ການນຳແຂວງເຊີນລາ ອວຍພອນວັນຊາດ ແຫ່ງ ສປປ ລາວ ຄົບ 50 ປີ
ກປ.ອອນໄລ - ວັນທີ 26 ພະຈິກ, ຄະນະປະຕິບັດງານຂອງແຂວງເຊີນລາ ນຳໂດຍທ່ານ ຈາອາກົວ, ຮອງເລຂາພັກແຂວງ, ປະທານຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ແຂວງ ໄປອວຍພອນສະຖານທູດລາວ ປະຈຳ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ແຫ່ງ ສປປ ລາວ ຄົບ 50 ປີ (2-12-1975 / 2-12-2025) ແລະວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ.
ຕາງໜ້າໃຫ້ຄະນະປະຕິບັດງານແຂວງເຊີນລາ, ທ່ານ ຈາອາກົວ ໄດ້ສົ່ງພອນໄຊອັນປະເສີດມາຍັງສະຖານທູດ ແລະປະຊາຊົນລາວ ບັນດາເຜົ່າ; ຢືນຢັນວ່າ ແຂວງເຊີນລາ ຍາມໃດກໍ່ຖືເປັນສໍາຄັນ ແລະຮັກສາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ-ລາວ. ໃນໄລຍະຈະມາເຖິງ, ແຂວງເຊີນລາ ຈະສືບຕໍ່ເພີ່ມທະວີການຮ່ວມມືໃນບັນດາຂົງເຂດ: ການທູດປະຊາຊົນ, ການສຶກສາ ແລະບໍາລຸງສ້າງ, ການຄ້າຊາຍແດນ, ການເຊື່ອມຕໍ່ການທ່ອງທ່ຽວ ແລະການພົບປະແລກປ່ຽນວັດທະນະທໍາ.
    |
 |
|
ທ່ານ ຈາອາກົວ ແຈ້ງໃຫ້ຊາບກ່ຽວກັບສະພາບການເສດຖະກິດ-ສັງຄົມຂອງແຂວງເຊີນລາ. ພາບ: baosonla.vn |
ທ່ານນາງ ຄໍາເພົາ ເອີນທະວັນ ເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ ໄດ້ສະແດງຄວາມຂອບໃຈຕໍ່ອາລົມຈິດຄວາມສາມັກຄີ, ມິດຕະພາບທີ່ອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນແຂວງເຊີນລາ ໄດ້ສະຫງວນໃຫ້ແຂວງຕ່າງໆຂອງ ສປປ ລາວ ໃນໄລຍະຜ່ານມາ; ຢືນຢັນວ່າ ເຊີນລາ ແມ່ນໜຶ່ງໃນບັນດາທ້ອງຖິ່ນທີ່ມີສາຍພົວພັນຮ່ວມມືຢ່າງເລິກເຊິ່ງກວ້າງຂວາງ ແລະແໜ້ນແຟ້ນທີ່ສຸດກັບແຂວງຕ່າງໆຂອງລາວ, ພິເສດແມ່ນໃນການບໍາລຸງສ້າງຊັບພະຍາກອນມະນຸດ. ທ່ານນາງ ເອກອັກຄະລັດຖະທູດ ໄດ້ຕີລາຄາສູງຕໍ່ເລື່ອງແຂວງເຊີນລາ ທີ່ໄດ້ ແລະພວມໜູນຊ່ວຍການບໍາລຸງສ້າງໃຫ້ນັກສຶກສາລາວ ຫຼາຍພັນຄົນຢູ່ມະຫາວິທະຍາໄລໄຕບັ໊ກ, ວິທະຍາໄລແພດສາດ, ໂຮງຮຽນການເມືອງແຂວງ, ກໍ່ຄືເປີດຊຸດຝຶກອົບຮົມໃຫ້ແກ່ພະນັກງານຢູ່ແຂວງຫົວພັນ, ຫຼວງພະບາງ, ອຸດົມໄຊ... ປະກອບສ່ວນເຂົ້າໃນການສ້າງຖັນແຖວພະນັກງານໜຸ່ມໃຫ້ລາວ ໃນໄລຍະໃໝ່.
    |
 |
|
ຄະນະປະຕິບັດງານແຂວງເຊີນລາ ມອບຊໍ່ດອກໄມ້ອວຍພອນສະຖານທູດ ລາວ ປະຈຳ ຫວຽດນາມ. ພາບ: baosonla.vn |
ໃນໄລຍະຈະມາເຖິງ, ທ່ານນາງ ເອກອັກຄະລັດຖະທູດ ຈະມີໂອກາດໄປຢ້ຽມຢາມ ແລະເຮັດວຽກຢູ່ແຂວງເຊີນລາ, ຫວັງວ່າແຂວງເຊີນລາ ຈະສືບຕໍ່ເອົາໃຈໃສ່ ແລະໜູນຊ່ວຍສະຖານທູດລາວ ປະຈຳ ຫວຽດນາມ ປະຕິບັດສຳເລັດໜ້າທີ່ທີ່ພັກ ແລະລັດລາວ ມອບໝາຍໃຫ້.
ໂດຍ: ໄຊນີດາ