ຫວ່າງແລ້ວນີ້, ຄະນະຜູ້ແທນສະຖານທູດ ສປປ ລາວ ນຳໂດຍທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ຫວຽດນາມ ໄດ້ເຂົ້າຢ້ຽມຂ່ຳນັບການນຳແຂວງ ຮ່າຕິງ.

leftcenterrightdel
ທ່ານ ຫວໍຈ້ອງຫາຍ ປະທານຄະນະກຳມະການປະຊາຊົນແຂວງຮ່າຕິງ ແລກປ່ຽນກັບທ່ານນາງ ຄໍາເພົາ ເອີນທະວັນ. ພາບ: baohatinh.vn

ທ່ານນາງ ຄໍາເພົາ ເອີນທະວັນ ກໍ່ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງລາວ ແລະການເຄື່ອນໄຫວຂອງສະຖານທູດລາວ ປະຈຳ ຫວຽດນາມ, ສະແດງຄວາມຂອບໃຈຕໍ່ການຮ່ວມມື, ການຊ່ວຍເຫຼືອຂອງຫວຽດນາມ ໃນການພັດທະນາຂອງ ສປປ ລາວ.

ທ່ານນາງເອກອັກຄະລັດຖະທູດ ຫວັງວ່າໃນໄລຍະຈະມາເຖິງ, ສອງປະເທດລາວ-ຫວຽດນາມ ກໍ່ຄືບັນດາທ້ອງຖິ່ນຂອງລາວ ແລະແຂວງຮ່າຕິງ ສືບຕໍ່ເພີ່ມທະວີການຮ່ວມມືຮອບດ້ານ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ, ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບແບບພິເສດ ແລະຄວາມສາມັກຄີຂອງສອງປະເທດຫວຽດນາມ - ລາວ ໃຫ້ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

ຕາງໜ້າການນຳແຂວງ ຮ່າຕິງ, ທ່ານປະທານຄະນະກຳມະການປະຊາຊົນແຂວງຮ່າຕິງ ສະແດງຄວາມປິຕິຊົມຊື່ນທີ່ໄດ້ຕ້ອນຮັບຄະນະ ແລະສົ່ງພອນໄຊອັນປະເສີດມາຍັງບັນດາສະມາຊິກໃນຄະນະ.

leftcenterrightdel
ການນຳແຂວງຮ່າຕິງ ມອບຂອງຂວັນທີ່ລະນຶກໃຫ້ແກ່ທ່ານນາງ ຄໍາເພົາ ເອີນທະວັນ. ພາບ: baohatinh.vn
leftcenterrightdel
ຄະນະຜູ້ແທນສະຖານທູດລາວ ປະຈຳຫວຽດນາມ ມອບຂອງຂວັນທີ່ລະນຶກໃຫ້ແຂວງຮ່າຕິງ. ພາບ: baohatinh.vn

ກ່ຽວກັບສະພາບເສດຖະກິດ - ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງແຂວງຮ່າຕິງ, ທ່ານ ຫວໍຈ້ອງຫາຍ ໄດ້ເນັ້ນໜັກວ່າ: ແຂວງຮ່າຕິງ ຍາມໃດກໍ່ເອົາໃຈໃສ່, ຮັກສາ ແລະປັບປຸງການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຮອບດ້ານກັບບັນດາທ້ອງຖິ່ນຂອງລາວ, ພິເສດແມ່ນແຂວງບໍລິຄຳໄຊ, ຄຳມ່ວນ, ນະຄອນຫຼວງວຽງຈັນ... ແຂວງຮ່າຕິງ ແລະບັນດາທ້ອງຖິ່ນຂອງລາວ ກໍ່ໄດ້ຈັດຕັ້ງການພົບປະເຮັດວຽກເປັນປະຈຳ, ຕັ້ງໜ້າແລກປ່ຽນຂໍ້ມູນຂ່າວສານ, ເພີ່ມທະວີການສົມທົບກັນ, ໂດຍສະເພາະແມ່ນດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການສຶກສາ, ດຶງດູດການລົງທຶນ...

leftcenterrightdel
ທ່ານນາງເອກອັກຄະລັດຖະທູດ ພ້ອມດ້ວຍຄະນະໄດ້ມາຖະຫວາຍທູບທຽນ ແລະດອກໄມ້ຢູ່ເຂດປູຊະນີຍະສະຖານທາງສາມແຍກດົງລົກ. ພາບ: baohatinh.vn

ເນື່ອງໃນໂອກາດນີ້, ທ່ານນາງເອກອັກຄະລັດຖະທູດ ແລະຄະນະໄດ້ມາຖະຫວາຍທູບທຽນ ແລະດອກໄມ້ຢູ່ເຂດປູຊະນີຍະສະຖານທາງສາມແຍກ ດົງລົກ. ທ່ານນາງເອກອັກຄະລັດຖະທູດ ໄດ້ສະແດງຄວາມຮູ້ບຸນຄຸນ ແລະຄວາມເຄົາລົບນັບຖືຕໍ່ການເສຍສະຫຼະອັນສູງສົ່ງຂອງບັນດາວິລະຊົນ, ນັກນົບເສຍສະຫຼະຊີວິດເພື່ອພາລະກິດປົດປ່ອຍຊາດຂອງຫວຽດນາມ, ເພື່ອຄວາມກ້າວໜ້າຂອງສັນຕິພາບຢູ່ໃນໂລກ.

ໂດຍ: ໄຊນີດາ