ທີ່ການຕ້ອນຮັບ, ສະຫາຍ ຫງວຽນວັນເນັນ ສະແດງຄວາມປາດຖະໜາວ່າ ນອກຈາກຊຸກຍູ້ການພັດທະນາເສດຖະກິດ, ຫວຽດນາມ ແລະລາວ ຈະຮ່ວມມື ແລະພັດທະນາໃນຂົງເຂດວັດທະນະທໍາ, ການທູດປະຊາຊົນ, ສ້າງເງື່ອນໄຂສະດວກເພື່ອໃຫ້ປະຊາຊົນສອງປະເທດຜະລິດ, ດໍາເນີນທຸລະກິດ, ທ່ອງທ່ຽວ...

leftcenterrightdel
ສະຫາຍ ຫງວຽນວັນເນັນ ເລຂາພັກນະຄອນໂຮ່ຈີມິນ ຕ້ອນຮັບສະຫາຍນາງ ຄໍາເພົາ ເອີນທະວັນ ເອກອັກຄະລັດຖະທູດລາວ ຄົນໃໝ່ ປະຈໍາ ຫວຽດນາມ. ພາບ: nld.com.vn

ສະຫາຍເລຂາພັກນະຄອນໂຮ່ຈີມິນ ຫວັງວ່າ ສອງທ້ອງຖິ່ນຈະສືບຕໍ່ດຶງດູດການລົງທຶນ ແລະສ້າງບັນດາກິດຈະກໍາເຄື່ອນໄຫວທີ່ມີລັກສະນະຍາວນານໃນທຸກຂົງເຂດ, ພ້ອມທັງຢັ້ງຢືນພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກໃຫ້ນັກສຶກສາລາວ ມາຢ້ຽມຢາມ, ຮໍ່າຮຽນຢູ່ນະຄອນໂຮ່ຈີມິນ. ສະຫາຍເລຂາພັກນະຄອນໂຮ່ຈີມິນ ກໍ່ສະແດງຄວາມຂອບໃຈຕໍ່ ລາວ ທີ່ໄດ້ໜູນຊ່ວຍຫວຽດນາມ, ໃນນັ້ນມີນະຄອນໂຮ່ຈີມິນ, ຄວບຄຸມພະຍາດໂຄວິດ-19. ພ້ອມທັງ, ຫວັງວ່າໃນອາຍຸການຂອງຕົນ, ສະຫາຍນາງ ຄໍາເພົາ ເອີນທະວັນ ຈະມີການເຄື່ອນໄຫວຫຼາຍຢ່າງເພື່ອແນໃສ່ສ້າງການຫັນປ່ຽນ, ເພີ່ມທະວີການພົວພັນມິດຕະພາບລະຫວ່າງຫວຽດນາມ-ລາວ.

ສ່ວນສະຫາຍນາງ ຄໍາເພົາ ເອີນທະວັນ ກໍ່ຮູ້ສຶກສະເທືອນໃຈທີ່ສຸດ, ປິຕິຊົມຊື່ນຕໍ່ການປ່ຽນແປງ ແລະພັດທະນາຢ່າງວ່ອງໄວຂອງນະຄອນໂຮ່ຈີມິນ. ສະຫາຍນາງ ຄໍາເພົາ ເອີນທະວັນ ກໍ່ສະແດງຄວາມປະທັບໃຈຕໍ່ຜົນງານໃນການເຄື່ອນໄຫວພົວພັນຕ່າງປະເທດຂອງຫວຽດນາມ ໃນເວທີສາກົນ.

leftcenterrightdel
ສະຫາຍ ຫງວຽນວັນເນັນ ເລຂາພັກນະຄອນໂຮ່ຈີມິນ ຮັບຂອງຂວັນຈາກສະຫາຍນາງ ຄໍາເພົາ ເອີນທະວັນ ເອກອັກຄະລັດຖະທູດລາວ ຄົນໃໝ່ ປະຈໍາ ຫວຽດນາມ. ພາບ: nld.com.vn

ເນື່ອງໃນໂອກາດພົບປະກັບການນຳນະຄອນໂຮ່ຈີມິນ, ສະຫາຍນາງ ຄໍາເພົາ ເອີນທະວັນໄດ້ມີຫຼາຍຂໍສະເໜີແນໃສ່ເພີ່ມທະວີສາຍພົວພັນຮ່ວມມື ແລະພັດທະນາລະຫວ່າງສອງທ້ອງຖິ່ນ. ໃນນັ້ນມີການກໍ່ສ້າງຫໍພັກໃຫ້ນັກສຶກສາລາວ ແລະນັກສຶກສາຕ່າງປະເທດ; ຊຸກຍູ້ໂຄງການກໍ່ສ້າງສູນການຄ້າ-ທ່ອງທ່ຽວ ແລະສູນວາງສະແດງຜະລິດຕະພັນຂອງລາວ ຢູ່ນະຄອນໂຮ່ຈີມິນ; ພິຈາລະນາກໍ່ສ້າງໂຄງການສູນອຸປະກະລະສັງຄົມ...

ໂດຍ: ເຈິ່ນຮວ່ຽນ