ສະເຫຼີມສະຫຼອງ 48 ປີແຫ່ງວັນຊາດ ສປປ ລາວ ຢູ່ນະຄອນໂຮ່ຈີມິນ
ກປ.ອອນໄລ - ໃນຕະຫຼອດ 48 ປີຜ່ານມາ, ເຖິງວ່າສະພາບການໂລກ, ພາກພື້ນມີການຜັນແຜຢ່າງສັບສົນກໍ່ຕາມແຕ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດລາວ ແລະຫວຽດນາມ ເຊິ່ງການນໍາລຸ້ນຕ່າງໆພ້ອມກັບປະຊາຊົນສອງປະເທດ ໄດ້ເພີ່ມພູນຄູນສ້າງ, ສືບຕໍ່ພັດທະນາ, ປະຈຸບັນ ໄດ້ກາຍເປັນຊັບສົມບັດອັນລໍ້າຄ່າຂອງສອງປະເທດ; ກົດເກນແຫ່ງຄວາມເປັນຕາຍ, ພັດທະນາຂອງສອງປະເທດ, ແມ່ນປັດໄຈຕັດສິນໄຊຊະນະຂອງການປະຕິວັດແຕ່ລະປະເທດ.
    |
 |
ສະຫາຍ ພອນສີ ບຸນມີໄຊ ຫົວໜ້າກົງສູນໃຫຍ່ ແຫ່ງ ສປປ ລາວ ປະຈໍາ ນະຄອນໂຮ່ຈີມິນ ກ່າວຄໍາເຫັນທີ່ພິທີສະເຫຼີມສະຫຼອງ. ພາບ: ຊວນຄູ |
ນັ້ນແມ່ນຄຳຢ້ັງຢືນຂອງສະຫາຍ ພອນສີ ບຸນມີໄຊ ຫົວໜ້າສະຖານກົງສູນໃຫຍ່ ແຫ່ງ ສປປ ລາວ ປະຈໍາ ນະຄອນໂຮ່ຈີມິນ ຢູ່ພິທີສະເຫຼີມສະຫຼອງ 48 ປີແຫ່ງວັນຊາດ ສປປ ລາວ (2-12-1975 / 2-12-2023) ດໍາເນີນໃນວັນທີ 29 ພະຈິກ, ທີ່ນະຄອນໂຮ່ຈີມິນ. ເຫດການໂດຍສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນໂຮ່ຈີມິນ ຈັດຕັ້ງ.
ກ່າວຄໍາເຫັນທີ່ພິທີສະເຫຼີມສະຫຼອງ, ສະຫາຍ ພອນສີ ບຸນມີໄຊ ໄດ້ສະແດງຄວາມຂອບໃຈຕໍ່ອາລົມຈິດຂອງອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນນະຄອນໂຮ່ຈີມິນ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນໂຮ່ຈີມິນ ໄດ້ຈັດຕັ້ງພິທີທີ່ມີຄວາມໝາຍນີ້, ສະແດງໃຫ້ເຫັນນໍ້າໃຈສາມັກຄີສັດຊື່ບໍລິສຸດລະຫວ່າງປະຊາຊົນນະຄອນໂຮ່ຈີມິນ ກັບປະຊາຊົນລາວ ບັນດາເຜົ່າອ້າຍນ້ອງ.
    |
 |
ສະຫາຍ ໂງມິງເຈົາ ຮອງປະທານຄະນະກໍາມະການປະຊາຊົນນະຄອນໂຮ່ຈີມິນ ກ່າວຄໍາເຫັນທີ່ພິທີ. ພາບ: ຊວນຄູ |
ເນື່ອງໃນໂອກາດນີ້, ສະຫາຍ ພອນສີ ບຸນມີໄຊ ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ, ຂອບໃຈຢ່າງຈິງໃຈຕໍ່ພັກ, ລັດ ແລະປະຊາຊົນຫວຽດນາມ ເວົ້າລວມ, ນະຄອນໂຮ່ຈີມິນ ເວົ້າສະເພາະທີ່ໄດ້ສະໜັບສະໜູນ, ຊ່ວຍເຫຼືອປະຊາຊົນລາວບັນດາເຜົ່າ ທີ່ຍາດໄດ້ຜົນງານອັນໃຫຍ່ຫຼວງໃນກິດຈະການປົກປັກຮັກສາ, ສ້າງສາປະເທດຊາດໃນໄລຍະຜ່ານມາ.
ສະຫາຍຮອງປະທານຄະນະກໍາມະການປະຊາຊົນນະຄອນໂຮ່ຈີມິນ ເນັ້ນໜັກວ່າ ສາຍພົວພັນແບບພິເສດຫວຽດນາມ-ລາວ, ລາວ-ຫວຽດນາມ ໄດ້ຜ່ານຜ່າການທົດສອບທີ່ຂ້ຽວຂາດກາຍເປັນກົດເກນແຫ່ງຄວາມເປັນຕາຍ, ສ້າງເປັນກໍາລັງແຮງມະຫັດສະຈັນດ້ານຈິດໃຈ, ວັດຖຸຊ່ວຍໃຫ້ສອງປະເທດຕໍ່ສູ້, ໄຊຊະນະບົນເສັ້ນທາງປົດປ່ອຍຊາດ, ປົກປັກຮັກສາຜືນແຜນດິນອັນຄົບຖ້ວນ, ສ້າງສາປະເທດສັງຄົມນິຍົມໃຫ້ນັບມື້ນັບຈະເລີນຮຸ່ງເຮືອງ, ປະຊາຊົນອີ່ມໜໍາສໍາລານ ແລະມີຄວາມຜາສຸກ.
ໂດຍ: ໄຊນີດາ