ຢູ່ຕາແສງອາເດີ໊ດ, ຄະນະຜູ້ແທນໄດ້ມີການໂອ້ລົມສົນທະນາ, ພົບປະແລກປ່ຽນ ແລະມອບຂອງຂວັນຢູ່ຄ້າຍທະຫານຊາຍແດນອາເດີ໊ດ; ມອບແຜນທີ່ຂອງຫວຽດນາມ 2 ສະບັບຕາມການຂົນຂວາຍ “ເອກອ້າງທະນົງໃຈຕໍ່ປະເທດຊາດ” ໂດຍສູນກາງຄະນະຊາວໜຸ່ມປຸກລະດົມ; ມອບເຄື່ອງໃຊ້ທີ່ຈຳເປັນຕາມລາຍການຮ່ວມເດີນທາງພ້ອມກັບຊາວໜຸ່ມຕຳຫຼວດຕາແສງ, ຍົກສູງຊີວິດການເປັນຢູ່ຮັບໃຊ້ວຽກງານ ໄລຍະ 2023-2027; ພ້ອມກັບຂອງຂວັນ 20 ພູດໃຫ້ 20 ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກຢູ່ຕາແສງເລິມເດີ໊ດ.

leftcenterrightdel
ຕໍາຫຼວດແຂວງເທື່ອທຽນ-ເຫວ້ ມອບເຂົ້າສານ ແລະເກືອໃຫ້ກຳລັງທະຫານລາວ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງເຊກອງ (ລາວ). ພາບ: vtcnews.vn

ຢູ່ດ່ານຊາຍແດນອາເດີ໊ດ-ຕາວາງ, ຄະນະຜູ້ແທນໄດ້ໄປຢ້ຽມຢາມຖາມຂ່າວ, ລະດົມກໍາລັງໃຈ ແລະປະຕິບັດພິທີທາງການທູດ; ພ້ອມທັງມອບເຂົ້າສານ 200 ກິໂລ ແລະເກືອ 60 ກິໂລ ໃຫ້ແກ່ກອງຮ້ອຍທະຫານຊາຍແດນ 531, ກອງບັນຊາການທະຫານແຂວງເຊກອງ ແລະປ້ອມຕໍາຫຼວດຕາວາງ. ຂອງຂວັນທີ່ໄດ້ມອບໃຫ້ມີມູນຄ່າທັງໝົດ 25 ລ້ານດົ່ງ ໂດຍແມ່ນສະມາຊິກຊາວໜຸ່ມບໍລິຈາກ ແລະຈາກແຫຼ່ງຊ່ວຍເຫຼືອຂອງສັງຄົມ.

ເນື່ອງໃນໂອກາດນີ້, ຄະນະຜູ້ແທນຍັງໄດ້ໄປເບິ່ງຫຼັກໝາຍທີ 666 ເພື່ອແນໃສ່ຊອກຮູ້ກ່ຽວກັບອະທິປະໄຕຜືນແຜ່ນດິນ, ຄວາມໝັ້ນຄົງຊາຍແດນແຫ່ງຊາດ.

ໂດຍ: ເຈິ່ນຮວ່ຽນ