ທີ່ການພົບປະເຈລະຈາ, ສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບໝາກຜົນວຽກງານພາຍໃນຂອງແຕ່ລະປະເທດໃນປີ 2023, ພິເສດແມ່ນໃນວຽກງານກໍ່ສ້າງ ແລະປັບປຸງລະບອບລະບຽບການໃຫ້ສົມບູນແບບ, ວຽກງານສັບຊ້ອນກົງຈັກການຈັດຕັ້ງ, ຫຼຸດຜ່ອນພະນັກງານບັນຈຸ ແລະການປະຕິຮູບລະບອບລັດຖະການ...

leftcenterrightdel
ຄະນະຜູ້ແທນລາວ ທີ່ການພົບປະເຈລະຈາ. ພາບ: ສໍານັກຂ່າວສານຫວຽດນາມ

ສອງຝ່າຍໄດ້ເຫັນດີເປັນເອກະສັນນໍາກັນວ່າ ໃນໄລຍະ 2024-2026, ກະຊວງພາຍໃນຫວຽດນາມ ແລະລາວ ຈະສືບຕໍ່ສຸມໃສ່ບັນດາການເຄື່ອນໄຫວຈຸດສຸມ ຄື: ສືບຕໍ່ຈັດຕັ້ງການແລກປ່ຽນຄະນະຜູ້ແທນຂັ້ນສູງຂອງກະຊວງ, ການນຳບັນດາຫົວໜ່ວຍທີ່ຂຶ້ນກັບສອງກະຊວງ ຕິດພັນກັບການຕີລາຄາຜົນແຫ່ງການຮ່ວມມືປະຈຳປີ; ຈັດຕັ້ງຊຸດຝຶກອົບຮົມໄລຍະສັ້ນ 1-3 ເດືອນ ໃນຂົງເຂດວຽກງານພາຍໃນ ຢູ່ສະຖາບັນການປົກຄອງແຫ່ງຊາດຫວຽດນາມ; ສືບຕໍ່ບໍາລຸງກໍ່ສ້າງນັກສຶກສາລາວ ໃນຂະແໜງບໍລິຫານພາກລັດ ແລະການຄຸ້ມຄອງພາກລັດ; ເພີ່ມທະວີການພົບປະແລກປ່ຽນ, ແບ່ງປັນປະສົບການ ແລະ ແບ່ງປັນການໜູນຊ່ວຍໂດຍກົງໃນແຕ່ລະຂົງເຂດ ເຊິ່ງສອງຝ່າຍມີທ່າແຮງ ໂດຍຜ່ານບັນດາຫົວໜ່ວຍທີ່ຂຶ້ນກັບ ຄື: ບຳລຸງກໍ່ສ້າງ ພະນັກງານ-ລັດຖະກອນ ໃນຂະແໜງບໍລິຫານ, ສຳເນົາເອກະສານ, ສາສະໜາ, ຄວາມເຊື່ອຖື, ການແຂ່ງຂັນ, ຍ້ອງຍໍຊົມເຊຍ, ວິທະຍາສາດການຈັດຕັ້ງແຫ່ງລັດ...

leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາ. ພາບ: ສໍານັກຂ່າວສານຫວຽດນາມ

ສອງຝ່າຍຍັງເຫັນດີສົມທົບກັນຍື່ນສະເໜີຕໍ່ລັດຖະບານສອງປະເທດ ເພື່ອອະນຸມັດຜ່ານແກ່ການຜັນຂະຫຍາຍໂຄງການຫັນເປັນດີຈີຕອນ ຂອງກະຊວງພາຍໃນລາວ ແນໃສ່ຊ່ວຍໃຫ້ກະຊວງພາຍໃນ ແລະຂະແໜງພາຍໃນຂອງລາວ ຍົກສູງປະສິດທິຜົນການເຄື່ອນໄຫວ ແລະເພີ່ມທະວີລັກສະນະເປີດເຜີຍ ແລະກະຈ່າງແຈ້ງ, ປະຢັດຄ່າໃຊ້ຈ່າຍ ແລະເວລາ.

ໂດຍ: ທູຈາງ