ສະຫາຍ ພັນເອກ ວົງໄຊ ອິນທະຄໍາ ຫົວໜ້າຫ້ອງການທີ່ປຶກສາທູດປ້ອງກັນຊາດ ສປປ ລາວ ປະຈໍາ ສສ ຫວຽດນາມໄດ້ໃຫ້ສໍາພາດຕໍ່ນັກສຶກສາຂະແໜງສື່ມວນຊົນ ທີ່ກໍາລັງສຶກສາຢູ່ມະຫາວິທະຍາໄລສິລະປະວັດທະນະທໍາກອງທັບ ສສ ຫວຽດນາມ ກ່ຽວກັບການສຶກສາຮໍ່າຮຽນ ແລະຄຸ້ມຄອງຂອງນັກສຶກສານາຍທະທານກອງທັບປະຊາຊົນລາວ ຢູ່ ສສ ຫວຽດນາມ.

leftcenterrightdel
ສະຫາຍພັນເອກ ວົງໄຊ ອິນທະຄໍາ ຫົວໜ້າຫ້ອງການທີ່ປຶກສາປ້ອງກັນຊາດແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ.

ນັກຂ່າວ: ຮຽນສະຫາຍ, ສະຫາຍໃຫ້ຮູ້ກ່ຽວກັບພື້ນຖານການຮ່ວມມືວຽກງານກໍ່ສ້າງພະນັກງານ-ນັກຮົບກອງທັບປະຊາຊົນລາວຢູ່ຫວຽດນາມ ໃນໄລຍະຜ່ານ?

ສະຫາຍ ພັນເອກ ວົງໄຊ ອິນທະຄໍາ ຫົວໜ້າຫ້ອງການທີ່ປຶກສາທູດປ້ອງກັນຊາດ: ກ່ຽວກັບການຄຸ້ມຄອງ, ກໍ່ສ້າງນັກຮຽນນາຍທະຫານກອງທັບປະຊາຊົນລາວຢູ່ ສສ ຫວຽດນາມ ນີ້, ຝ່າຍຫວຽດນາມ ໄດ້ເອົາໃຈໃສ່ເປັນພິເສດ ໃນການຄຸ້ມຄອງ, ຮັບປະກັນການພັກເຊົ່າໃຫ້ມີຄວາມສະດວກສະບາຍໃຫ້ແກ່ພະນັກງານ-ນັກຮົບນາຍທະຫານກອງທັບປະຊາຊົນລາວ ທີ່ມາບໍາລຸງ-ກໍ່ສ້າງ ແລະຝຶກອົບຮົມຢູ່ ສສ ຫວຽດນາມ ແລະຄະນະຫ້ອງການທີ່ປຶກສາທູດປ້ອງກັນຊາດໄດ້ມີການປະສານສົມທົບກັບຄະນະຄຸ້ມຄອງຂອງຝ່າຍຫວຽດນາມ ຕິດຕາມການສຶກສາຮໍ່າຮຽນ, ການປະຕິບັດຂໍ້ກໍານົດ, ກົດລະບຽບ, ການເຄື່ອນໄຫວຕ່າງໆຂອງນັກສຶກສານາຍທະຫານກອງທັບປະຊາຊົນລາວທີ່ກໍາລັງສຶກສາຢູ່ສະຖາບັນຕ່າງໆຂອງສສ ຫວຽດນາມ, ເຮັດແນວໃດໃຫ້ມີຄວາມຮັບປະກັນ, ຄວາມປອດໄພ, ບໍໃຫ້ມີບັນຫາຫຍັງເກີດຂຶ້ນ, ສໍາຄັນແມ່ນເຮັດໃຫ້ການສຶກສາຮໍ່າຮຽນໄດ້ຮັບຜົນສໍາເລັດເປັນຢ່າງດີ ແລະມີຄຸນນະພາບສູງ.

ນັກຂ່າວ: ຮຽນສະຫາຍ, ສະຫາຍໃຫ້ຮູ້ກ່ຽວກັບຮູບແບບການຄຸ້ມຄອງ ແລະການກໍ່ສ້າງພະນັກງານ-ນັກຮົບ ກອງທັບປະຊາຊົນລາວຢູ່ ກອງທັບ ຫວຽດນາມ ມີການຈັດຕັ້ງປະຕິບັດຄືແນວ?

