leftcenterrightdel
ບັນດາຜູ້ແທນ ເຂົ້າຮ່ວມກອງປະຊຸມ. ພາບ: qdnd.vn

ທີ່ກອງປະຊຸມ, ພະແນກແຮງງານ-ທະຫານເສຍອົງຄະ ແລະສັງຄົມແຂວງ ຮ່າຕິ້ງ ກັບພະແນກແຮງງານ ແລະສະຫວັດດີການສັງຄົມ ແຂວງບໍລິຄຳໄຊ ໄດ້ເຫັນດີເປັນເອກະພາບລົງນາມໃນຂໍ້ຕົກລົງຮ່ວມມືໃນຂົງເຂດພັດທະນາແຫຼ່ງຊັບພະຍາກອນມະນຸດ ຜ່ານການພັດທະນາທັກສະດ້ານອາຊີບ, ຊຸກຍູ້ການຮ່ວມສໍາພັນບໍາລຸງສ້າງອາຊີບ, ບໍາລຸງສ້າງເພີ່ມທະວີຄວາມສາມາດໃຫ້ຖັນແຖວຄູອາຈານ ທີ່ສິດສອນກ່ຽວກັບອາຊີບ ແລະວຽກງານຄຸ້ມຄອງການຮັບປະກັນຊີວິດສັງຄົມ, ການສຶກສາອາຊີບ.

leftcenterrightdel
ພະແນກແຮງງານ-ທະຫານເສຍອົງຄະ ແລະສັງຄົມແຂວງຮ່າຕິ້ງ ສົມທົບກັບພະແນກແຮງງານ ແລະສະຫວັດດີການສັງຄົມແຂວງບໍລິຄຳໄຊ ລົງນາມໃນຂໍ້ຕົກລົງວ່າດ້ວຍການຮ່ວມມື. ພາບ: qdnd.vn

ບັນດາຂົງເຂດຮ່ວມມືລວມມີ: ແບ່ງປັນບົດຮຽນປະສົບການ, ເພີ່ມທະວີການສົມທົບກັນກ່ຽວກັບວຽກງານກໍ່ສ້າງ, ປັບປຸງກົດໝາຍ ແລະ ນະໂຍບາຍວ່າດ້ວຍການພັດທະນາແຫຼ່ງຊັບພະຍາກອນມະນຸດ, ການຮັບປະກັນຊີວິດສັງຄົມ ໃຫ້ສົມບູນແບບ; ຮ່ວມມືໃນການບໍາລຸງສ້າງ, ຍົກສູງຄວາມສາມາດຂອງຄູອາຈານຢູ່ຕາມຮາກຖານການສຶກສາອາຊີບ ແລະຍົກສູງດ້ານເຕັກນິກໃຫ້ແກ່ພະນັກງານທີ່ເຮັດວຽກໃນຂົງເຂດແຮງງານ, ວຽກເຮັດງານທໍາ ແລະຮັບປະກັນຊີວິດສັງຄົມ.

ສ້າງເງື່ອນໄຂສະດວກໃຫ້ບັນດາຫົວໜ່ວຍ, ໂຮງຮຽນຂອງສອງຝ່າຍຊອກຮູ້ຕະຫຼາດ, ຮ່ວມມື, ແລກປ່ຽນບົດຮຽນ ແລະຮ່ວມສໍາພັນດ້ານການບໍາລຸງກໍ່ສ້າງໃນຂົງເຂດສາທາລະນະສຸກ ແລະການສຶກສາອາຊີບ. ສະເໜີປະກາດໃຊ້ນະໂຍບາຍບຸລິມະສິດ ແນໃສ່ຊຸກຍູ້ການບໍາລຸງສ້າງອາຊີບ ແລະ ຍົກສູງຄຸນນະພາບ ເພື່ອຕອບສະໜອງຄວາມຕ້ອງການຂອງສອງແຂວງ. ສືບຕໍ່ເພີ່ມທະວີການສົມທົບກັນລະຫວ່າງພະແນກ ແລະ ຂະແໜງການທີ່ກ່ຽວຂ້ອງຂອງສອງແຂວງ ໃນວຽກງານຊອກຫາ ແລະທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ດ້ວຍຈິດໃຈຄວາມຮັບຜິດຊອບສູງ, ນັບມື້ນັບເຂົ້າສູ່ລວງເລິກ ແລະ ບັນລຸໄດ້ໝາກຜົນຢ່າງຈົບງາມ.

ໂດຍ: ທູຈາງ