ກະຊວງຕຳຫຼວດຫວຽດນາມ ໃຫ້ຄຳໝັ້ນສັນຍາໜູນຊ່ວຍລາວ ໃນປີເປັນປະທານອາຊຽນ 2024
ກປ.ອອນໄລ - ວັນທີ 6 ທັນວາ, ຄະນະຜູ້ແທນກະຊວງຕຳຫຼວດຫວຽດນາມ ໂດຍສະຫາຍພົນໂທ ເລືອງຕາມກວາງ ຮອງລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ ໄດ້ໄປສຳນັກງານກະຊວງປ້ອງກັນຄວາມສະຫງົບລາວ ຢູ່ນະຄອນຫຼວງວຽງຈັນ ເພື່ອເຂົ້າຢ້ຽມຂໍ່ານັບສະຫາຍພົນເອກ ວິໄລ ຫຼ້າຄຳຟອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ແລະພົບປະກັບສະຫາຍພົນໂທ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ.
ຕ້ອນຮັບສະຫາຍຮອງລັດຖະມົນຕີ ເລືອງຕາມກວາງ ມາຢ້ຽມຢາມ ແລະເຮັດວຽກກັບກະຊວງປ້ອງກັນຄວາມສະຫງົບລາວ, ສະຫາຍລັດຖະມົນຕີ ວິໄລ ຫຼ້າຄຳຟອງ ໄດ້ຮັບຮູ້ ແລະຕີລາຄາສູງໝາກຜົນການຮ່ວມມືອັນດີງາມລະຫວ່າງສອງກະຊວງໃນໄລຍະຜ່ານມາບົນພື້ນຖານແຜນການຮ່ວມມືລະຫວ່າງສອງກະຊວງ. ໃນສະພາບທີ່ ລາວ ຈະດຳລົງຕຳແໜ່ງເປັນປະທານອາຊຽນປີ 2024, ສະຫາຍລັດຖະມົນຕີ ວິໄລ ຫຼ້າຄຳຟອງ ສະເໜີໃຫ້ກະຊວງຕຳຫຼວດຫວຽດນາມ ສືບຕໍ່ໜູນຊ່ວຍລາວ ຮັບປະກັນຄວາມສະຫງົບ, ຄວາມປອດໄພໃຫ້ແກ່ການເຄື່ອນໄຫວ, ເຫດການການເມືອງທີ່ຈັດຕັ້ງຢູ່ລາວ.
    |
 |
ສະຫາຍພົນເອກ ວິໄລ ຫຼ້າຄຳຟອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ຕ້ອນຮັບສະຫາຍພົນໂທ ເລືອງຕາມກວາງ ຮອງລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ |
ຂອບໃຈຢ່າງຈິງໃຈຕໍ່ສະຫາຍລັດຖະມົນຕີ ວິໄລ ຫຼ້າຄຳຟອງ ທີ່ໄດ້ສະຫຼະເວລາຕ້ອນຮັບຄະນະ, ພ້ອມທັງລາຍງານຕໍ່ສະຫາຍລັດຖະມົນຕີ ວິໄລ ຫຼ້າຄຳຟອງ ກ່ຽວກັບໝາກຜົນການພົບປະກັບສະຫາຍຮອງລັດຖະມົນຕີ ກົງທອງ ພົງວິຈິດ, ສະຫາຍຮອງລັດຖະມົນຕີ ເລືອງຕາມກວາງ ຢັ້ງຢືນວ່າ ຈະເອົາໃຈໃສ່, ຊີ້ນຳບັນດາກົມກອງທີ່ກ່ຽວຂ້ອງຂອງກະຊວງຕຳຫຼວດຫວຽດນາມ ຜັນຂະຫຍາຍການຮ່ວມມືລະຫວ່າງສອງຝ່າຍຢ່າງມີປະສິດທິຜົນ.
ກ່ອນໜ້ານີ້, ທີ່ການພົບປະລະຫວ່າງລັດຖະມົນຕີສອງສະຫາຍ, ສະຫາຍຮອງລັດຖະມົນຕີ ກົງທອງ ພົງວິຈິດ ໄດ້ແລກປ່ຽນໂດຍຫຍໍ້ກ່ຽວກັບການປະຕິບັດໝາກຜົນຂອງກອງປະຊຸມການຮ່ວມມືປ້ອງກັນຄວາມສະຫງົບ ຄັ້ງທີ 13 ລະຫວ່າງສອງກະຊວງຜ່ານມາ; ໃນນັ້ນໄດ້ສຸມໃສ່ການເຄື່ອນໄຫວແລກປ່ຽນຂໍ້ມູນຂ່າວສານ, ຈັດຕັ້ງການຝຶກອົບຮົມໄລຍະສັ້ນກ່ຽວກັບວຽກງານຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ສົມທົບກັນກຳໄດ້ການເຄື່ອນໄຫວຂອງບັນດາອິດທິກໍາລັງເປັນປໍລະປັກທຳລາຍການພົວພັນສອງປະເທດ.
    |
 |
ບັນຍາກາດທີ່ການພົບປະສອງຝ່າຍ. ພາບ: ສໍານັກຂ່າວສານຫວຽດນາມ |
ກ່ຽວກັບການໜູນຊ່ວຍວຽກງານຮັກສາຄວາມສະຫງົບໃຫ້ແກ່ການເຄື່ອນໄຫວໃນປີເປັນປະທານອາຊຽນ 2024 ຂອງລາວ, ສະຫາຍຮອງລັດຖະມົນຕີ ກົງທອງ ພົງວິຈິດ ສະເໜີໃຫ້ກະຊວງຕຳຫຼວດຫວຽດນາມ ສົ່ງນັກຊ່ຽວຊານໄປກໍ່ສ້າງ, ຝຶກອົບຮົມເພື່ອຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງເຫດການການເມືອງສຳຄັນຂອງລາວ ໃນປີ 2024.
ສະຫາຍຮອງລັດຖະມົນຕີ ເລືອງຕາມກວາງ ຢັ້ງຢືນວ່າ ກະຊວງຕຳຫຼວດຫວຽດນາມ ຈະໜູນຊ່ວຍຕາມເງື່ອນໄຂ, ຄວາມສາມາດຂອງຕົນເພື່ອຊ່ວຍໃຫ້ຝ່າຍ ລາວ ປະສົບຜົນສຳເລັດໃນວຽກງານຮັກສາຄວາມສະຫງົບ, ຄວາມປອດໄພໃຫ້ປີເປັນປະທານອາຊຽນ 2024.
ໂດຍ: ເຈິ່ນຮວ່ຽນ