ສະຫາຍ ພັນເອກ ວົງໄຊ ອິນທະຄໍາ ຫົວໜ້າຫ້ອງການທີ່ປຶກສາທູດປ້ອງກັນຊາດ: ຄະນະພວກເຮົາກໍໄດ້ມີການແຕ່ງຕັ້ງຄະນະຄຸ້ມຄອງນັກສຶກສາທະຫານກອງທັບປະຊາຊົນລາວຢູ່ແຕ່ລະສາຖາບັນການສຶກສາ ເພື່ອເປັນຂົວຕໍ່ລະຫວ່າງຄະນະຫ້ອງການທີ່ປຶກສາທູດປ້ອງກັນຊາດກັບບັນດາຄະນະນັກສຶກສາກອງທັບປະຊາຊົນລາວຢູ່ແຕ່ລະສະຖາບັນ ແລະເປັນຂົວຕໍ່ຕາງໜ້າໃຫ້ແກ່ນັກສຶກສາກອງທັບປະຊາຊົນລາວທີ່ຈະພົວພັນກັບຄະນະຄຸ້ມຄອງກໍຄືຄະນະອໍານວຍການສະຖາບັນ ແລະພາກສ່ວນທີ່ກ່ຽວຂ້ອງຂອງແຕ່ລະສະຖາບັນການສຶກສາຂອງກອງທັບປະຊາຊົນຫວຽດນາມ ພ້ອມກັນນັ້ນ, ຫ້ອງການທີ່ປຶກສາທູດປ້ອງກັນຊາດ ກໍໄດ້ສະເໜີໃຫ້ຄະນະຄຸ້ມຄອງນັກສຶກສາແຕ່ລະສະຖາບັນການສຶກສາຂອງກອງທັບປະຊາຊົນຫວຽດນາມ ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາຄະນະນັກສຶກສາທະຫານກອງທັບປະຊາຊົນລາວຢູ່ສະຖາບັນຕ່າງໆໄດ້ເຂົ້າມາສ່ອງແສງວຽກງານການເຄື່ອນໄຫວຕ່າງໆຂອງແຕ່ລະສະຖາບັນເປັນປະຈໍາ.

leftcenterrightdel
ສະຫາຍພັນເອກ ວົງໄຊ ອິນທະຄໍາ ໃຫ້ສໍາພາດຕໍ່ນັກສຶກສາສື່ມວນຊົນລາວ ທີ່ກໍາລັງສຶກສາຢູ່ຂະແໜງສື່ມວນຊົນ ມະຫາວິທະຍາໄລສິລະປະວັດທະນະທໍາກອງທັບຫວຽດນາມ.

ນັກຂ່າວ: ຮຽນສະຫາຍ, ສະຫາຍໃຫ້ຮູ້ຫ້ອງການທີ່ປຶກສາທູດປ້ອງກັນຊາດ ໄດ້ມີການເຄື່ອນໄຫວສຸກຍູ້ປຸກລະດົມ ໃຫ້ກັບນັກຮຽນຄືແນວໃດ?

ສະຫາຍ ພັນເອກ ວົງໄຊ ອິນທະຄໍາ ຫົວໜ້າຫ້ອງການທີ່ປຶກສາທູດປ້ອງກັນຊາດ: ພວກເຮົາກໍໄດ້ມີການປະຕິບັດນະໂຍບາຍຕ່າງໆໃຫ້ແກ່ນັກສຶກສາເປັນຕົ້ນ: ປະຕິບັດນະໂຍບາຍໃຫ້ການລາພັກແລ້ງປະຈໍາປີ, ພັກບຸນປີໃຫມ່ຂອງຫວຽດນາມ ໄດ້ຈັ້ງຕັ້ງເປັນປົກກະຕິ, ນອກນັ້ນໃນກໍລະນີຄອບຄົວມີຄວາມຈໍາເປັນ ຫລື ມີການສູນເສຍພໍ່, ແມ່ຂອງນັກສຶກສາ, ພວກເຮົາກໍ່ໄດ້ມີການສະເໜີຕໍ່ກັບຄະນະຄຸ້ມຄອງນັກສຶກສາ, ສະຖາບັນສຶກສາຂອງຫວຽດນາມ ອໍານວຍຄວາມສະດວກ ແລະອານຸຍາດໃຫ້ນັກສຶກສາດັ່ງກ່າວໄດ້ກັບຄືນປະເທດ ນີ້ກໍເປັນການປະກອບສ່ວນອັນສໍາຄັນໃຫ້ກໍາລັງໃຈ ເພື່ອໃຫ້ນັກສຶກສາມີຄວາມອຸ່ນອ່ຽງທຸ່ນທຽງເອົາໃຈໃສ່ໃນການສຶກສາຮໍ່າຮຽນຂອງຕົນ.

