ກ່າວຄຳເຫັນທີ່ກອງປະຊຸມ, ສະຫາຍ ເຈືອງມິງເຕືອກງວຽນ ຮອງເລຂາຄະນະຊາວໜຸ່ມນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ: ລາຍການແມ່ນໂອກາດເພື່ອໃຫ້ສອງຫົວໜ່ວຍໄດ້ແລກປ່ຽນກ່ຽວກັບບັນດາມາດຕະການໃໝ່ໃນວຽກງານຊາວໜຸ່ມ ແລະຂະບວນການຊາວໜຸ່ມ, ໃນນັ້ນ, ຫົວຂໍ້ທີ່ດຶງດູດຄວາມສົນໃຈຂອງຊາວໜຸ່ມຂອງສອງປະເທດແມ່ນບົດບາດຂອງຊາວໜຸ່ມປະຈຸບັນໃນຂະບວນການຫັນເປັນດີຈີຕອນ ແລະຄວາມຮູ້ທາງດ້ານທິດສະດີ, ວິທີການ ແລະທັກສະໃນວຽກງານຊາວໜຸ່ມ.

leftcenterrightdel
ຄະນະຜູ້ແທນຖ່າຍຮູບເປັນທີ່ລະນຶກຢູ່ຕໍ່ໜ້າອະນຸສາວະລີລຸງໂຮ່ ກັບເຍົາວະຊົນຢູ່ຫໍເຍົາວະຊົນນະຄອນໂຮ່ຈິີມິນ. ພາບ: dangcongsan.org.vn

ສະຫາຍ ເຈືອງມິງເຕືອກງວຽນ ກໍ່ຫວັງວ່າ ນີ້ແມ່ນໂອກາດເພື່ອຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ - ລາວ ເວົ້າລວມ ແລະການພົວພັນທີ່ສະໜິດສະໜົມ, ເພື່ອນມິດສະຫາຍລະຫວ່າງຄະນະຊາວໜຸ່ມນະຄອນໂຮ່ຈີມິນ ແລະຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ນະຄອນຫຼວງວຽງຈັນ, ແຂວງຈຳປາສັກ ແລະແຂວງອັດຕະປື ເວົ້າສະເພາະ.

ລາຍການພົບປະແລກປ່ຽນ, ຖອດຖອນບົດຮຽນ ແລະຍົກລະດັບດ້ານວິຊາການ, ວິຊາສະເພາະວຽກງານຊາວໜຸ່ມນະຄອນ ໂຮ່ຈີມິນ ໄດ້ດຳເນີນແຕ່ວັນທີ 5 - 8 ສິງຫາ ດ້ວຍການເຂົ້າຮ່ວມຂອງຜູ້ແທນ 60 ທ່ານ ເຊິ່ງແມ່ນພະນັກງານຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ.

ບັນດາຜູ້ແທນໄດ້ເຂົ້າຮ່ວມລາຍການຝຶກອົບຮົມຫົວເລື່ອງຕ່າງໆລວມມີ: ແນະນຳກ່ຽວກັບຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ນະຄອນ ໂຮ່ຈີມິນ; ມາດຕະການຈັດຕັ້ງການເຄື່ອນໄຫວອາສາສະໝັກໃຫ້ສະມາຊິກ ຊາວໜຸ່ມໃນໄລຍະປະຈຸບັນ; ທັກສະການເຮັດວຽກເປັນທີມຂອງພະນັກງານຊາວໜຸ່ມ; ...

ພ້ອມດຽວກັນນັ້ນ, ບັນດາພະນັກງານຊາວໜຸ່ມບັນດາທ້ອງຖິ່ນຂອງລາວ ແລະນະຄອນໂຮ່ຈີມິນ ກໍ່ພ້ອມກັນເຂົ້າຮ່ວມຄົ້ນຫາການເຄື່ອນໄຫວຕົວຈິງຢູ່ສະຖານທີ່ກໍ່ສ້າງທາງດ້ານປະຫວັດສາດ ແລະວັດທະນະທຳຢູ່ນະຄອນໂຮ່ຈີມິນ; ຢ້ຽມຢາມຮູບແບບການເຄື່ອນໄຫວຂອງບັນດາຫົວໜ່ວຍທີ່ຂຶ້ນກັບຄະນະຊາວໜຸ່ມນະຄອນໂຮ່ຈີມິນ...

ໂດຍ: ທະນາພອນ