ຈຸດປະສົງກອງປະຊຸມພົບປະຄັ້ງນີ້, ເພື່ອພົບປະແລກປ່ຽນລະຫວ່າງພາກລັດກັບພາກທຸລະກິດ ໂດຍສະເພາະແມ່ນຄະນະນຳແຂວງຈໍາປາສັກ ກັບບັນດານັກທຸລະກິດຫວຽດນາມ ທີ່ດໍາເນີນທຸລະກິດຢູ່ແຂວງຈຳປາສັກ ໃນການປຶກສາຫາລືບັນຫາຄວາມຫຍຸ້ງຍາກໃນກົນໄກການລົງທຶນ, ນະໂຍບາຍ ແລະສະພາບແວດລ້ອມຂອງລາວ ທີ່ສົ່ງຜົນກະທົບຕໍ່ການເຄື່ອນໄຫວຂອງວິສາຫະກິດຫວຽດນາມ ທີ່ດໍາເນີນການລົງທຶນ, ການຜະລິດ ແລະທຸລະກິດຢູ່ລາວ. ເວົ້າລວມ, ເວົ້າສະເພາະແມ່ນແຂວງຈຳປາສັກ ເພື່ອປະກອບສ່ວນໃນການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ກໍ່ຄືວາລະຂອງແຂວງ ແນໃສ່ແກ້ໄຂສະພາບເສດຖະກິດ-ການເງິນ.

leftcenterrightdel
ບັນຍາກາດທີ່ກອງປະຊຸມພົບປະ. ພາບ: ສະຖານກົງສູນໃຫຍ່ຫວຽດນາມ ປະຈໍາ ແຂວງຈໍາປາສັກ.

ກ່າວຄໍາເຫັນທີ່ກອງປະຊຸມພົບປະ, ທ່ານ ບຸ່ຍເຖຢູງ ຕີລາຄາສູງການຮ່ວມມື ແລະການເຂົ້າຮ່ວມຂອງບັນດາສະຫາຍການນໍາພະແນກການ, ຂະແໜງການຂອງແຂວງຈໍາປາສັກ ແລະບັນດາວິສາຫະກິດຫວຽດນາມ; ຫວັງວ່າກົນໄກການປຶກສາຫາລືນີ້ຈະສ້າງພື້ນຖານເພື່ອເພີ່ມທະວີການຮ່ວມມືລະຫວ່າງບັນດາວິສາຫະກິດຫວຽດນາມກັບອໍານາດການປົກຄອງແຂວງຈໍາປາສັກ, ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດໃນການດໍາເນີນທຸລະກິດ ແລະການລົງທຶນຢູ່ແຂວງຈໍາປາສັກ.

ໂອກາດດັ່ງກ່າວ, ທ່ານເຈົ້າແຂວງຈໍາປາສັກ ໄດ້ສະແດງຄວາມຂອບໃຈຕໍ່ບັນດານັກທຸລະກິດ, ຜູ້ປະກອບການຊາວຫວຽດນາມ ທີ່ດຳເນີນທຸລະກິດຢູ່ແຂວງຈຳປາສັກ ກໍ່ຄືໝາກຜົນຂອງການຮ່ວມມືລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງຊາດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ແຂວງຈຳປາສັກ ກັບ 16 ແຂວງ ແລະ 3 ນະຄອນ ຂອງ ສສ ຫວຽດນາມ, ໂດຍພາຍໃຕ້ການຊຸກຍູ້ຊ່ວຍເຫຼືອ ແລະການນຳພາຂອງທ່ານ ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍາ ພາກໃຕ້ລາວ ຢ່າງມີປະສິດທິພາບ. ປະກອບສ່ວນເຂົ້າໃສ່ແຜນວຽກຈຸດສຸມ, ປຸກລະດົມກໍາລັງແຮງໃນການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ.

leftcenterrightdel
ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ (ເບື້ອງຊ້າຍ) ກ່າວຄໍາເຫັນທີ່ກອງປະຊຸມພົບປະ.  ພາບ: ສະຖານກົງສູນໃຫຍ່ຫວຽດນາມ ປະຈໍາ ແຂວງຈໍາປາສັກ.

ກົນໄກການປຶກສາຫາລືລະຫວ່າງພາກລັດ ແລະພາກທຸລະກິດຂັ້ນແຂວງກໍເປັນສ່ວນໜຶ່ງໃນແຜນວຽກຈຸດສຸມວາລະຂອງແຂວງ ແລະທັງເປັນເວທີເປີດໂອກາດໃຫ້ພາກລັດ ແລະພາກທຸລະກິດໄດ້ພົບປະແລກປ່ຽນກັນຢ່າງໃກ້ຊິດໃນການສະເໜີບັນຫາຂໍ້ຫຍຸ້ງຍາກການດໍາເນີນທຸລະກິດ, ຊ່ວຍຂະແໜງການພາກລັດຂັ້ນແຂວງໃນການກໍານົດຫົວຂໍ້ບັນຫາບູລິມະສິດທີ່ຈະຕ້ອງໄດ້ຮັບການແກ້ໄຂເພື່ອປັບປຸງສະພາບແວດລ້ອມການດຳເນີນທຸລະກິດ ແລະເພີ່ມຂີດຄວາມສາມາດການແຂ່ງຂັນຂອງພາກທຸລະກິດ ພາຍໃນແຂວງໃຫ້ດີຂຶ້ນ.

ໂດຍ: ກວຽດເຕິມ