ມອບຂອງຂວັນໃຫ້ປະຊາຊົນບ້ານ ອາສົກ, ລາວ
ກປ.ອອນໄລ - ຕອນເຊົ້າວັນທີ 26 ມີນາ, ຄະນະປະຕິບັດງານສະມາຄົມນັກຮົບເກົ່າທະຫານຊາຍແດນ ກວ໋າງຈິ ໄດ້ສົມທົບກັບບໍລິສັດໃຫຍ່ການຄ້າ ກວ໋າງຈິ ນຳໂດຍທ່ານພົນຈັດຕະວາ ເຈິ່ນດິ່ງຢຸງ, ອະດີດຮອງຫົວໜ້າກອງບັນຊາການ, ຫົວໜ້າເສນາທິການທະຫານຊາຍແດນ ໄດ້ໄປຢ້ຽມຢາມ ແລະມອບຂອງຂວັນໃຫ້ປະຊາຊົນຢູ່ບ້ານອາສົກ, ກຸ່ມບ້ານ III, ເມືອງສະໝ້ວຍ, ແຂວງສາລະວັນ (ລາວ).
ຄະນະປະຕິບັດງານໄດ້ສົ່ງຄຳຢ້ຽມຢາມຖາມຂ່າວເຖິງພະນັກງານ ແລະປະຊາຊົນບ້ານ ອາສົກ ແລະມອບຂອງຂວັນ 160 ພູດ, ແຕ່ລະພູດມີເຂົ້າສານ 10 ກິໂລ ແລະ ເຄື່ອງໃຊ້ຈຳເປັນອີກຈຳນວນໜຶ່ງ ດ້ວຍມູນຄ່າລວມທັງໝົດປະມານ 70 ລ້ານດົ່ງ. ຂອງຂວັນດັ່ງກ່າວໄດ້ມອບເຖິງມືປະຊາຊົນທີ່ຢູ່ໃນບໍລິເວນຕິດກັບຊາຍແດນຂອງປະເທດເພື່ອນລາວ ຢ່າງທັນການ ເພື່ອຊ່ວຍເຫຼືອປະຊາຊົນ ຫຼຸດຜ່ອນຄວາມຫຍຸ້ງຍາກໃນການດຳລົງຊີວິດ.
    |
 |
ທ່ານພົນຈັດຕະວາ ເຈິ່ນດິ່ງຢຸງ ອະດີດຮອງຫົວໜ້າກອງບັນຊາການ, ຫົວໜ້າເສນາທິການທະຫານຊາຍແດນ ມອບຂອງຂວັນໃຫ້ປະຊາຊົນບ້ານອາສົກ, ເມືອງສະໝ້ວຍ, ແຂວງສາລະວັນ, ລາວ. ພາບ: ເຟືອກຈູງ |
ທ່ານ ບາເລ ບຸນສະຫວ່າງ ຮອງເຈົ້າເມືອງໆສະໝ້ວຍ, ລາວ ທີ່ມາຮ່ວມພິທີມອບຂອງຂວັນ, ແບ່ງປັນດ້ວຍຄວາມຕື້ນຕັນໃຈວ່າ: ໃນຊຸມປີຜ່ານມາ, ພະນັກງານ, ປະຊາຊົນ ແລະກຳລັງປະກອບອາວຸດແຂວງກວ໋າງຈິ ໄດ້ຮ່ວມທຸກຮ່ວມສຸກ ແບ່ງປັນກັບປະຊາຊົນເມືອງສະໝ້ວຍ ເວົ້າສະເພາະ ແລະແຂວງສາລະວັນ ເວົ້າລວມ.
ໃນໄລຍະປະສົບໄພທຳມະຊາດ ແລະໂລກລະບາດ, ອ້າຍນ້ອງຫວຽດນາມ ໄດ້ມາຢ້ຽມຢາມຖາມຂ່າວ ແລະລະດົມກໍາລັງໃຈທັງດ້ານວັດຖຸ ແລະຈິດໃຈຢ່າງທັນການ ເພື່ອຊ່ວຍເຫຼືອປະຊາຊົນລາວບັນດາເຜົ່າທີ່ດຳລົງຊີວິດຢູ່ລຽບຕາມຊາຍແດນຜ່ານຜ່າຄວາມຫຍຸ້ງຍາກ ແລະບືນຕົວຂຶ້ນສ້າງຊີວິດການເປັນຢູ່ເປັນປົກກະຕິ. ດ້ວຍອາລົມຈິດບໍລິສຸດຜຸດຜ່ອງ ແລະເຕັມໄປດ້ວຍຄວາມຮັກແພງຂອງແຂວງກວ໋າງຈິ ນັ້ນ ແມ່ນພະຍານຫຼັກຖານທີ່ມີຊີວິດຊີວາໃຫ້ແກ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດຫວຽດນາມ - ລາວ.
ໂດຍ: ທະນາພອນ