ຫ້ອງການໄດ້ກໍ່ສ້າງໃນເນື້ອທີ່ 48 ຕາແມັດ ລວມມີ 3 ຫ້ອງ: ຫ້ອງເຮັດວຽກ, ຫ້ອງນອນ ແລະຫ້ອງກິນເຂົ້າ ເພື່ອຮັບປະກັນໃຫ້ແກ່ບ່ອນເຮັດວຽກ, ບ່ອນກິນ, ບ່ອນພັກ, ດໍາເນີນຊີວິດໃຫ້ພະນັກງານຕໍາຫຼວດ.

leftcenterrightdel
ພິທີມອບຮັບຫ້ອງການປ້ອງກັນຄວາມສະຫງົບບ້ານກີ້ວ, ບ້ານໂຮມສ້າງ, ເມືອງຜົ້ງສາລີ, ແຂວງຜົ້ງສາລີ, ສປປ ລາວ. ພາບ: cand.com.vn

ດ້ວຍຈຸດພິເສດແມ່ນເຂດພູຜາປ່າດົງ, ການຄົມມະນາຄົມໄປມາປະສົບຄວາມຫຍຸ້ງຍາກ, ພະນັກງານຕໍາຫຼວດແຂວງດ້ຽນບຽນ ໄດ້ສົມທົບກັບພະນັກງານກອງບັນຊາການປ້ອງກັນຄວາມສະຫງົບແຂວງຜົ້ງສາລີ ຜັນຂະຫຍາຍການກໍ່ສ້າງ, ຮັບປະກັນໃຫ້ສໍາເລັດຕາມຄວາມຄືບໜ້າ ແລະຄຸນນະພາບຂອງໂຄງການທີ່ໄດ້ວາງອອກ.

ການກໍ່ສ້າງຫ້ອງການປ້ອງກັນຄວາມສະຫງົບບ້ານ ໃຫ້ກອງບັນຊາການປ້ອງກັນຄວາມສະຫງົບລາວ ຢູ່ບ້ານເຂດຊາຍແດນແມ່ນການເຄື່ອນໄຫວທີ່ມີຄວາມໝາຍ, ແທດຈິງ, ປະກອບສ່ວນຮັດແໜ້ນຄວາມສາມັກຄີ, ສະໜິດຕິດພັນລະຫວ່າງສອງປະເທດ, ສອງຊາດເວົ້າລວມ ແລະລະຫວ່າງຕໍາຫຼວດແຂວງດ້ຽນບຽນ ແລະກອງບັນຊາການປ້ອງກັນຄວາມສະຫງົບບັນດາແຂວງພາກເໜືອຂອງລາວ ເວົ້າສະເພາະ, ຍູ້ແຮງວຽກງານສົມທົບກັນລະຫວ່າງສອງກໍາລັງໃນວຽກງານຮັບປະກັນຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍຢູ່ເສັ້ນຊາຍແດນ.

ໂດຍ: ຈາງຫງວຽນ