ທີ່ບັນດາການເຂົ້າຢ້ຽມຂໍ່ານັບ, ທ່ານ ເຈິ່ນວັນຕຸ໋ຍ ໄດ້ຕາງໜ້າຄະນະສະແດງຄວາມຂອບໃຈຕໍ່ປະທານສະພາແຫ່ງຊາດລາວ, ຮອງປະທານປະເທດລາວ ແລະຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປະຊາຊົນ ປະຕິວັດລາວ ທີ່ໄດ້ສະຫຼະເວລາຕ້ອນຮັບ ແລະສະຫງວນອາລົມຈິດອັນສະໜິດສະໜົມໃຫ້ຄະນະ, ພ້ອມທັງລາຍງານກັບປະທານສະພາແຫ່ງຊາດລາວ, ຮອງປະທານ ປະເທດລາວ ແລະຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປະຊາຊົນ ປະຕິວັດລາວ ຮັບຊາບກ່ຽວກັບຜົນການເຮັດວຽກກ່ອນໜ້ານັ້ນກັບສະມາຄົມມິດຕະພາບລາວ-ຫວຽດນາມ, ກໍຄືທິດທາງ ແລະແຜນການຮ່ວມມືລະຫວ່າງສອງສູນກາງສະມາຄົມ ໃນໄລຍະຈະມາເຖິງ.

leftcenterrightdel
ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດລາວ ຕ້ອນຮັບຄະນະຜູ້ແທນສູນກາງສະມາຄົມມິດຕະພາບຫວຽດນາມ - ລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ປະທານສະພາແຫ່ງຊາດລາວ, ຮອງປະທານປະເທດລາວ ແລະຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດລາວ ຕີລາຄາສູງການຢ້ຽມຢາມ ແລະເຮັດວຽກຂອງຄະນະຢູ່ລາວ ໃນຄັ້ງນີ້; ຖືວ່າການຢ້ຽມຢາມໄດ້ປະກອບສ່ວນປຸກລະດົມ, ເພ່ີມພູນຄູນສ້າງ ແລະພັດທະນາການພົວພັນພິເສດລະຫວ່າງສອງປະເທດ, ເພາະວ່າການພົວພັນພິເສດ ລາວ - ຫວຽດນາມ ແມ່ນການພົວພັນທີ່ເປັນຕາຍ, ແມ່ນກົດເກນແຫ່ງການຄົງຕົວ ແລະພັດທະນາຂອງແຕ່ລະປະເທດ; ຂອບໃຈພັກ, ລັດ ແລະປະຊາຊົນຫວຽດນາມອ້າຍນ້ອງ ຍາມໃດກໍໃຫ້ການຊ່ວຍເຫຼືອອັນລໍ້າຄ່າ, ໃຫຍ່ຫຼວງ, ທັນການ ແລະບໍ່ມີເງື່ອນໄຂແກ່ລາວ ໃນຕະຫຼອດໄລຍະຜ່ານມາ.

leftcenterrightdel
ທ່ານ ພັນຄໍາ ວິພາວັນ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດລາວ ຕ້ອນຮັບຄະນະຜູ້ແທນສູນກາງສະມາຄົມມິດຕະພາບຫວຽດນາມ - ລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ກອນໜ້ານັ້ນ, ໃນຕອນເຊົ້າວັນດຽວກັນ, ຄະນະຜູ້ແທນສູນກາງສະມາຄົມມິດຕະພາບຫວຽດນາມ - ລາວ ນໍາໂດຍທ່ານ ເຈິ່ນວັນຕຸ໋ຍ ໄດ້ມີການພົບປະເຈລະຈາກັບຄະນະຜູ້ແທນສູນກາງສະມາຄົມມິດຕະພາບລາວ-ຫວຽດນາມ ນໍາໂດຍ ທ່ານ ວິໄລວົງ ບຸດດາຄໍາ, ກໍາມະການສູນກາງພັກ, ປະ​ທານ​ກຳມາ​ທິການ​ແຜ​ນການ ການ​ເງິນ ​ແລະການກວດ​ສອບຂອງສະພາແຫ່ງຊາດ, ປະທານສະມາຄົມມິດຕະພາບລາວ-ຫວຽດນາມ...

ໂດຍ: ໄຊຊະນະ