leftcenterrightdel
ພະນັກງານຄ້າຍທະຫານຊາຍແດນຕາມຈຸງ ແລກປ່ຽນສະພາບການຄຸ້ມຄອງ, ປົກປັກຮັກສາຊາຍແດນ ແລະການປ້ອງກັນ, ຕ້ານພະຍາດໂຄວິດ -19 ກັບກໍາລັງປະກອບອາວຸດເມືອງສົບເບົາ. ພາບ: baothanhhoa.vn.

ຢູ່ທີ່ຫຼັກໝາຍເລກທີ 281 ຊາຍແດນຫວຽດນາມ-ລາວ, ຄະນະພະນັກງານຂອງຄ້າຍທະຫານຊາຍແດນ ຕາມຈຸງ ໄດ້ມີການແລກປ່ຽນກ່ຽວກັບວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19, ດໍາເນີນການສ້າງປ້ອມຄວບຄຸມປ້ອງກັນ, ຕ້ານພະຍາດໂຄວິດ-19 ຢູ່ບ້ານອອນຕື່ມອີກ ແລະແຈ້ງໃຫ້ກໍາລັງທີ່ກ່ຽວຂ້ອງຂອງປະເທດເພື່ອນລາວ ຮັບຊາບກ່ຽວກັບສະພາບການຄຸ້ມຄອງ, ປົກປັກຮັກສາຊາຍແດນ, ວຽກງານເຂົ້າ-ອອກເມືອງ.

leftcenterrightdel
ມອບວັດຖຸອຸປະກອນການແພດ ແລະສະບຽງອາຫານໃຫ້ແກ່ກອງຮ້ອຍຊາຍແດນ 214, ດ່ານຊາຍແດນສົມຫວັງ, ເມືອງສົບເບົາ ເພື່ອປ້ອງກັນ, ຕ້ານພະຍາດໂຄວິດ-19. ພາບ: baothanhhoa.vn

ພ້ອມກັນນັ້ນ, ຄ້າຍທະຫານຊາຍແດນຕາມຈຸງ ກໍ່ໄດ້ມອບວັດຖຸອຸປະກອນການແພດລວມມີ: ຜ້າອັດປາກ-ອັດດັງຈໍານວນ 3.000 ອັນ, ເຈວລ້າງມື ແລະສະບຽງອາຫານທີ່ຈໍາເປັນໃຫ້ແກ່ກອງຮ້ອຍຊາຍແດນ 214, ດ່ານຊາຍແດນສົມຫວັງ, ເມືອງສົບເບົາ, ແຂວງຫົວພັນ ເພື່ອປ້ອງກັນ, ຕ້ານພະຍາດໂຄວິດ-19...

ໂດຍ: ໄຊຊະນະ