ນອກຈາກນັ້ນ, ໃນໂອກາດວັນສໍາຄັນຕ່າງໆເປັນຕົ້ນ: ວັນຊາດ, ວັນສ້າງຕັ້ງກອງທັບປະຊາຊົນລາວ, ວັນບຸນປີໃໝ່ລາວ ຫ້ອງການທີ່ປຶກສາທູດປ້ອງກັນຊາດ ກໍໄດ້ພົບປະໂອ້ລົມກັບນັກສຶກສາໃຫ້ມີຄວາມເອົາໃຈໃສ່ໃນການສຶກສາຮໍ່າຮຽນກໍຄືການປະຕິບັດຂໍ້ກໍານົດ, ກົດລະບຽບຕ່າງໆຂອງສະຖາບັນວາງອອກ, ໄດ້ມີການປຶກສາໃຫ້ຄໍາແນະນໍາຕ່າງໆ ກໍຄືຮັບຟັງຄໍາຄິດຄໍາເຫັນ, ຄໍາສະເໜີ ບັນຫາຕ່າງໆຂອງນັກສຶກສາ ພ້ອມນັ້ນ, ຍັງໄດ້ລົງໄປໃກ້ຊິດຕິດແທດ 20 ກວ່າສະຖາບັນທີ່ມີນັກສຶກສາທະຫານກອງທັບປະຊາຊົນລາວກໍາລັງສຶກສາຢູ່.

ນັກຂ່າວ: ຮຽນສະຫາຍ, ສະຫາຍ ຕີລາຄຸນະພາບການສຶກສາຮໍ່າຮຽນຂອງພະນັກງານ-ນັກຮົບ ກອງທັບປະຊາຊົນລາວຢູ່ກອງທັບຫວຽດນາມ ຄືແນວໃດ?

ສະຫາຍ ພັນເອກ ວົງໄຊ ອິນທະຄໍາ ຫົວໜ້າຫ້ອງການທີ່ປຶກສາທູດປ້ອງກັນຊາດ: ຕໍ່ກັບການສຶກສາຮ່ຳຮຽນຂອງນັກຮຽນນາຍທະຫານລາວຢູ່ສະຖາບັນການສຶກສາຂອງກອງທັບປະຊາຊົນຫວຽດນາມ. ໃນໄລຍະທີ່ຜ່ານມາຂ້າພະເຈົ້າກະສັງເກດເຫັນວ່າ ຝ່າຍຫວຽດນາມ ກໍ່ໄດ້ເປັນຫ່ວງເປັນໄຍ ແລະກໍໄດ້ເອົາໃຈໃສ່ເປັນພິເສດຕໍ່ກັບວິທີການໃນການຖ່າຍທອດຄວາມຮູ້ກໍຄືວິທີການສິດສອນ ຫລືວ່າບົດຮຽນ, ປະສົບການຕ່າງໆຂອງຫວຽດນາມ ກໍຄືຖັນແຖວພະນັກງານຄູ-ອາຈານຂອງຫວຽດນາມ ທີ່ໄດ້ມາສິດສອນ ແລະກໍໄດ້ຄັດເອົາຜູ້ທີ່ມີຄວາມຮູ້ປະສົບການເຂົ້າມາສິດສອນ, ຖ່າຍທອດບົດຮຽນໃຫ້ກັບບັນດານັກສຶກນາຍທະຫານລາວ. ດັ່ງນັ້ນ ຝ່າຍລາວເຮົາ ກະໄດ້ມີການຄັດເລືອກເອົານັກສຶກສາທີ່ມີລະດັບ, ມີຄວາມຮູ້ ແລະມີເງື່ອນໄຂຄົບຖ້ວນມາສຶກສາຮ່ຳຮຽນຢູ່ແຕ່ລະສະຖາບັນການສຶກສາຂອງກອງທັບປະຊາຊົນຫວຽດນາມ ຖືວ່າ ເປົ້າໝາຍຂອງທາງກອງທັບຫວຽດນາມໄດ້ວາງອອກ.

