ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ເຫັນດີເປັນເອກະພາບຕີລາຄາສູງຕໍ່ເລື່ອງສະພາແຫ່ງຊາດສາມປະເທດໄດ້ປະຕິບັດວຽກງານຕິດຕາມກວດກາ, ຊຸກຍູ້ການປະຕິບັດຂໍ້ຕົກລົງ, ຄໍາໝັ້ນສັນຍາໃນທຸກຂົງເຂດລະຫວ່າງສາມລັດຖະບານ, ປະກອບສ່ວນພັດທະນາເຂດສາມຫຼ່ຽມພັດທະນາກໍາປູເຈຍ-ລາວ-ຫວຽດນາມ (CLV – DTA) ເປັນຢ່າງດີ, ເຮັດໃຫ້ການພົວພັນມິດຕະພາບ, ຄວາມສາມັກຄີລະຫວ່າງສາມປະເທດເລິກເຊິ່ງ ແລະໝັ້ນແກ່ນກວ່າອີກ. ກອງປະຊຸມໄດ້ເຫັນດີເປັນເອກະພາບວ່າ ສາມສະພາແຫ່ງຊາດຕ້ອງຮ່ວມມືກັນຢ່າງແໜ້ນແຟ້ນກວ່າອີກ, ສົມທົບກັນລະຫວ່າງການຕ່າງປະເທດລັດຖະສະພາ ແລະການຕ່າງປະເທດ ເພື່ອສາມາດຮັບມືກັບສິ່ງທ້າທາຍ ແລະເສີມຂະຫຍາຍຄວາມສາມາດບົ່ມຊ້ອນຂອງສາມປະເທດ, ໂດຍສະເພາະແມ່ນຢູ່ເຂດ CLV - DTA.

leftcenterrightdel
ກອງປະຊຸມສາມກໍາມາທິການຕ່າງປະເທດຂອງສະພາແຫ່ງຊາດສາມປະເທດກໍາປູເຈຍ-ລາວ-ຫວຽດນາມ. ພາບ: qdnd.vn

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ຫວູຫາຍຮ່າ ປະທານກໍາມາທິການຕ່າງປະເທດຂອງສະພາແຫ່ງຊາດຫວຽດນາມ ຕີລາຄາດ້ານການເມືອງ-ການຕ່າງປະເທດວ່າ ແມ່ນເສົາຄໍ້າຫຼັກແຫຼ່ງໃນການຮ່ວມມືລະຫວ່າງສາມສະພາແຫ່ງຊາດກໍ່ຄືສາມປະເທດ. ໃນໄລຍະໃໝ່, ການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງສາມສະພາແຫ່ງຊາດ ແລະສາມປະເທດແມ່ນຄວາມຮຽກຮ້ອງຕ້ອງການທີ່ຈໍາເປັນ ແລະມີລັກສະນະຍຸດທະສາດ. ປະທານ ຫວູຫາຍຮ່າ ສະເໜີໃຫ້ສະພາແຫ່ງຊາດສາມປະເທດກໍາປູເຈຍ-ລາວ-ຫວຽດນາມ ສືບຕໍ່ສົມທົບກັນ, ເພີ່ມທະວີເສົາຄໍ້າປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສ້າງເສັ້ນຊາຍແດນ, ສະກັດກັ້ນການປະຕິວັດສີ, ຮັບມືກັບສິ່ງທ້າທາຍຄວາມໝັ້ນຄົງແບບໃໝ່, ປະຕິບັດຂໍ້ຕົກລົງທີ່ໄດ້ລົງນາມ, ຂົນຂວາຍແຫຼ່ງກໍາລັງພາຍນອກ ເພື່ອເຊື່ອມຕໍ່ສາມພື້ນຖານເສດຖະກິດ, ເພີ່ມການຮ່ວມມືທ້ອງຖິ່ນທີ່ຢູ່ລຽບຕາມເສັ້ນຊາຍແດນເຂດ CLV -DTA, ສ້າງກຸ່ມສະມາຊິກລັດຖະສະພາຢູ່ເຂດສາມຫຼຽມພັດທະນາ.

ທ່ານ ຮ່າກິມງອັກ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຕີລາຄາພາຍຫຼັງ 20 ປີແຫ່ງການພັດທະນາ, ຮ່ວມມືຢູ່ເຂດ CLV -DTA ຢັ້ງຢືນວ່າ ແມ່ນກົນໄກຮ່ວມມືທີ່ມີປະສິດທິຜົນ. ທ່ານຮອງລັດຖະມົນຕີ ສະເໜີມາດຕະການເພີ່ມການສົມທົບລະຫວ່າງການຕ່າງປະເທດ ແລະສະພາແຫ່ງຊາດສາມປະເທດໃນສະພາບການໃໝ່ແມ່ນເພີ່ມຄຸນຄ່າຍຸດທະສາດຂອງນໍ້າໃຈສາມັກຄີມິດຕະພາບສາມປະເທດ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສສາກົນ ແລະພາກພື້ນ, ໂດຍສະເພາະແມ່ນກົນໄກສະພາແຫ່ງຊາດ; ຍູ້ແຮງການພົວພັນຮ່ວມມືແທດຈິງໃນທຸກຂົງເຂດ, ດ້ວຍຈຸດສຸມແມ່ນການເຊື່ອມຕໍ່, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ຜັນຂະຫຍາຍຮູບແບບ “ສາມປະເທດ, ສະຖານທີ່ທ່ອງທ່ຽວດຽວ”, ໜູນຊ່ວຍວິສາຫະກິດ; ປະກອບສ່ວນສ້າງປະຊາຄົມອາຊຽນ, ຊຸກຍູ້ການຮ່ວມມືອະນຸພາກພື້ນແມ່ນໍ້າຂອງ; ຊຸກຍູ້ການຮ່ວມມືກັບບັນດາຄູ່ຮ່ວມມືພັດທະນາແນໃສ່ດຶງດູດແຫຼ່ງກໍາລັງ ເພື່ອພັດທະນາເສດຖະກິດ-ສັງຄົມ; ຍົກສູງບົດບາດນິຕິບັນຍັດຂອງສະພາແຫ່ງຊາດສາມປະເທດ, ຮັບປະກັນແຫຼ່ງກໍາລັງປະຕິບັດຄໍາໝັ້ນສັນຍາເພື່ອສ້າງເຂດ CLV -DTA ໃຫ້ຈະເລີນຮຸ່ງເຮືອງ ແລະວັດທະນາຖາວອນ.

ໂດຍ: ໄຊນີດາ