວັດສາດທາງດ້ານເສດຖະກິດ, ສັງຄົມ ແລະການພົວພັນຕ່າງປະເທດ; ການພົວພັນຮ່ວມມືສະໜິດຕິດແໜ້ນລະຫວ່າງສອງປະເທດໄດ້ຮັບການຍູ້ແຮງ ແລະເປີດກວ້າງໃນຫຼາຍຂົງເຂດ...

ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວເພື່ອປະກອບສ່ວນເຂົ້າໃນການເພີ່ມທະວີຄວາມເຂົ້າໃຈໃຫ້ແກ່ສະມາຊິກ, ປັບປຸງ ແລະພັດທະນາສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ - ລາວ.

ໂດຍ: ທະນາພອນ