ສະນັ້ນ ຕໍ່ກັບບັນຫາດັ່ງກ່າວນີ້ກໍໄດ້ເຮັດໃຫ້ການສຶກສາຮ່ຳຮຽນຂອງນັກສຶກສານາຍທະຫານລາວຢູ່ແຕ່ລະສະຖາບັນຕ່າງໆຂອງກອງທັບປະປາຊົນຫວຽດນາມ ໃນໄລຍະທີ່ຜ່ານມາ ຖືວ່າມີຫລາຍສະຫາຍບັນດຸໄດ້ຕາມເປົ້າໝາຍ ແລະຮັບປະກັນໄດ້ຄຸນນະພາບການສຶກສາຮ່ຳຮຽນ, ເຖິງແມ່ນວ່າ ມີຫລາຍສະຫາຍພາສາຫວຽດກໍຍັງບໍ່ທັນຮູ້ ແຕ່ວ່າ ຫລັງຈາກໄດ້ມາສຶກສາຮ່ຳຮຽນຢູ່ທີ່ ສສ ຫວຽດນາມ ແລ້ວ ບັນດາສະຫາຍກໍໄດ້ເອົາໃຈໃສ່ສຶກສາຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມຕົນເອງເປັນຢ່າງດີ. ໂດຍລວມແລ້ວຖືວ່າ ຮັບປະກັນໄດ້ຄຸນນະພາບສູງທີ່ທາງຫວຽດນາມ ວາງອອກ ແລະຄຽງຄູ່ກັນນັ້ນ ນັກສຶກສານາຍທະຫານລາວຂອງພວກເຮົາກໍ່ໄດ້ເອົາໃຈໃສ່ໃນການຊອກຮູ້ຮ່ຳຮຽນ ເປັນຕົ້ນແມ່ນການແລກປ່ຽນບົດຮຽນຕ່າງໆກັບບັນດາຄູ-ອາຈານ ລວມທັງຝາກສ່ວນຝຶກອົບຮົມກໍໄດ້ເອົາໃຈໃສ່ເປັນຢ່າງດີໃນການສຶກສາຮ່ຳຮຽນ, ຫລາຍສະຫາຍທີ່ຈົບການສຶກສາກັບຄືນກົມກອງກໍໄດ້ນໍາໃຊ້ບົດຮຽນ ແລະປະສົບການຕ່າງໆທີ່ໄດ້ຜ່ານການຮຽນຮູ້ຢູ່ທີ່ສສ ຫວຽດນາມ ຫມູນໃຊ້ເຂົ້າໃນກົມກອງ ກໍຄື ບັນຊານຳພາຢູ່ກົມກອງກໍຖືວ່າໄດ້ຮັບປະສິດຕິພາບ ແລະມີປະສິດທິຜົນສູງ. ມີຫລາຍສະຫາຍທີ່ຈົບການສຶກສາກັບຄືນກົມກອງສາມາດຍາດມາໄດ້ຜົນງານອັນດີເດັ່ນໄດ້ຮັບໃບຍ້ອງຍໍນັກຮຽນດີ, ນັກຮຽນເກັ່ງຈາກສະຖາບັນການສຶກສາ ແລະບໍ່ເຄີຍມີສະຫາຍໃດທີ່ບໍ່ໄດ້ຮັບໃບປະກາດ ຫຼື ວ່າບໍ່ຈົບການສຶກສາ ແລະຄຸນນະພາບການສຶກສາຂອງບັນດານັກສຶກສານາຍທະຫານລາວເຮົານັບມື້ນັບດີຂຶ້ນ ແລະມີຄວາມພ້ອມປະກອບສ່ວນຮັບໃຊ້ກອງທັບປະຊາຊົນລາວເຮົາ.

leftcenterrightdel
ສະຫາຍພັນເອກ ວົງໄຊ ອິນທະຄໍາ ພົບປະນັກສຶກສານາຍທະຫານລາວ ຢູ່ໂຮງຮຽນນາຍທະຫານກອງທັບປະຊາຊົນຫວຽດນາມ.

