ທີ່ການຕ້ອນຮັບ, ທ່ານ ເຈືອງຮວ່າບິ່ງ ສະແດງຄວາມພາກພູມໃຈເມື່ອເຫັນວ່າການພົວພັນຮ່ວມມືມິດຕະພາບຮອບດ້ານ, ພິເສດຫວຽດນາມ-ລາວ ນັບມື້ນັບພັດທະນາຢ່າງເລິກເຊິ່ງກ້ວາງຂວາງ ແລະມີປະສິດທິຜົນໃນທຸກຂົງເຂດ, ບັນດາກະຊວງ, ຂະແໜງການ ແລະທ້ອງຖິ່ນຂອງສອງປະເທດ. ນີ້ແມ່ນພື້ນຖານສຳຄັນ ເພື່ອໃຫ້ສອງປະເທດສືບຕໍ່ມີບາດກ້າວພັດທະນາຢ່າງແຮງໃນໄລຍະຈະມາເຖິງ, ໃຫ້ສົມກັບມູນເຊື້ອການປະຕິວັດສະໜິດແໜ້ນ, ນ້ຳໃຈສາມັກຄີ, ຄວາມສະໜິດຕິດພັນລະຫວ່າງສອງປະເທດຫວຽດນາມ-ລາວ.

leftcenterrightdel
ທ່ານ ເຈືອງຮວ່າບິ່ງ ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ຕ້ອນຮັບທ່ານ ຄຳພາ ແສງດາລາ ປະທານສານປະຊາຊົນສູງສຸດລາວ. ພາບ: baoquocte.vn.

ທ່ານ ເຈືອງຮວ່າບິ່ງ ກໍ່ເນັ້ນໜັກ ແລະແບ່ງປັນກັບທ່ານ ຄຳພາ ແສງດາລາ ກ່ຽວກັບບົດບາດສຳຄັນຂອງລະບົບສານໃນການກໍ່ສ້າງ ແລະປະຕິບັດຍຸດທະສາດການປະຕິຮູບຕຸລາການຂອງຫວຽດນາມ, ບົດຮຽນການຄຸ້ມຄອງຖັນແຖວພະນັກງານສານເພື່ອຮັກສາຄວາມສັດຊື່ບໍລິສຸດ, ຈະແຈ້ງ, ປອດໃສ, ຍົກສູງກຳລັງຄວາມສາມາດດ້ານວິຊາການ ແລະທາດແທ້ຄຸນສົມບັດຂອງຖັນແຖວຜູ້ພິພາກສາເວົ້າສະເພາະ ແລະພະນັກງານສານເວົ້າລວມໃນການປະຕິບັດຄວາມຍຸດຕິທຳ...

ທ່ານ ຄຳພາ ແສງດາລາ ແຈ້ງໃຫ້ທ່ານ ເຈືອງຮວ່າບິ່ງ ຮັບຊາບກ່ຽວກັບໝາກຜົນອັນດີງາມຂອງການພົບປະເຈລະຈາລະຫວ່າງການນຳສານຂອງສອງປະເທດເຊິ່ງໄດ້ດຳເນີນໃນວັນດຽວກັນ. ນີ້ແມ່ນຂີດໝາຍສຳຄັນເພື່ອໃຫ້ຂະແໜງສານສອງປະເທດສືບຕໍ່ເສີມຂະຫຍາຍການພົວພັນທີ່ເປັນມູນເຊື້ອອັນດີງາມໃນໄລຍະຈະມາເຖິງ. ພ້ອມທັງ, ຕີລາຄາສູງບັນດາບົດຮຽນຂອງຫວຽດນາມ ກ່ຽວກັບການສົມທົບກັນລະຫວ່າງສານຂັ້ນຕ່າງໆກັບສານປະຊາຊົນສູງສຸດ...

ທ່ານ ຄຳພາ ແສງດາລາ ກໍ່ສະແດງຄວາມຂອບອົກຂອບໃຈຝ່າຍຫວຽດນາມ ໃນການຈັດຕັ້ງການບຳລຸງກໍ່ສ້າງພະນັກງານສານໃຫ້ຝ່າຍ ລາວ ໃນໄລຍະຜ່ານມາກໍ່ຄືການກະກຽມໃຫ້ຊຸດຝຶກອົບຮົບບຳລຸງວິຊາສະເພາະໃຫ້ຜູ້ພິພາກສາຂະແໜງສານລາວ ໃນປີ 2019 ແລະການສະໜັບສະໜູນຂອງຂະແໜງສານຫວຽດນາມ ທີ່ຊ່ວຍເຫຼືອ ລາວ ຈັດຕັ້ງກອງປະຊຸມສານບັນດາແຂວງຢູ່ເຂດຊາຍແດນ 3 ປະເທດ ຫວຽດນາມ - ລາວ - ກໍາປູເຈຍ ເຊິ່ງຈະດໍາເນີນຢູ່ລາວໃນໄລຍະຈະມາເຖິງ.

ໂດຍ: ແສງເດືອນ