ພາຍຫຼັງໜຶ່ງເດືອນ, ຊຸດຝຶກອົບຮົມ ໄດ້ປະຕິບັດສໍາເລັດຫຼັກສູດຕາມແຜນການທີ່ວາງອອກ. ໜ່ວຍຄູອາຈານ ໄດ້ກະກຽມເນື້ອໃນບົດສອນ, ເອກະສານ, ສະໜາມຝຶກຊ້ອມ; ຈັດຕັ້ງການຝຶກອົບຮົມຄົບເນື້ອໃນ, ເວລາ, ຫຼັກສູດຕາມແຜນການ; ຄະນະຈັດຕັ້ງ ໃກ້ຊິດຕິດແທດກັບຫ້ອງຮຽນເປັນປະຈໍາ, ຮັກສາເຂັ້ມງວດລະບອບການ, ຮັບປະກັນຄວາມປອດໄພໃນຕະຫຼອດໄລຍະຝຶກອົບຮົມໃຫ້ແກ່ນັກສໍາມະນາກອນ ຂຶ້ນກັບກອງບັນຊາການທະຫານແຂວງຫຼວງພະບາງ ຈໍານວນ 20 ສະຫາຍ.

leftcenterrightdel
ບັນຍາກາດທີ່ພິທີປິດ. ພາບ: qdnd.vn

ໃນໄລຍະຝຶກອົບຮົມ, ນັກສໍາມະນາກອນລາວ ຍາມໃດກໍຍົກສູງສະຕິຕື່ນຕົວ, ຄວາມຮັບຜິດຊອບ, ປະຕິບັດບັນດາຂໍ້ກໍານົດກົດລະບຽບເຊິ່ງຄະນະຈັດຕັ້ງຊຸດຝຶກອົບຮົມວາງອອກຢ່າງເຂັ້ມງວດ, ຕັ້ງໃຈຮັບຟັງ ແລະຈົດກາຍເນື້ອໃນຢ່າງຄົບຖ້ວນ. ນອກຈາກນີ້, ນັກສໍາມະນາກອນລາວ ຍັງໄດ້ໄປທັດສະນະສຶກສາວຽກງານກໍ່ສ້າງກົມກອງລະບຽບແບບແຜນຢູ່ຄ້າຍທະຫານຊາຍແດນ ຈ່ຽງເຊີນ (ທະຫານຊາຍແດນແຂວງເຊີນລາ). ຜົນການກວດກາ, ນັກສໍາມະນາກອນ ລາວ 100% ໄດ້ຮັບໃບຢັ້ງຢືນ.

leftcenterrightdel
ທ່ານພັນເອກພິເສດ ບານວັນແຈງ ຮອງຫົວໜ້າການທະຫານກອງບັນຊາການທະຫານຊາຍແດນແຂວງ ເຊີນລາ ມອບໃບຢັ້ງຢືນໃຫ້ນັກສໍາມະນາກອນລາວ. ພາບ: qdnd.vn

ຮ້ອຍໂທ ຄໍາແກ້ວ ອອນຕາ ຮອງຫົວໜ້າກອງຮ້ອຍ 161 (ກອງບັນຊາການທະຫານແຂວງຫຼວງພະບາງ) ໄດ້ຕາງໜ້າໃຫ້ນັກສໍາມະນາກອນ ຈໍານວນ 20 ສະຫາຍ ສົ່ງຄໍາຂອບໃຈອັນຈິງໃຈມາຍັງຄະນະພັກ, ກອງບັນຊາການທະຫານຊາຍແດນແຂວງເຊີນລາ ທີ່ໄດ້ຊ່ວຍເຫຼືອ, ສ້າງເງື່ອນໄຂສະດວກເພື່ອໃຫ້ ນັກສໍາມະນາກອນລາວ ປະຕິບັດສໍາເລັດເນື້ອໃນ, ຫຼັກສູດຂອງຊຸດຝຶກອົບຮົມ, ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າ ຈະນໍາເອົາບົດຮຽນທີ່ດີມາໝູນໃຊ້ເຂົ້າໃນສະພາບຕົວຈິງຢູ່ກົມກອງຂອງຕົນ. ພ້ອມກັນນັ້ນ, ຈະສົມທົບກັບທະຫານຊາຍແດນແຂວງເຊີນລາ ກໍ່ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະພັດທະນາ.

leftcenterrightdel
ການນໍາກອງບັນຊາການທະຫານຊາຍແດນແຂວງ ເຊີນລາ ມອບໃບຍ້ອງຍໍໃຫ້ບຸກຄົນທີ່ມີຜົນງານດີເດັ່ນໃນການເຂົ້າຮ່ວມຊຸດຝຶກອົບຮົມ. ພາບ: qdnd.vn

ທ່ານພັນເອກພິເສດ ບານວັນແຈງ ຮອງຫົວໜ້າການທະຫານກອງບັນຊາການທະຫານຊາຍແດນແຂວງ ເຊີນລາ ໄດ້ຍ້ອງຍໍຊົມເຊີຍບັນດາຜົນງານ ເຊິ່ງນັກສໍາມະນາກອນລາວ ບັນລຸໄດ້; ຫວັງວ່າໃນໄລຍະຈະມາເຖິງ, ກໍາລັງປ້ອງກັນຊາຍແດນສອງແຂວງ ຫຼວງພະບາງ ແລະເຊີນລາ ຈະສາມັກຄີກັນ, ສະໜິດຕິດພັນ, ແລກປ່ຽນບົດຮຽນ, ຊ່ວຍເຫຼືອເຊິ່ງກັນ ແລະກັນໃນການຄຸ້ມຄອງ, ປົກປັກຮັກສາຊາຍແດນ, ແກ້ໄຂບັນດາບັນຫາທີ່ເກີດຂຶ້ນຢູ່ເຂດຊາຍແດນໃຫ້ເປັນຢ່າງດີ, ປະກອບສ່ວນປົກປັກຮັກສາອໍານາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ຄວາມໝັ້ນຄົງເຂດຊາຍແດນ, ກໍ່ໍ່ສ້າງເສັ້ນຊາຍແດນ ຫວຽດນາມ-ລາວ ແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະພັດທະນາ.

ໂອກາດນີ້, ກອງບັນຊາການທະຫານຊາຍແດນແຂວງເຊີນລາ ໄດ້ມອບໃບຍ້ອງຍໍ ໃຫ້ 6 ສະຫາຍ ທີ່ມີຜົນງານດີເດັ່ນໃນການເຂົ້າຮ່ວມຊຸດຝຶກອົບຮົມ.

ໂດຍ: ໄຊຊະນະ