ທີ່ການພົບປະເຈລະຈາ, ສອງຝ່າຍຕີລາຄາວ່າ: ເຖິງວ່າໃນເງື່ອນໄຂຂໍ້ມູນຂ່າວສານກ່ຽວກັບສະຖານທີ່ຝັງສົບນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດນັບມື້ນັບຫາຍາກທີ່ສຸດ, ແຕ່ລະດູແລ້ງ 2022 – 2023, ຄະນະປະຕິບັດງານພິເສດແຂວງອັດຕະປື ແລະບັນດາທ້ອງຖິ່ນຂອງແຂວງ ໄດ້ຕັ້ງໜ້າຊີ້ນຳ ແລະຂົນຂວາຍມະຫາຊົນສະໜອງຂໍ້ມູນຂ່າວສານກ່ຽວກັບຂຸມຝັງສົບນັກຮົບທີ່ເສຍສະຫຼະຊີວິດ, ເຂົ້າຮ່ວມການປົກປັກຮັກສາ, ພາທາງ ແລະຮັບປະກັນຄວາມປອດໄພ; ຊ່ວຍເຫຼືອດ້ານວັດຖຸ ແລະຈິດໃຈໃຫ້ແກ່ກອງ K53 ເພື່ອຊອກຫາ ແລະທ້ອນໂຮມ 6 ອັດຖິນັກຮົບທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ຢູ່ແຂວງອັດຕະປື.

leftcenterrightdel
ຄະນະສະເພາະກິດແຂວງກອນຕູມ ແລະຄະນະປະຕິບັດງານພິເສດແຂວງອັດຕະປື ລົງນາມໃນບົດບັນທຶກຊ່ວຍຈຳສົມທົບກັນປະຕິບັດໜ້າທີ່ ລະດູແລ້ງ 2023 – 2024. ພາບ: qdnd.vn

ສະຫາຍ ອີງອັກ, ຮອງປະທານຄະນະກຳມະການປະຊາຊົນແຂວງກອນຕູມ, ມອບໃບຍ້ອງຍໍໃຫ້ໝູ່ຄະນະ, ບຸກຄົນທີ່ມີຜົນງານດີເດັ່ນໃນການວຽກງານສົມທົບກັນຊອກຫາອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດໃນລະດູແລ້ງ 2022 – 2023.

ສິ້ນສຸດການພົບປະເຈລະຈາ, ສອງຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈຳສົມທົບກັນປະຕິບັດໜ້າທີ່ລະດູແລ້ງ 2023 – 2024. ຄາດວ່າ ໃນເດືອນ ຕຸລາ 2023, ຄະນະສະເພາະກິດ ແຂວງກອນຕູມ ຈະສົ່ງກອງ K53 ໄປແຂວງອັດຕະປື ເພື່ອປະຕິບັດໜ້າທີ່ຄົ້ນຫາ, ທ້ອນໂຮມ ແລະສົ່ງອັດຖິນັກຮົບທີ່ເສຍສະຫຼະຊີວິດກັບຄືນປະເທດ, ລະດູແລ້ງ 2023 – 2024.

ເນື່ອງໃນໂອກາດນີ້, ສະຫາຍ ອີງອັກ, ຮອງປະທານຄະນະກຳມະການປະຊາຊົນແຂວງກອນຕູມ ໄດ້ມອບໃບຍ້ອງຍໍຂອງຄະນະກຳມະການປະຊາຊົນແຂວງ ໃຫ້ໝູ່ຄະນະ, ບຸກຄົນທີ່ມີຜົນງານດີເດັ່ນໃນການສົມທົບກັນຊອກຫາອັດຖິນັກຮົບທີ່ເສຍສະຫຼະຊີວິດໃນລະດູແລ້ງ 2022 – 2023.

ໂດຍ: ທະນາພອນ