leftcenterrightdel
ບັນຍາກາດພິທີແຮກສ່ຽວລະຫວ່າງຄ້າຍທະຫານຊາຍແດນ ຟຸກເຊີນ ກັບກອງຮ້ອຍທະຫານຊາຍແດນ 257. ພາບ: ເລແທກ.

ເຂົ້າຮ່ວມ ແລະເປັນສັກຂີພິຍານພິທີແຮກສ່ຽວ ມີທ່ານ ພັນເອກ ພິດາວັນ ພີມເຮືອງສີ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງເສນາທິການກອງບັນຊາການທະຫານແຂວງບໍລິຄໍາໄຊ; ພັນເອກພິເສດ ໂຮ່ກວຽດຖັ໋ງ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງເສນາທິການກອງບັນຊາການທະຫານຊາຍແດນແຂວງເງະອານ; ການນໍາເມືອງແອັງເຊີນ, ແຂວງເງະອານ; ການນໍາເມືອງໄຊຈໍາພອນ, ແຂວງບໍລິຄໍາໄຊ.

leftcenterrightdel
ລາຍການສະແດງສິລະປະທີ່ພິທີແຮກສ່ຽວ. ພາບ: ເລແທກ.

ທີ່ພິທີ, ຕາງໜ້າຜູ້ບັນຊາ 2 ກົມກອງ ໄດ້ເຫັນດີເປັນເອກະພາບລົງນາມແຮກສ່ຽວ ດ້ວຍບາງເນື້ອໃນຫຼັກ ຄື: ຈັດຕັ້ງການປະຕິບັດບັນດາເນື້ອໃນຂອງສັນຍາ ວ່າດ້ວຍກົດລະບຽບການຄຸ້ມຄອງຊາຍແດນ ແລະດ່ານຊາຍແດນທາງບົກລະຫວ່າງ ລັດຖະບານແຫ່່ງ ສສ ຫວຽດນາມ ແລະລັດຖະບານ ແຫ່ງ ສປປ ລາວ, ອະນຸສັນຍາ ວ່າດ້ວຍເສັ້ນຊາຍແດນ ແລະຫຼັກໝາຍຊາຍແດນ ຫວຽດນາມ-ລາວ ທີ່ລົງນາມໃນວັນທີ 16 ມີນາ 2016; ບັນດາຂໍ້ຕົກລົງ ແລະເອກະສານທີ່ກ່ຽວຂ້ອງຢ່າງເຂັ້ມງວດ ແລະເປັນປະຈໍາ ເພື່ອພ້ອມກັນແກ້ໄຂບັນດາເຫດການທີ່ເກີດຂຶ້ນຢ່າງທັນການ, ບໍ່ໃຫ້ເກີດບັນຫາສັບສົນຢູ່ເຂດຊາຍແດນ.

leftcenterrightdel
ຜູ້ຕາງໜ້າສອງຝ່າຍ ລົງນາມເອກະສານແຮກສ່ຽວ. ພາບ: ເລແທກ.

ຕາມນັ້ນແລ້ວເດືອນລະເທື່ອ, 2 ຝ່າຍຈັດຕັ້ງກໍາລັງສົມທົບກັນລາດຕະເວນຊາຍແດນສອງຝ່າຍຕອນທີ່ຮັບຜິດຊອບ ແລະສົມທົບກັນຈັດຕັ້ງການລາດຕະເວນ ເມື່ອມີກໍລະນີບັງເອີນເກີດຂຶ້ນ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມພິທີແຮກສ່ຽວ ຖ່າຍຮູບເປັນທີ່ລະນຶກ. ພາບ: ເລແທກ.

ການເຄື່ອນໄຫວແຮກສ່ຽວລະຫວ່າງຄ້າຍທະຫານຊາຍແດນ ຟຸກເຊີນ, ທະຫານຊາຍແດນແຂວງເງະອານ ກັບກອງຮ້ອຍທະຫານຊາຍແດນ 257, ກອງບັນຊາການທະຫານແຂວງບໍລິຄໍາໄຊ ເພື່ອແນໃສ່ຍົກສູງປະສິດທິຜົນວຽກງານຄຸ້ມຄອງ, ປົກປັກຮັກສາ ແລະກໍ່ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະພັດທະນາ, ປະກອບສ່ວນເພີ່ມພູນຄູນສ້າງນໍ້າໃນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດ ຫວຽດນາມ-ລາວ ເວົ້າລວມ, ເວົ້າສະເພາະແມ່ນສອງແຂວງເງະອານ ແລະ ບໍລິຄໍາໄຊ ໃຫ້ນັບມື້ນັບພັດທະນາ.

ໂດຍ: ໄຊຊະນະ