leftcenterrightdel
ທ່ານນາງ ຟ້າມທິກີມລວານ ປະທານສະຫະພັນແມ່ຍິງແຂວງຝູເທາະ ກ່າວຄໍາເຫັນທີ່ການພົບປະ. ພາບ: phunuvietnam.vn

ທີ່ການເຮັດວຽກ, ທ່ານນາງ ຟ້າມທິກີມລວານ ປະທານສະຫະພັນແມ່ຍິງແຂວງຝູເທາະ ໄດ້ເນັ້ນໜັກເຖິງຄວາມໝາຍສຳຄັນຂອງການຢ້ຽມຢາມສັນຖະວະໄມຕີຄັ້ງນີ້. ການຢ້ຽມຢາມແມ່ນແນໃສ່ສ້າງຄວາມສະໜິດຕິດພັນ, ສ້າງນ້ຳໃຈໄມຕີຈິດມິດຕະພາບລະຫວ່າງປະຊາຊົນແຂວງຝູເທາະ ແລະແຂວງຫຼວງນໍ້າທາ, ພິເສດແມ່ນອາລົມຈິດຂອງແມ່ຍິງສອງປະເທດ.

ເນື່ອງໃນໂອກາດທີ່ແມ່ຍິງ ແລະປະຊາຊົນລາວບັນດາເຜົ່າພວມຕ້ອນຮັບບຸນປີໃໝ່, ທ່ານນາງປະທານສະຫະພັນແມ່ຍິງແຂວງຝູເທາະໄດ້ສົ່ງຄຳອວຍພອນເຖິງສະມາຊິກສະຫະພັນແມ່ຍິງແຂວງຫຼວງນໍ້າທາ ຈົ່ງມີຄວາມຜາສຸກ ແລະປະສົບຜົນສຳເລັດໃນປີໃໝ່. ອວຍພອນໃຫ້ນໍ້າໃຈມິດຕະພາບຂອງສອງປະເທດຫວຽດນາມ ແລະລາວ ນັບມື້ນັບສະໜິດຕິດພັນ ແລະແໜ້ນແຟ້ນຂຶ້ນກວ່າເກົ່າ.

leftcenterrightdel
ທ່ານເຈົ້າແຂວງຫຼວງນໍ້າທາ ມອບໃບຍ້ອງຍໍໃຫ້ແກ່ສະຫະພັນແມ່ຍິງ; ຄະນະພັກກຸ່ມວິສາຫະກິດ; ບໍລິສັດຫຸ້ນສ່ວນນໍ້າປະປາແຂວງຝູເທາະ. ພາບ: phunuvietnam.vn

ທີ່ການເຮັດວຽກ, ຄະນະໄດ້ມອບເຮືອນ 10 ຫຼັງໃຫ້ແມ່ຍິງທຸກຍາກແຂວງຫຼວງນໍ້າທາ ດ້ວຍມູນຄ່າ 600 ລ້ານດົ່ງ. ພ້ອມກັນນັ້ນ, ຄະນະຍັງໄດ້ມອບຂອງຂວັນ 100 ພູດ ແລະຄອມພິວເຕີ 1 ຊຸດໃຫ້ແກ່ສູນຊ່ວຍເຫຼືອແມ່ຍິງ. ຄະນະໄດ້ໄປຢ້ຽມຢາມຖາມຂ່າວບັນດາຄອບຄົວສະມາຊິກແມ່ຍິງທຸກຍາກທີ່ໄດ້ຮັບການໜູນຊ່ວຍຈາກສະຫະພັນແມ່ຍິງແຂວງຝູເທາະ. ນີ້ແມ່ນນໍ້າໃຈຄວາມຮັກແພງຂອງພະນັກງານ, ສະມາຊິກແມ່ຍິງແຂວງຝູເທາະ ແລະອົງຄະນະພັກກຸ່ມວິສາຫະກິດແຂວງພ້ອມດ້ວຍວິສາຫະກິດ, ນັກທຸລະກິດຍິງທີ່ເຂົ້າຮ່ວມໃນຄະນະ.

ກໍ່ໃນໂອກາດນີ້, ທ່ານເຈົ້າແຂວງຫຼວງນໍ້າທາ ໄດ້ມອບໃບຍ້ອງຍໍໃຫ້ແກ່ສະຫະພັນແມ່ຍິງແຂວງຝູເທາະ; ຄະນະພັກກຸ່ມວິສາຫະກິດ; ບໍລິສັດຫຸ້ນສ່ວນນໍ້າປະປາແຂວງຝູເທາະ. ໃນການຢ້ຽມຢາມ, ສະຫະພັນແມ່ຍິງແຂວງຝູເທາະ ຍັງໄດ້ມອບທຶນການສຶກສາ 50 ທຶນໃຫ້ແກ່ນັກຮຽນທຸກຍາກ ແລະ 3 ຮູບແບບການຫາເງິນລ້ຽງຊີບໃຫ້ແມ່ຍິງທຸກຍາກແຂວງຫຼວງພະບາງ ລວມມູນຄ່າ 80 ລ້ານດົ່ງ.

ໂດຍ: ເຈິ່ນຮວ່ຽນ