ເພີ່ມພູນຄູນສ້າງນ້ຳໃຈສາມັກຄີມິດຕະພາບລະຫວ່າງທະຫານ ແລະປະຊາຊົນສອງປະເທດຫວຽດນາມ ແລະລາວ
ກປ.ອອນໄລ - ໃນຂອບເຂດການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ - ກໍາປູເຈຍ ຄັ້ງທີ 1, ວັນທີ 6 ທັນວາ, ການແພດທະຫານສອງປະເທດຫວຽດນາມ ແລະ ລາວ ໄດ້ສົມທົບກັນຈັດຕັ້ງການກວດພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນຢູ່ເຂດຊາຍແດນໃນບໍລິເວນເມືອງງອກໂຮ່ຍ, ແຂວງກອນຕູນ, ຫວຽດນາມ.
ກ່າວຄຳເຫັນນະທີ່ນີ້, ທ່ານພັນເອກພິເສດ ເລວັນດົງ, ຮອງຫົວໜ້າກົມເສນາຮັກ (ກົມໃຫຍ່ພະລາທິການ ກອງທັບປະຊາຊົນຫວຽດນາມ) ໃຫ້ຮູ້ວ່າ ຫວຽດນາມ ແລະລາວ ມີການພົວພັນມິດຕະພາບທີ່ເປັນມູນເຊື້ອ. ປະຊາຊົນສອງປະເທດຍາມໃດກໍ່ໄດ້ຄຽງບ່າຄຽງໄຫຼ່ນຳກັນໃນການຕໍ່ຕ້ານເພື່ອຍາດເອົາເອກະລາດ ແລະເສລີພາບ. ສາຍພົວພັນນີ້ໄດ້ຮັບການປັບປຸງ ແລະພັດທະນາຮອບດ້ານໃນຫຼາຍທົດສະວັດຜ່ານມາ, ພິເສດແມ່ນໃນຂົງເຂດປ້ອງກັນຊາດ, ສະແດງໃຫ້ເຫັນຄວາມສາມັກຄີ, ມິດຕະພາບລະຫວ່າງສອງປະເທດ.
    |
 |
ທ່ານພັນເອກ ພູວິໄລ ພູນສະຫວັດ ຮອງຫົວໜ້າກົມເສນາຮັກ ກອງທັບປະຊາຊົນລາວ ກ່າວຄໍາເຫັນທີ່ພິທີ. ພາບ: qdnd.vn |
ການກວດພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນຢູ່ເຂດຊາຍແດນບໍ່ພຽງແຕ່ແມ່ນຄວາມຮັບຜິດຊອບຂອງກອງທັບສອງປະເທດຫວຽດນາມ - ລາວ ເທົ່ານັ້ນ ຫາກຍັງແມ່ນການສະແດງຄວາມສາມັກຄີ, ຄວາມຮູ້ບຸນຄຸນຂອງປະຊາຊົນ, ອຳນາດການປົກຄອງທ້ອງຖິ່ນ - ຜູ້ທີ່ໄດ້ຊ່ວຍເຫຼືອ, ໜູນຊ່ວຍກອງທັບສອງປະເທດໃນໄລຍະຕໍ່ສູ້ເພື່ອປົດປ່ອຍຊາດ. ພ້ອມດຽວກັນນັ້ນ, ນີ້ກໍ່ແມ່ນໂອກາດເພື່ອໃຫ້ເສນາຮັກຂອງສອງປະເທດໄດ້ແບ່ງປັນ, ແລກປ່ຽນບົດຮຽນເພື່ອແນໃສ່ຍົກສູງລະດັບຄວາມຮູ້ດ້ານວິຊາການ, ວິຊາສະເພາະໃນວຽກງານຮັກສາສຸຂະພາບຂອງພະນັກງານ, ນັກຮົບ ແລະປະຊາຊົນ.
ທີ່ການເຫດການນີ້, ທ່ານພັນເອກ ພູວິໄລ ພູນສະຫວັດ ຮອງຫົວໜ້າກົມເສນາຮັກ ກອງທັບປະຊາຊົນລາວ ຢືນຢັນວ່າ: ລາຍການກວດພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນຢູ່ເຂດຊາຍແດນແມ່ນໜຶ່ງໃນບັນດາການເຄື່ອນໄຫວຮ່ວມມືທີ່ສຳຄັນ, ປະກອບສ່ວນເພີ່ມພູນຄູນສ້າງຄວາມສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອລະຫວ່າງກອງທັບ ແລະປະຊາຊົນສອງປະເທດ ເພື່ອພ້ອມກັນສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ.
    |
 |
ປະຊາຊົນທີ່ມາກວດພະຍາດແມ່ນໄດ້ຮັບຢາ ແລະຄໍາແນະນໍາການກິນຢາຢ່າງລະອຽດ. ພາບ: qdnd.vn |
ຕາມທ່ານພັນເອກ ພູວິໄລ ພູນສະຫວັດ ແລ້ວ, ຜ່ານລາຍການ, ປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກຢູ່ເຂດຊາຍແດນໄດ້ຮັບການກວດພະຍາດ, ປິ່ນປົວພະຍາດ, ໃຫ້ຄໍາປຶກສາດ້ານສຸຂະພາບ, ແຈກຢາຍຢາໂດຍບໍ່ເສຍຄ່າ. ສິ່ງດັ່ງກ່າວໄດ້ປະກອບສ່ວນຍົກສູງຄຸນນະພາບການຮັກສາສຸຂະພາບໃຫ້ປະຊາຊົນຢູ່ເຂດຊາຍແດນ, ເພື່ອໃຫ້ເຂົາເຈົ້າສືບຕໍ່ປະກອບສ່ວນໃຫ້ແກ່ການປະຕິບັດໜ້າທີ່ປົກປັກຮັກສາ ແລະພັດທະນາປະເທດຊາດ.
ໂດຍ: ຈາງຫງວຽນ