ທີ່ການຕ້ອນຮັບ, ສະຫາຍຮອງລັດຖະມົນຕີ ເຈິ່ນກວກເຟືອງ ໄດ້ຊົມເຊີຍສະຫາຍເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ທີ່ໄດ້ປະຕິບັດໜ້າທີ່ວຽກງານທາງການທູດຢູ່ຫວຽດນາມ ປະສົບຜົນສໍາເລັດ, ຕີລາຄາສູງຕໍ່ການປະກອບສ່ວນທີ່ສຳຄັນ, ມີປະສິດທິຜົນຂອງສະຫາຍເອກອັກຄະລັດຖະທູດ ໃນການຊຸກຍູ້ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ຫວຽດນາມ - ລາວ.
ພິເສດ, ປີ 2022 ແມ່ນປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ, ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມື ຫວຽດນາມ - ລາວ, ສະຫາຍເອກອັກຄະລັດຖະທູດ ແລະສະຖານທູດລາວ ໄດ້ສົມທົບກັບບັນດາອົງການຂອງຫວຽດນາມ ຢ່າງແໜ້ນແຟ້ນເພື່ອຈັດຕັ້ງການເຄື່ອນໄຫວສະເຫຼີມສະຫຼອງ, ທັງດ້ານການເມືອງ, ເສດຖະກິດ, ວັດທະນະທຳ ແລະສັງຄົມປະສົບຜົນສຳເລັດ.
    |
 |
ສະຫາຍ ເຈິ່ນກວກເຟືອງ ແລະສະຫາຍ ແສງເພັດ ຮຸ່ງບຸນຍວງ ທີ່ການຕ້ອນຮັບ. ພາບ: mpi.gov.vn |
ສະຫາຍຮອງລັດຖະມົນຕີ ເຈິ່ນກວກເຟືອງ ຢືນຢັນວ່າ ຫວຽດນາມ ຈະສືບຕໍ່ແບ່ງປັນປະສົບການ, ໜູນຊ່ວຍລາວ ໃນການບຳລຸງສ້າງພະນັກງານຄຸ້ມຄອງເສດຖະກິດມະຫາພາກ; ພ້ອມທັງ ຫວັງວ່າ ໃນຖານະຕໍາແໜ່ງໃໝ່ ສະຫາຍເອກອັກຄະລັດຖະທູດ ຈະສືບຕໍ່ປະກອບສ່ວນເຂົ້າໃນການພັດທະນານ້ຳໃຈມິດຕະພາບທີ່ດີງາມ ແລະການພົວພັນແບບພິເສດຫວຽດນາມ - ລາວ.
ສະຫາຍເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ຄວາມຈິງໃຈຂອງພັກ, ລັດຖະບານ, ລັດ ແລະປະຊາຊົນຫວຽດນາມ, ການຮ່ວມມືຢ່າງມີປະສິດທິຜົນ, ແໜ້ນແຟ້ນຂອງກະຊວງແຜນການ ແລະການລົງທຶນ, ຄະນະກຳມະການຮ່ວມມື ຫວຽດນາມ - ລາວ ຕໍ່ກັບພັກ, ລັດ ແລະປະຊາຊົນລາວ ເວົ້າລວມ ແລະກັບສະຫາຍ ເອກອັກຄະລັດຖະທູດ ເວົ້າສະເພາະ, ເຊິ່ງໄດ້ຊ່ວຍໃຫ້ສະຫາຍເອກອັກຄະລັດຖະທູດປະຕິບັດໜ້າທີ່ໃນອາຍຸການຜ່ານມາປະສົບຜົນສໍາເລັດ.
ສະຫາຍເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ໄດ້ຕີລາຄາສູງໝາກຜົນແຫ່ງການຮ່ວມມືຢ່າງມີປະສິດທິຜົນລະຫວ່າງຄະນະກຳມະການຮ່ວມມືສອງປະເທດ ຫວຽດນາມ - ລາວ, ລາວ - ຫວຽດນາມ. ໃນສະພາບການໂລກປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ການພົວພັນທີ່ເປັນມູນເຊື້ອລະຫວ່າງສອງປະເທດຍັງໄດ້ຮັບການປັບປຸງດ້ວຍການຢ້ຽມຢາມຂັ້ນສູງ, ບັນດາວິສາຫະກິດຫວຽດນາມ ເຂົ້າມາລົງທຶນຢູ່ລາວ ນັບມື້ນັບສູງ, ການພົບປະແລກປ່ຽນປະຊາຊົນລະຫວ່າງສອງປະເທດໄດ້ຮັບການເພີ່ມທະວີ; ຫຼາຍໂຄງການໄດ້ຈັດຕັ້ງ, ຜັນຂະຫຍາຍນໍາເອົາປະສິດທິຜົນ ແລະຜົນປະໂຫຍດອັນແທດຈິງມາໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງລາວ. ພ້ອມດຽວກັນນັ້ນ ສະຫາຍ ຍັງເນັ້ນໜັກວ່າ, ບໍ່ວ່າຈະດຳລົງຕຳແໜ່ງໃດກໍຕາມ, ຈະສືບຕໍ່ມານະພະຍາຍາມປະກອບສ່ວນ, ເພີ່ມພູນຄູນສ້າງໃຫ້ແກ່ສາຍພົວພັນລະຫວ່າງສອງປະເທດ.
ໂດຍ: ຈາງຫງວຽນ