ນັກຂ່າວ: ຮຽນສະຫາຍ, ສະຫາຍຕີລາຄາຄືແນວໃດແດ່ກ່ຽວກັບການພົວພັນຮ່ວມມືລາວ-ຫວຽດນາມ ໃນຂົງເຂດວຽກງານກໍ່ສ້າງພະນັກງານ-ນັກຮົບ ກອງທັບປະຊາຊົນລາວ ໃນໄລຍະຜ່ານມາ ແລະໃນໄລຍະຈະມາເຖິງ?

ສະຫາຍ ພັນເອກ ວົງໄຊ ອິນທະຄໍາ ຫົວໜ້າຫ້ອງການທີ່ປຶກສາທູດປ້ອງກັນຊາດ: ກ່ຽວກັບການພົວພັນລະຫວ່າງລາວ-ຫວຽດນາມ ໃນຂົງເຂດການກໍ່ສ້າງສຶກສາອົບຮົົມໃນໄລຍະທີ່ຜ່ານມາ ກອງທັບປະຊາຊົນຫວຽດນາມ ໄດ້ເອົາໃຈໃສ່ຊ່ວຍເຫຼືອກອງທັບປະຊາຊົນລາວ ໃນການລໍາບຸງ-ກໍ່ສ້າງພະນັກງານ ນາຍທະຫານກອງທັບປະຊາຊົນລາວ ຢ່າງໝົດຈິດໝົດໃຈ ແລະບໍ່ໄດ້ປິດບັງບົດຮຽນ ຫຼືວ່າປະສົບການຕ່າງໆທີ່ໄດ້ຖ່າຍທອດບົດຮຽນໃຫ້ກັບນັກຮຽນຂອງຫວຽດນາມແນວໃດກໍຖ່າຍທອດໃຫ້ກັບນັກຮຽນລາວຄືເຊັ່ນດຽວກັນ. ດັ່ງນັ້ນ, ການຊ່ວຍເຫຼືອໃນການກໍ່ສ້າງນັກຮຽນນາຍທະຫານກອງທັບປະຊາຊົນລາວນີ້ ໄດ້ກາຍເປັນການຊ່ວຍເຫຼືອແບບສຸດອົກສຸດໃຈ, ບໍ່ມີການຮັກບັງ ຊັງບ່ຽງໃດໆ. ໂດຍລວມແລ້ວກອງທັບປະຊາຊົນຫວຽດນາມ ໄດ້ໃຫ້ການຊ່ວຍເຫຼືອຕໍ່ກອງທັບປະຊາຊົນລາວ ຢ່າງສະເໝີຕົ້ນສະເໝີປາຍ ໃນນັ້ນ, ພິເສດ ແຕ່ລະປີມີພະນັກງານນາຍທະຫານກອງທັບປະຊາຊົນລາວມາເຝິກອົບຮົມຫຼາຍກວ່າ ພັນຄົນຕໍ່ປີ ແລະກໍ່ສ້າງໄລຍະຍາວປະມານ 4-5 ຮ້ອຍຄົນຕໍ່ປີ. ອັນນີ້ຖືວ່າບໍ່ມີປະເທດໃດ ຫຼື ກອງທັບໃດ ໃນໂລກນີ້ ທີ່ຈະໃຫ້ການຊ່ວຍເຫຼືອແກ່ກອງທັບປະຊາຊົນລາວ ຢ່າງໝົດຈິດໝົດໃຈ ເຖິງແມ່ນວ່າເພື່ອນຈະມີຄວາມຫຍຸ້ງຍາກເທົ່າໃດກໍຕາມ ແຕ່ເພື່ອນກໍໄດ້ບິແບ່ງ, ສູ້ຊົນສ້າງເງື່ອນໄຂຄວາມສະດວກໃຫ້ກັບນັກສຶກສານາຍທະຫານກອງທັບປະຊາຊົນລາວ ກໍຄືສະຖານທີ່ຮ່ຳຮຽນ, ສະຖານທີ່ພັກເຊົາ, ການກິນຢູ່ ແລະວຽກງານງານຮັບປະກັນອື່ນໆຖືວ່ານັກສຶກສານາຍທະຫານກອງທັບປະຊາຊົນລາວໄດ້ມີຄວາມສະດວກສະບາຍ ແລະມີນະໂຍບາຍຫຼາຍກວ່ານັກຮຽນຂອງເຈົ້າພາບເອງ. ຍ້ອນແນວນີ້ໃນໄລຍະຜ່ານມາສາມາດຕີລາໄດ້ວ່າຍາມໃດກອງທັບປະຊາຊົນລາວ ແລະຫວຽດນາມ ກໍມີການພົວພັນຢ່າງແໜ້ນແຟ້ນ ແລະພ້ອມໃຫ້ການຊ່ວຍເຫຼືອກັນໃນທຸກຂົງເຂດວຽກງານຢ່າງຮອບດ້ານ.

