ພິເສດ, ໃນລະຫວ່າງວັນທີ 19-20 ພຶດສະພາ, ໜັງສືພິມປະຊາຊົນ ໄດ້ລົງສອງບົດນຳດ້ວຍຫົວຂໍ້ “ປະທານໂຮ່ຈີມິນ, ຜູ້ສ້າງຕັ້ງພັກກອມມູນິດອິນດູຈີນ” ແລະບົດນໍາ “ເລື່ອງການສ້າງຕັ້ງພັກກອມມູນິດອິນດູຈີນ”. ໃນຂະນະນັ້ນ, ວັນທີ 15-18-19-20 ພຶດສະພາ, ໜັງສືພິມປະເທດລາວ ໄດ້ມີບັນດາບົດຂຽນກ່ຽວກັບປະທານໂຮ່ຈີມິນ ລວມມີ: “ເວົ້າ ແລະການກະທຳຂອງປະທານໂຮ່ຈີມິນ ກັບລາວ”, “ໂຮ່ຈີມິນ ຜູ້ນຳທີ່ຍິ່ງໃຫຍ່ ແລະແສນເຄົາລົບຮັກຂອງປະຊາຊົນຫວຽດນາມ”, “ຮ່ຳຮຽນຕາມຄຸນສົມບັດສິນທຳປະຕິວັດຂອງປະທານໂຮ່ຈີມິນ” ແລະບົດ “ປະທານໂຮ່ຈີມິນ ຕໍ່ກັບພາລະກິດການປະຕິວັດລາວ”...

leftcenterrightdel
ພາບປະກອບຄັດຈາກສຳນັກຂ່າວສານຫວຽດນາມ

ບົດນຳຂອງໜັງສືພິມປະຊາຊົນ ມີຕອນຂຽນວ່າ: “ໃນວິວັດການໄປຊອກຫາເສັ້ນທາງກູ້ຊາດ, ປະທານໂຮ່ຈີມິນ ໄດ້ໄປຕາມລັດທິມາກ-ເລນິນ, ເຂົ້າຮ່ວມການສ້າງຕັ້ງພັກກອມມູນິດຝະລັ່ງ ໃນປີ 1920 ແລະກາຍເປັນຄົນຫວຽດນາມຜູ້ທຳອິດເຂົ້າເປັນສະມາຊິກພັກກອມມູນິດ. ຈາກນັ້ນເພິ່ນ ໄດ້ນຳພາສ້າງຕັ້ງພັກກອມມູນິດອິນດູຈີນ ເຊິ່ງເປັນຕົ້ນກຳເນີດຂອງພັກກອມມູນິດຫວຽດນາມ ແລະພັກປະຊາຊົນປະຕິວັດລາວ, ບັນດາການອຸທິດສ່ວນຂອງປະທານໂຮ່ຈີມິນ ນັ້ນ ໄດ້ຮັບການຕີລາຄາສູງຈາກເພື່ອນມິດສາກົນ... ເນື່ອງໃນໂອກາດສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດຂອງປະທານໂຮ່ຈີມິນ, ເພື່ອນມິດສາກົນຫຼາຍຄົນໄດ້ຕີລາຄາສູງບົດບາດຂອງພັກກອມມູນິດຫວຽດນາມ ພາຍໃຕ້ການຊີ້ນຳ, ນຳພາຂອງປະທານໂຮ່ຈີມິນ. ເພື່ອນມິດສາກົນລ້ວນແຕ່ຮູ້ວ່າພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ ແລະປະທານໂຮ່ຈີມິນ, ປະຊາຊົນຫວຽດນາມ ມີຊີວິດນັບມື້ນັບມີຄວາມວັດທະນາຖາວອນ, ຄວາມຜາສຸກ ແລະພັດທະນາ”.

