ຄະນະຜູ້ແທນກະຊວງຕໍາຫຼວດຫວຽດນາມ ນໍາໂດຍທ່ານພົນໂທ ເລືອງຕາມກວາງ ຮອງລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ; ຄະນະຜູ້ແທນກະຊວງປ້ອງກັນຄວາມສະຫງົບລາວ ນໍາໂດຍທ່ານພົນໂທ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ.

leftcenterrightdel
ທ່ານພົນໂທ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ແລະທ່ານພົນໂທ ເລືອງຕາມກວາງ ຮອງລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ ເຊັນບົດບັນທຶກກອງປະຊຸມຮ່ວມມືປ້ອງກັນຄວາມສະຫງົບລະຫວ່າງຫວຽດນາມ-ລາວ ຄັ້ງທີ XIV. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ກອງປະຊຸມ, ພາຍໃຕ້ການເປັນປະທານຮ່ວມຂອງທ່ານພົນໂທ ກົງທອງ ພົງວິຈິດ ແລະທ່ານພົນໂທ ເລືອງຕາມກວາງ, ສອງຝ່າຍເຫັນດີເປັນເອກະພາບຕໍ່ທິດທາງຮ່ວມມືໃນໄລຍະຈະມາເຖິງ, ສອງຝ່າຍສືບຕໍ່ຜັນຂະຫຍາຍກົນໄກຮ່ວມມືທີ່ມີຢູ່ແລ້ວລະຫວ່າງກໍາລັງປ້ອງກັນຄວາມສະຫງົບສອງປະເທດຢ່າງມີປະສິດທິຜົນ, ເປັນຕົ້ນແມ່ນລະຫວ່າງບັນດາກົມກອງວິຊາສະເພາະ ແລະຕໍາຫຼວດທ້ອງຖິ່ນຕິດກັບຊາຍແດນ; ໃນນັ້ນຄວນກຳນົດຢ່າງຈະແຈ້ງບັນດາໜ້າທີ່, ວຽກງານຈຸດສຸມໃນການຮ່ວມມືເພື່ອຮັບປະກັນຄວາມໝັ້ນຄົງແຫ່ງຊາດຂອງສອງປະເທດ; ສົມທົບກັນສະກັດກັ້ນ,  ຕ້ານການກະທົບຈາກໄພນາບຂູ່ຂອງຄວາມໝັ້ນຄົງບໍ່ແມ່ນການທະຫານທີ່ສົ່ງຜົນສະທ້ອນເຖິງການພັດທະນາ, ການຮ່ວມມືຮອບດ້ານລະຫວ່າງສອງປະເທດເວົ້າລວມ ແລະກະຊວງຕໍາຫຼວດຫວຽດນາມ ແລະກະຊວງປ້ອງກັນຄວາມສະຫງົບລາວ ເວົ້າສະເພາະ; ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນທັດສະນະ, ຫຼັກໝັ້ນຂອງສອງປະເທດໃນບັນດາເວທີປາໄສສາກົນ ແລະພາກພື້ນ; ຊຸກຍູ້ການຮ່ວມມືປ້ອງກັນ, ຕ້ານການກໍ່ການຮ້າຍສາກົນຂອງບັນດາປະເທດອາຊຽນ. ໃນຕໍ່ໜ້າ, ກໍາລັງປ້ອງກັນຄວາມສະຫງົບສອງປະເທດຄວນຮີບເຮັ່ງຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືຢ່າງລະອຽດ, ຮອບດ້ານ ແນໃສ່ຮັບປະກັນປ້ອງກັນຄວາມສະຫງົບໃຫ້ບັນດາເຫດການ, ກອງປະຊຸມໃນປີທີ່ລາວ ເປັນປະທານອາຊຽນ 2024; ຮັບປະກັນປ້ອງກັນຄວາມສະຫງົບໃຫ້ແກ່ບັນດາເຫດການສຳຄັນທີ່ຈະຈັດຂຶ້ນຢູ່ລາວ ແລະຫວຽດນາມ ໃນໄລຍະຈະມາເຖິງ.

ສິ້ນສຸດກອງປະຊຸມ, ຮອງລັດຖະມົນຕີສອງທ່ານ ໄດ້ເຊັນບົດບັນທຶກກອງປະຊຸມຮ່ວມມືປ້ອງກັນຄວາມສະຫງົບລະຫວ່າງຫວຽດນາມ-ລາວ ຄັ້ງທີ XIV.

ໂດຍ: ເຈິ່ນຮວ່ຽນ