ກອງປະຊຸມລັດຖະມົນຕີແຮງງານ ແລະສະຫວັດດີການສັງຄົມ ລາວ-ຫວຽດນາມ ຄັ້ງທີ 8
ກປ.ອອນໄລ - ວັນທີ 5 ທັນວາ, ຢູ່ນະຄອນຫຼວງພະບາງ, ປະເທດລາວ, ໄດ້ດໍາເນີນກອງປະຊຸມລັດຖະມົນຕີ ແຮງງານ ແລະສະຫວັດດີການສັງຄົມ ລາວ-ຫວຽດນາມ ຄັ້ງທີ 8. ກອງປະຊຸມໂດຍແມ່ນທ່ານນາງ ໃບຄໍາ ຂັດຕິຍະ ລັດຖະມົນຕີກະຊວງແຮງງານ ແລະສະຫວັດດີການສັງຄົມລາວ ກັບທ່ານ ດ່າວງອັກຢຸງ ລັດຖະມົນຕີກະຊວງແຮງງານ-ທະຫານເສຍອົງຄະ ແລະສັງຄົມຫວຽດນາມ ເປັນປະທານຮ່ວມ.
    |
 |
ທ່ານນາງ ໃບຄໍາ ຂັດຕິຍະ ລັດຖະມົນຕີກະຊວງແຮງງານ ແລະສະຫວັດດີການສັງຄົມລາວ ກັບທ່ານ ດ່າວງອັກຢຸງ ລັດຖະມົນຕີກະຊວງແຮງງານ-ທະຫານເສຍອົງຄະ ແລະສັງຄົມຫວຽດນາມ ລົງນາມການຮ່ວມມືລະຫວ່າງສອງກະຊວງ ໄລຍະ 2023-2025. ພາບ: vov.vn |
ທີ່ກອງປະຊຸມ, ທ່ານລັດຖະມົນຕີ ດ່າວງອັກຢຸງ ໄດ້ສະເໜີໃຫ້ ລາວ ສືບຕໍ່ສ້າງເງື່ອນໄຂເພື່ອຮັບເອົາແຮງງານຫວຽດນາມ ມາເຮັດວຽກຢູ່ໂຄງການລົງທຶນ, ໂຄງການກໍ່ສ້າງຢູ່ ລາວ. ລັດຖະມົນຕີສອງທ່ານ ໄດ້ເຫັນດີເປັນເອກະພາບນຳກັນວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ເອົາໃຈໃສ່ເປັນພິເສດເຖິງການປະຕິບັດບັນດາເນື້ອໃນຂອງສັນຍາ, ເພີ່ມທະວີການຈັດຕັ້ງກອງປະຊຸມເຕັກນິກກ່ຽວກັບເນື້ອໃນລະອຽດເພື່ອສາມາດແລກປ່ຽນຢ່າງລະອຽດກວ່າ, ຮັບໃຊ້ໃຫ້ແກ່ວຽກງານສ້າງກົດໝາຍ ແລະນະໂຍບາຍຂອງສອງປະເທດ. ບັນດາຫົວໜ່ວຍຂອງສອງກະຊວງ, ພະແນກແຮງງານທະຫານເສຍອົງຄະ ແລະສັງຄົມ ແລະໂຮງຮຽນ... ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ຊຸກຍູ້ການລະດົມແຫຼ່ງກໍາລັງແນໃສ່ເພີ່ມທະວີພັດທະນາແຫຼ່ງຊັບພະຍາກອນມະນຸດສາມາດຕອບສະໜອງຕາມມາດຕະຖານຂອງພາກພື້ນ ແລະສາກົນ.
ລັດຖະມົນຕີສອງທ່ານ ຢັ້ງຢືນວ່າຈະຫັນການຮ່ວມມືລະຫວ່າງສອງປະເທດເປັນຫຼາຍຮູບຫຼາຍແບບ ແລະເປີດກວ້າງໃນວຽກງານອຸປະກາລະສັງຄົມ, ເບິ່ງແຍງດູແລເດັກ, ໜູນຊ່ວຍຄົນພິການ ແລະຜູ້ອາຍຸສູງ...
ສິ້ນສຸດກອງປະຊຸມ, ລັດຖະມົນຕີສອງທ່ານ ໄດ້ລົງນາມໃນບົດບັນທຶກກອງປະຊຸມລັດຖະມົນຕີແຮງງານ ແລະສະຫວັດດີການສັງຄົມ ລາວ-ຫວຽດນາມ ຄັ້ງທີ 8, ໃນນັ້ນໄດ້ສຸມໃສ່ບັນດາເນື້ອໃນລະອຽດເພື່ອຜັນຂະຫຍາຍແຜນການຮ່ວມມື ໄລຍະ 2023-2025.
ໂດຍ: ເຈິ່ນຮວ່ຽນ