ປະທານສະພາແຫ່ງຊາດ ພົບປະສັງສັນກັບນັກສຶກສາລາວ ແລະຄູອາຈານຂອງໂຮງຮຽນມິດຕະພາບ T78 ລຸ້ນຕ່າງໆ
ກປ.ອອນໄລ - ທ່ານ ເວືອງດິ່ງເຫວະ ປະທານສະພາແຫ່ງຊາດຫວຽດນາມ ເນັ້ນໜັກວ່າໂຮງຮຽນມິດຕະພາບ T78 ແມ່ນໜຶ່ງໃນບັນດາຂົວຕໍ່, ເພີ່ມພູນຄູນສ້າງນ້ຳໃຈສາມັກຄີ, ມິດຕະພາບ ລາວ-ຫວຽດນາມ ໃຫ້ແໜ້ນແຟ້ນໝັ້ນຄົງກວ່າອີກ.
ຕອນເຊົ້າວັນ 6 ທັນວາ, ໃນການຢ້ຽມຢາມ ແລະເຮັດວຽກຢູ່ລາວ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວະ ແລະທ່ານປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ ໄດ້ມີການພົບປະສັງສັນຢ່າງສະໜິດສະໜົມກັບນັກສຶກສາລາວ ແລະຄູອາຈານຂອງໂຮງຮຽນມິດຕະພາບ T78, ຫວຽດນາມ ລຸ້ນຕ່າງໆ.
    |
 |
ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວະ, ທ່ານປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ ແລະຜູ້ແທນທີ່ການພົບປະສັງສັນ. ພາບ: qdnd.vn |
ປະທານສະພາແຫ່ງຊາດສອງທ່ານ ສະແດງຄວາມປິຕິຊົມຊື່ນ ແລະສະເທືອນໃຈເມື່ອໄດ້ພົບປະກັບບັນດານັກສຶກສາລາວ ລຸ້ນຕ່າງໆ, ເຊິ່ງເປັນອະດີດການນຳ ແລະພະນັກງານຂັ້ນສູງຂອງລາວ ທີ່ເຄີຍຮຽນຢູ່ໂຮງຮຽນມິດຕະພາບ T78 ເຊິ່ງເປັນໂຮງຮຽນທີ່ກໍ່ສ້າງນັກສຶກສາລາວ ເປັນຈຳນວນຫຼວງຫຼາຍໃນປະຫວັດສາດ.
    |
 |
ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວະ ກ່າວຄຳເຫັນທີ່ການພົບປະສັງສັນ. ພາບ: qdnd.vn |
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເນັ້ນໜັກວ່າ ໂຮງຮຽນມິດຕະພາບ T78 ແມ່ນໜຶ່ງໃນບັນດາຂົວຕໍ່, ເພີ່ມພູນຄູນສ້າງນ້ຳໃຈສາມັກຄີ, ມິດຕະພາບລາວ-ຫວຽດນາມ ໃຫ້ແໜ້ນແຟ້ນ ໝັ້ນຄົງກວ່າອີກ, ປະກອບສ່ວນກໍ່ສ້າງນັກສຶກສາລາວ ກວ່າ 27.000 ຄົນ; ໃນນັ້ນມີນັກສຶກສາລາວ ຫຼາຍຄົນທີ່ປະສົບຜົນສຳເລັດ, ໄດ້ ແລະພວມດຳລົງຕຳແໜ່ງສຳຄັນໃນກົງຈັກການນຳພັກ, ລັດ, ສະພາແຫ່ງຊາດ, ລັດຖະບານລາວ.
    |
 |
ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ ກ່າວຄຳເຫັນທີ່ການພົບປະສັງສັນ. ພາບ: qdnd.vn |
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ປາດຖະໜາວ່າ ການພົບປະສັງສັນສະໜິດສະໜົມຄັ້ງນີ້ ແລະມີຄວາມໝາຍໃນມື້ນີ້ ຈະສືບຕໍ່ໄດ້ຮັບການຮັກສາ, ແມ່ນໂອກາດເພື່ອສະແດງຄວາມຕອບບຸນແທນຄຸຸນຕໍ່ຄູອາຈານ, ເສີມຂະຫຍາຍມູນເຊື້ອອັນດີງາມຂອງສອງຊາດ, ພິເສດແມ່ນປະກອບສ່ວນສຶກສາອົບຮົບໃຫ້ຄົນລຸ້ນຫຼັງສືບທອດ, ຮັກສາ ແລະເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ແລະຄວາມສາມັກຄີແບບພິເສດ ຫວຽດນາມ-ລາວ ຕື່ມອີກ.
    |
 |
ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວະ, ທ່ານປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ ແລະບັນດາຜູ້ແທນທີ່ການພົບປະສັງສັນ. ພາບ: qdnd.vn |
ທີ່ການພົບປະສັງສັນ, ທ່ານປະທານສະພາແຫ່ງຊາດລາວ ໄດ້ຫວນຄືນບັນດາຄວາມຊົງຈຳໃນໄລຍະຮ່ຳຮຽນຢູ່ຫວຽດນາມ, ພ້ອມທັງແບ່ງປັນໜ້າທີ່ສຶກສາອົບຮົມໄວໜຸ່ມຂອງສອງປະເທດກ່ຽວກັບການພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດລະຫວ່າງສອງປະເທດ, ເພື່ອໃຫ້ສາຍພົວພັນນີ້ນັບມື້ນັບເກີດດອກອອກຜົນ.
ໂດຍ: ທະນາພອນ