ເຂົ້າຮ່ວມພິທີມີທ່ານ ວິໄລວົງ ບຸດດາຄໍາ ປະທານສູນກາງສະມາຄົມມິດຕະພາບລາວ - ຫວຽດນາມ, ຜູ້ຕາງໜ້າອໍານາດການປົກຄອງແຂວງເຊກອງ ແລະສະຖານກົງສູນໃຫຍ່ຫວຽດນາມ ປະຈໍາ ປາກເຊ.

leftcenterrightdel
ພິທີມອບ-ຮັບເຮືອນມິດຕະພາບຫວຽດນາມ - ລາວ ໃຫ້ແກ່ແມ່ເຖົ້າ ກັນເຈຍ, ແຂວງເຊກອງ.  ພາບ:  vov.vn.

ເຮືອນຫຼັງນີ້ມີມູນຄ່າ 700 ລ້ານດົ່ງ, ໂດຍສູນກາງສະມາຄົມມິດຕະພາບຫວຽດນາມ - ລາວ ຂົນຂວາຍບັນດາອົງການຈັດຕັ້ງສະມາຊິກບໍລິຈາກ. ເຮືອນຫຼັງນີ້ມອບໃຫ້ແມ່ເຖົ້າ ກັນເຈຍ, ຢູ່ແຂວງເຊກອງ, ເຊິ່ງເປັນແມ່ຍິງລາວຜູ້ທີ່ໄດ້ຜ່ານຜ່າຮົ້ວກີດຂວາງກ່ຽວກັບຮີດຄອງປະເພນີຂອງຊາດ, ແບ່ງປັນນໍ້ານົມທີ່ກໍາລັງລ້ຽງລູກນ້ອຍຂອງຕົນເພື່ອກູ້ເອົາຊີວິດທະຫານອາສາສະໝັກຫວຽດນາມ ຜູ້ຖືກບາດເຈັບສາຫັດໃນການຕໍ່ສູ້ຕ້ານຈັກກະພັດອາເມລິກາ ກ່ອນນີ້ກວ່າ 40 ປີ.

ເລື່ອງລາວທີ່ຕື້ນຕັນໃຈນັ້ນແມ່ນປະກົດການທີ່ມີຊີວິດຊີວາກ່ຽວກັບການເສຍສະຫຼະອັນສູງສົ່ງ ແລະຄວາມຮັກແພງອຸ້ມຊູຊ່ວຍເຫຼືອເຊິ່ງກັນ ແລະກັນລະຫວ່າງປະຊາຊົນສອງປະເທດ ຫວຽດນາມ - ລາວ, ເປັນການກະທໍາອັນສູງສົ່ງປະກອບສ່ວນເພີ່ມພູນຄູນສ້າງນໍ້າໃຈສາມັກຄີມິດຕະພາບແບບພິເສດຫວຽດນາມ - ລາວ, ລາວ - ຫວຽດນາມ.

leftcenterrightdel
ມອບປື້ມເງິນຝາກປະຢັດມູນຄ່າ 90 ລ້ານດົ່ງໃຫ້ແກ່ແມ່ເຖົ້າ ກັນເຈຍ. ພາບ:  vov.vn.

ເນື່ອງໃນໂອກາດນີ້, ຄະນະຍັງໄດ້ມອບປື້ມເງິນຝາກປະຢັດທີ່ມີມູນຄ່າ 90 ລ້ານດົ່ງ ແລະໂທລະພາບໜຶ່ງໜ່ວຍມີມູນຄ່າ 10 ລ້ານດົ່ງ ໃຫ້ແມ່ເຖົ້າ ກັນເຈຍ.

ກ່າວຄໍາເຫັນທີ່ພິທີມອບ-ຮັບ ແລະເປີດນໍາໃຊ້ເຮືອນແຫ່ງນໍ້າໃຈມິດຕະພາບຫວຽດນາມ - ລາວ, ທ່ານ ວິໄລວົງ ບຸດດາຄໍາ ປະທານສູນກາງສະມາຄົມມິດຕະພາບລາວ - ຫວຽດນາມ  ຢັ້ງຢືນວ່າ ເຮືອນທີ່ມອບໃຫ້ແມ່ເຖົ້າ ກັນເຈຍ ນັ້ນແມ່ນຂອງຂວັນອັນລໍ້າຄ່າສະແດງໃຫ້ເຫັນສິນທໍາກິນເຂົ້າຄິດຮອດຄຸນນາກິນປາຄິດຮອດຄຸນນໍ້າ, ນໍ້າໃຈສະໜິດຕິດພັນ, ຮ່ວມທຸກຮ່ວມສຸກຮ່ວມເປັນຮ່ວມຕາຍ ແລະກໍເປັນສະຖານທີ່ສຶກສາອົບຮົມມູນເຊື້ອປະຕິວັດ ແລະນໍ້າໃຈມິດຕະພາບແບບພິເສດຫວຽດນາມ - ລາວ, ລາວ - ຫວຽດນາມ.

ໂດຍ: ໄຊຊະນະ