ວັນບຸນທ່ອງທ່ຽວວັດທະນະທຳ ເຊີນລາ-ຫົວພັນ ປີ 2024 ດຳເນີນໃນລະຫວ່າງວັນທີ 21-23 ມີນາ ຢູ່ແຂວງຫົວພັນ ແມ່ນເຫດການວັດທະນະທໍາ, ທ່ອງທ່ຽວທີ່ມີຄວາມໝາຍສຳຄັນ, ປະກອບສ່ວນຊຸກຍູ້ນໍ້າໃຈສາມັກຄີແບບພິເສດລະຫວ່າງສອງປະເທດ ຫວຽດນາມ-ລາວ ເວົ້າລວມ ແລະລະຫວ່າງສອງແຂວງເຊີນລາ-ຫົວພັນ ເວົ້າສະເພາະ. ນີ້ກໍ່ແມ່ນໂອກາດເພື່ອເຊື່ອມຕໍ່, ຍູ້ແຮງການຮ່ວມສຳພັນພັດທະນາການທ່ອງທ່ຽວລະຫວ່າງເຊີນລາ-ຫົວພັນ ກັບບັນດາແຂວງ, ນະຄອນຂອງຫວຽດນາມ ແລະສາກົນ; ສະໜັບສະໜູນການພັດທະນາຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກສະເພາະ, ຈັບອົກຈັບໃຈ; ສ້າງວຽກເຮັດງານທໍາ, ເພີ່ມລາຍຮັບໃຫ້ປະຊາຊົນສອງແຂວງ, ລົບລ້າງຄວາມອຶດຫີວ, ຫຼຸດຜ່ອນຄວາມທຸກຍາກ, ພິເສດແມ່ນຢູ່ເຂດຊົນເຜົ່າສ່ວນໜ້ອຍ, ເຂດຊາຍແດນ; ຊຸກຍູ້ການພົບປະແລກປ່ຽນ, ການຮ່ວມມືໃນວິວັດການເຊື່ອມໂຍງເຂົ້າກັບສາກົນ.

leftcenterrightdel
ລາຍການສະແດງສິລະປະທີ່ພິທີ. ພາບ: ສໍານັກຂ່າວສານຫວຽດນາມ

ເຫດການດັ່ງກ່າວດໍາເນີນກົງກັບໂອກາດທີ່ປະຊາຊົນລາວບັນດາເຜົ່າພວມກະກຽມຕ້ອນຮັບບຸນປີໃໝ່ລາວ. ໃນໄລຍະດໍາເນີນເຫດການ, ປະຊາຊົນ ແລະນັກທ່ອງທ່ຽວສາມາດເຂົ້າຮ່ວມກິດຈະກໍາເຄື່ອນໄຫວຂອງວັນບຸນໂດຍຜ່ານລາຍການພົບປະແລກປ່ຽນວັດທະນະທໍາ, ສິລະປະ, ໄປຊົມຂົງເຂດວັດທະນະທໍາ-ທ່ອງທ່ຽວດ້ວຍຜະລິດຕະພັນທີ່ເປັນເອກະລັກຂອງແຂວງເຊີນລາ ແລະຫົວພັນ, ຊອກຮູ້ວັດທະນະທໍາຕ່າງໆໂດຍຜ່ານການເຄື່ອນໄຫວວັດທະນະທໍາພື້ນເມືອງ, ຄົ້ນຫາການທ່ອງທ່ຽວເຊີນລາ-ຫົວພັນ ຜ່ານຮູບພາບທີ່ສວຍງາມ, ສື່ສິ່ງພິມທ່ອງທ່ຽວຂອງສອງແຂວງ ແລະຊີມອາຫານຂອງແຂວງຫົວພັນ ແລະເຊີນລາ...

ໂດຍ: ເຈິ່ນຮວ່ຽນ