ນັກຂ່າວ: ຮຽນສະຫາຍ, ໃນໂອກາດສະຫາຍປະຕິບັດສໍາເລັດໜ້າທີ່ກ່ອນກັບເມືອປະເທດ, ສະຫາຍຢາກຝາກຄວາມຄິດຄວາມເຫັນຫຍັງແດ່ຕໍ່ພະນັກງານ-ນັກສຶກສາກອງທັບປະຊາຊົນລາວ ທີ່ກໍາລັງສຶກສາຢູ່ສະຖາບັນກອງທັບຫວຽດນາມ?

ສະຫາຍ ພັນເອກ ວົງໄຊ ອິນທະຄໍາ ຫົວໜ້າຫ້ອງການທີ່ປຶກສາທູດປ້ອງກັນຊາດ: ທ້າຍນີ້, ຂ້າພະເຈົ້າຂໍຝາກມາຍັງນັກສຶກສານາຍທະຫານກອງທັບປະຊາຊົນລາວ ທີ່ກຳລັງສຶກສາຮ່ຳຮຽນຢູ່ທີ່ ສສ ຫວຽດນາມ ບັນດາສະຫາຍສືບຕໍ່ເອົາໃຈໃສ່ຍົກສູງທາງດ້ານແນວຄິດການເມືອງຂອງຕົນເອງ, ໃຫ້ຄວາມອຸ່ນອຽນທຸ່ນທຽງ ເຂົ້າໃຈໄດ້ໜ້າທີ່ການເມືອງຂອງຕົນເອງ ແລະມີສະຕິຕໍ່ການຈັດຕັ້ງ, ພ້ອມກັນປະຕິບັດຂໍ້ກໍານົດ, ກົດລະບຽບຂອງແຕ່ລະສະຖາບັນຕ່າງໆທີ່ໄດ້ວາງອອກຢ່າງເຂັ້ມງວດ, ຕັ້ງໜ້າຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມຕົນເອງ, ໃຫ້ມີຄວາມອົດທົນ, ບຸກບືນ, ພ້ອມກັນຕັ້ງໜ້າຜ່ານຜ່າບັນດາຄວາມຫຍຸ້ງຍາກຕ່າງໆເພື່ອບັນລຸເປົ້າໝາຍຂອງຕົນ ແລະຮຽກຮ້ອງໃຫ້ບັນດາສະຫາຍທີ່ຢູ່ແຕ່ລະສະຖາບັນເພີ່ມທະວີຄວາມສາມັກຄີທັງພາຍໃນ ແລະພາຍນອກ, ຊ່ວຍເຫຼືອເຊິ່ງກັນ ແລະກັນ ພິເສດກໍຄືເພີ່ມທະວີຄວາມສາມັກຄີກັບບັນດາພະນັກງານ, ຄູ-ອາຈານຫວຽດນາມ ໃຫ້ມີຄວາມແໜ້ນແຟ້ນຂຶ້ນກວ່າເກົ່າດັ່ງຄຳເວົ້າທີ່ວ່າ: “ຮັກຫອມກັນໝາຍໝັ້ນ ຫຼາຍສັນພູກໍ່ປີນໄຕ່ຫຼາຍນ້ຳໃຫຍ່ ແລະໂຄກຄ້ອຍຂວາງຂັ້ນກໍດຸ່ງໄປ ສອງຊາດ ລາວ-ຫວຽດ ໄດ້ຝັງຄວາມຮັກຢູ່ໃນໃຈ ຮົ່ງຮ່າທັງແມ່ຂອງ ບໍ່ເລິກປຸນປານໄດ້”.

ໂດຍ: ສົມພອນ ແລະໄພລິນ