ບົດຂຽນ “ເວົ້າ ແລະການກະທຳຂອງປະທານໂຮ່ຈີມິນ ກັບລາວ” ແລະປະທານໂຮ່ຈີມິນຕໍ່ກັບພາລະກິດການປະຕິວັດລາວ” ຂອງໜັງສືພິມປະເທດລາວ ມີຕອນຂຽນວ່າ: “ປະທານໂຮ່ຈີມິນ ແມ່ນໜຶ່ງໃນບັນດານັກເຄື່ອນໄຫວດີເລີດຂອງຂະບວນການຜູ້ອອກແຮງງານ ແລະກອມມູນິດສາກົນ ເພື່ອແນໃສ່ປົດປ່ອຍປະເທດຊາດອອກຈາກແອກຄອບຄອງຂອງພວກລ່າເມືອງຂຶ້ນແບບເກົ່າ ແລະໃໝ່. ຕໍ່ກັບການປະຕິວັດລາວ, ນັບແຕ່ໄລຍະຕ້ານພວກລ່າເມືອງຂຶ້ນແບບເກົ່າ ຮອດໄລຍະຕ້ານພວກລ່າເມືອງຂຶ້ນແບບໃໝ່, ປະທານໂຮ່ຈີມິນ ຍາມໃດກໍ່ຕິດຕາມຢ່າງໃກ້ຊິດຕິດແທດຂະບວນການຕໍ່ສູ້ຂອງບັນດານັກປະຕິວັດລາວ... ປີ 1930, ເພິ່ນ ໄດ້ສ້າງຕັ້ງພັກກອມມູນິດອິນດູຈີນຂຶ້ນ. ປີ 1934, ຄະນະພັກແຄວ້ນລາວ ໄດ້ຮັບການສ້າງຕັ້ງຂຶ້ນຢູ່ນະຄອນຫຼວງວຽງຈັນ ແລະທີ່ກອງປະຊຸມໃຫຍ່ ຄັ້ງທີ II ຂອງພັກກອມມູນິດອິນດູຈີນ ປີ 1951, ປະທານໂຮ່ຈີມິນ ໄດ້ຍົກອອກຂໍ້ລິເລີ່ມໃຫ້ສອງປະເທດລາວ ແລະກຳປູເຈຍ ອ້າຍນ້ອງສ້າງຕັ້ງພັກກອມມູນິດສະເພາະຂອງແຕ່ລະປະເທດ, ນັບແຕ່ຄາວນັ້ນມາ, ປະທານໂຮ່ຈີມິນ ໄດ້ສືບຕໍ່ນຳພາພະນັກງານ, ນັກຮົບ ແລະປະຊາຊົນຫວຽດນາມ ຊ່ວຍເຫຼືອການປະຕິວັດລາວ ໃນທຸກຂົງເຂດ”.

ໜັງສືພິມເນັ້ນໜັກວ່າ “ສຳລັບການພົວພັນສາມັກຄີແບບພິເສດ ລາວ ແລະຫວຽດນາມ ເຊິ່ງປະທານໂຮ່ຈີມິນ ໄດ້ສ້າງຕັ້ງ ແລະເພີ່ມພູນຄູນສ້າງ, ຍາມໃດເພິ່ນ ກໍ່ຕັກເຕືອນບັນດາພະນັກງານ ແລະສະມາຊິກພັກຂອງຫວຽດນາມ ວ່າຕ້ອງຮັກສານ້ຳໃຈສາມັກຄີແບບພິເສດລາວ ແລະຫວຽດນາມ ຄືຮັກສາແກ້ວຕາຂອງຕົນ”.

ບົດຂຽນສະຫຼຸບວ່າ “ມູນເຊື້ອສາມັກຄີແບບພິເສດລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດລາວ-ຫວຽດນາມ ໂດຍປະທານໂຮ່ຈີມິນ ເປັນຜູ້ກໍ່ຕັ້ງ. ພວກເຮົາທຸກຄົນຕ້ອງພ້ອມກັນຮັກສາ ແລະເຄົາລົບນັບຖືສາຍພົວພັນນີ້ໄວ້ຄືດັ່ງບົດກະວີ ເຊິ່ງປະທານໂຮ່ຈີມິນ ໄດ້ຂຽນ: “ຮັກຫອມກັນໝາຍໝັ້ນ, ຫຼາຍສັນພູກໍ່ປີນໄຕ່ / ຫຼາຍນໍ້າໃຫຍ່ ແລະໂຄກຄ້ອຍຂວາງກັ້ນກໍ່ດຸ່ງໄປ / ສອງຊາດລາວ-ຫວຽດ ໄດ້ ຝັງຄວາມຮັກຢູ່ໃນໃຈ / ຮົ່ງຮ່າທັງແມ່ຂອງ, ບໍ່ເລິກປຸນປານໄດ້.

ໂດຍ: ແສງເດືອນ