leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການເຮັດວຽກ, ສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບການເຄື່ອນໄຫວຂອງແຕ່ລະຄະນະກໍາມາທິການ ແລະລັດຖະນະໂຍບາຍສຳຄັນຂອງສະພາແຫ່ງຊາດສອງປະເທດ ທີ່ກ່ຽວຂ້ອງເຖິງຂົງເຂດຮັບຜິດຊອບຂອງສອງຄະນະກໍາມາທິການ ໃນໄລຍະຜ່ານມາ.

ທ່ານ ຫງວຽນດັກວິງ ຢືນຢັນວ່າ ຫວຽດນາມ ຖືເປັນສຳຄັນການພັດທະນາວັດທະນະທຳ ແລະການສຶກສາ, ໃນນັ້ນ ການສຶກສາຍາມໃດກໍ່ໄດ້ຮັບການກຳນົດວ່າແມ່ນນະໂຍບາຍແຖວໜ້າຂອງຊາດ; ວັດທະນະທຳແມ່ນພື້ນຖານດ້ານຈິດໃຈຂອງສັງຄົມ, ເປັນເປົ້າໝາຍ ແລະເປັນກຳລັງໜູນໃຫ້ການພັດທະນາແບບຍືນຍົງຂອງປະເທດ.

leftcenterrightdel
ທ່ານນາງ  ທຸມມາລີ ວົງພະຈັນ ປະທານກຳມາທິການວັດທະນະທຳ-ສັງຄົມ ຂອງສະພາແຫ່ງຊາດລາວ ກ່າວຄໍາເຫັນທີ່ການເຮັດວຽກ. ພາບ: ສໍານັກຂ່າວສານຫວຽດນາມ

ປະທານກຳມາທິການທັງສອງທ່ານ ເຫັນດີເປັນເອກະສັນນໍາກັນວ່າ ຄວນເພີ່ມທະວີການເຄື່ອນໄຫວຮ່ວມມືລະຫວ່າງຄະນະກຳມາທິການວັດທະນະທຳ ແລະການສຶກສາ ແລະ ຄະນະກຳມາທິການວັດທະນະທຳ-ສັງຄົມ ໃນຂົງເຂດວັດທະນະທຳ, ການສຶກສາ, ສືບຕໍ່ຈັດຕັ້ງການເຄື່ອນໄຫວແລກປ່ຽນ ແລະແບ່ງປັນບົດຮຽນ, ເປັນຕົ້ນແມ່ນບົດຮຽນປະສົບການໃນການສ້າງກົດໝາຍ ຂອງແຕ່ລະປະເທດກ່ຽວກັບຂົງເຂດດັ່ງກ່າວ.

ສອງຝ່າຍຍັງແລກປ່ຽນກ່ຽວກັບການສົມທົບກັນຊຸກຍູ້ ແລະຍົກສູງຄຸນນະພາບການຮ່ວມມືໃນການພັດທະນາຊັບພະຍາກອນມະນຸດ ຢູ່ຂັ້ນສູນກາງ ແລະທ້ອງຖິ່ນ; ສົມທົບກັນຈັດຕັ້ງການຕິດຕາມກວດກາການປະຕິບັດບັນດາສັນຍາ, ຂໍ້ຕົກລົງລະຫວ່າງສອງປະເທດໃນຂົງເຂດການສຶກສາ, ບຳລຸງກໍ່ສ້າງນັກຮຽນ, ນັກສຶກສາ, ບຳລຸງສ້າງພະນັກງານລະຫວ່າງສອງປະເທດ, ການປະຕິບັດໂຄງການ ແລະການເຄື່ອນໄຫວລົງທຶນ ຫຼືການຊ່ວຍເຫຼືອໃນຂົງເຂດວັດທະນະທຳ ແລະການສຶກສາ.

leftcenterrightdel
ທ່ານ ຫງວຽນດັກວິງ ປະທານກຳມາທິການວັດທະນະທຳ, ການສຶກສາ ຂອງສະພາແຫ່ງຊາດຫວຽດນາມ ກ່າວຄໍາເຫັນທີ່ການເຮັດວຽກ. ພາບ: ສໍານັກຂ່າວສານຫວຽດນາມ

ສອງຝ່າຍເນັ້ນໜັກເຖິງຄວາມຈຳເປັນຕ້ອງເພີ່ມທະວີການຮ່ວມມືລະຫວ່າງ 3 ຄະນະກໍາມາທິການຂອງສະພາແຫ່ງຊາດ ຫວຽດນາມ - ລາວ - ກໍາປູເຈຍ ເພື່ອຜັນຂະຫຍາຍໝາກຜົນຂອງກອງປະຊຸມສຸດຍອດລະຫວ່າງສະພາແຫ່ງຊາດສາມປະເທດ ໃນການປະຕິບັດຂໍ້ຕົກລົງລະຫວ່າງ 3 ປະເທດໃນເຂດສາມຫຼ່ຽມພັດທະນາໃຫ້ມີປະສິດທິຜົນ. ໃນນັ້ນ, ສອງຝ່າຍຍັງແລກປ່ຽນກ່ຽວກັບການຄົ້ນຄວ້າ ແລະສະເໜີສ້າງຕັ້ງຄະນະກຳມາທິການຮ່ວມມືດ້ານວັດທະນະທຳ-ສັງຄົມ ຂອງສະພາແຫ່ງຊາດສາມປະເທດ ເພື່ອແນໃສ່ຊຸກຍູ້ການຮ່ວມມື ໃນຂົງເຂດດັ່ງກ່າວໃຫ້ມີປະສິດທິຜົນກວ່າອີກ.

ໂດຍ: ທູຈາງ