ນີ້ແມ່ນການເຄື່ອນໄຫວນອນໃນຂອບເຂດການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນຫວຽດນາມ - ລາວ - ກຳປູເຈຍ ຄັ້ງທີ 1.

leftcenterrightdel
ທ່ານພັນເອກພິເສດ ເລວັນດົງ ແຈ້ງໃຫ້ທ່ານພົນຕີ ວັນທອງ ບຸດຕະວົງ ຮັບຊາບກ່ຽວກັບການເຄື່ອນໄຫວກວດ, ປິ່ນປົວພະຍາດ ແລະແຈກຢາຍຢາໂດຍບໍ່ເສຍຄ່າ. ພາບ: qdnd.vn

ເມື່ອໄປຢ້ຽມຢາມ ແລະກວດກາວຽກງານກວດພະຍາດ ແລະແຈກຢາຍຢາໂດຍບໍ່ເສຍຄ່າຢູ່ເມືອງຊານໄຊ, ຕອນເຊົ້າວັນທີ 5 ທັນວາ, ທ່ານພົນຕີ ວັນທອງ ບຸດຕະວົງ, ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ໄດ້ຕີລາຄາສູງວ່າ ການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງສອງຝ່າຍຈະຊ່ວຍໃຫ້ບັນດາການເຄື່ອນໄຫວກວດ, ປິ່ນປົວພະຍາດໃຫ້ແກ່ປະຊາຊົນໄດ້ດໍາເນີນໄປຢ່າງດີງາມ.

leftcenterrightdel
ທ່ານພົນຕີ ວັນທອງ ບຸດຕະວົງ ພ້ອມດ້ວຍຜູ້ຕາງໜ້າກົມການແພດທະຫານ, ທະຫານຊາຍແດນ ສອງປະເທດ ຖ່າຍຮູບລວມ. ພາບ: qdnd.vn
leftcenterrightdel
ປະຊາຊົນຢູ່ເຂດຊາຍແດນໄດ້ຮັບການກວດພະຍາດໂດຍບໍ່ເສຍຄ່າ. ພາບ: qdnd.vn

ສ່ວນທ່ານພັນເອກພິເສດ ເລວັນດົງ, ຮອງຫົວໜ້າກົມການແພດທະຫານ (ກົມໃຫຍ່ພະລາທິການ) ໃຫ້ຮູ້ວ່າ: ລາຍການກວດ ແລະປິ່ນປົວພະຍາດຮ່ວມກັນລະຫວ່າງກອງທັບສອງປະເທດ ຫວຽດນາມ ແລະ ລາວ ໄດ້ດຳເນີນໄປດ້ວຍຈິດໃຈ “ສາມັກຄີ, ຮ່ວມມື, ມິດຕະພາບ, ຊ່ວຍກັນພັດທະນາ”. ພະນັກງານ, ພາລະກອນເສນາຮັກທີ່ມີລະດັບວິຊາສະເພາະ ແລະມີປະສົບການຫຼາຍຢ່າງ ກວ່າ 70 ຄົນ ຂອງໂຮງໝໍກອງທັບ 87 (ກົມໃຫຍ່ພະລາທິການ) ໄດ້ຜ່ານໄລຍະທາງອັນຍາວໄກ  ເພື່ອມາສົມທົບກັບກໍາລັງເສນາຮັກລາວ ກວດ, ປິ່ນປົວ ພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນຢູ່ເຂດຊາຍແດນ. ທ່ານພັນເອກພິເສດ ເລວັນດົງ ເຊື່ອໝັ້ນວ່າ: ການສົມທົບກັນຈັດຕັ້ງກວດ, ປິ່ນປົວພະຍາດ, ແຈກຢາຍໂດຍບໍ່ເສຍຄ່າໃຫ້ປະຊາຊົນຢູ່ເຂດຊາຍແດນ ຈະປະກອບສ່ວນຮັດແໜ້ນ ແລະເພີ່ມພູນຄູນສ້າງຄວາມສາມັກຄີ, ຄວາມສະໜິດຕິດພັນລະຫວ່າງທະຫານ ແລະປະຊາຊົນສອງປະເທດເວົ້າລວມ ແລະຂະແໜງການແພດທະຫານຂອງສອງສອງປະເທດ ເວົ້າສະເພາະ.

ໂດຍ: ທະນາພອນ