ທີ່ການຕ້ອນຮັບ, ທ່ານນາງ ລັດຖະມົນຕີ ຟ້າມທິແທັງຈ່າ ຢັ້ງຢືນວ່າ ບໍ່ວ່າໃນສະພາບໃດກໍ່ຕາມ ກະຊວງພາຍໃນຫວຽດນາມ ກໍ່ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອຜັນຂະຫຍາຍບັນດາໂຄງການຮ່ວມມືລະຫວ່າງສອງປະເທດ ຫວຽດນາມ - ລາວ ແນໃສ່ຮັກສາ, ເພີ່ມພູນຄູນສ້າງ ແລະຖ່າຍທອດໃຫ້ຄົນລຸ້ນໜຸ່ມ ກ່ຽວກັບການພົວພັນສາມັກຄີແບບພິເສດຫວຽດນາມ-ລາວ; ລາວ-ຫວຽດນາມ.

leftcenterrightdel
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ຕ້ອນຮັບທ່ານນາງ ຟ້າມທິແທັງຈ່າ ລັດຖະມົນຕີກະຊວງພາຍໃນຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານນາງ ລັດຖະມົນຕີ ຟ້າມທິແທັງຈ່າ ສະເໜີໃຫ້ທ່ານນາຍົກລັດຖະມົນຕີລາວ ສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂສະໜັບສະໜູນການເຄື່ອນໄຫວຮ່ວມມືຈຸດສຸມຂອງສອງກະຊວງໃນໄລຍະຈະມາເຖິງ, ຄື: ຊຸກຍູ້ການປະຕິບັດບັນດາເນື້ອໃນຮ່ວມມືລະຫວ່າງສອງປະເທດກ່ຽວກັບວຽກງານທາງລັດຖະການ, ລັດຖະກອນ, ຄຸ້ມຄອງບໍລິຫານ, ວຽກງານຂາອອກ - ຂາເຂົ້າ, ການສຳເນົາເອກະສານ…

ທ່ານນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ ສະເໜີວ່າ: ໄລຍະຈະມາເຖິງ, ກະຊວງພາຍໃນສອງປະເທດ ສືບຕໍ່ແລກປ່ຽນປະສົບການ ແລະບົດຮຽນກ່ຽວກັບການປະຕິຮູບດ້ານບໍລິຫານ, ພິເສດແມ່ນວຽກງານຫັນເປັນດີຈີຕອນ… ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຢັ້ງຢືນວ່າ ລັດຖະບານລາວ ສະໜັບສະໜູນ, ໃຫ້ບຸລິມະສິດວຽກງານຫັນເປັນດີຈີຕອນ ໃນບັນດາຂົງເຂດບໍລິຫານຂອງລັດ, ເສດຖະກິດດີຈີຕອນ, ສັງຄົມດີຈີຕອນ, ສະເໜີໃຫ້ສອງຝ່າຍສົມທົບກັບຄະນະກຳມະການຮ່ວມມືສອງປະເທດ ຊຸກຍູ້ການສ້າງແຜນຮ່າງຫັນເປັນດີຈີຕອນໃຫ້ແກ່ກະຊວງພາຍໃນລາວ.

ໂດຍ: ທະນາພອນ