ຫວຽດນາມ ຊ່ວຍເຫຼືອລາວ ພັດທະນາກະສິກໍາແບບຍືນຍົງ
ກປ.ອອນໄລ - ວັນທີ 24 ມີນາ, ຢູ່ແຂວງອຸດົມໄຊ, ລາວ, ບໍລິສັດການຮ່ວມມືສາກົນ 705 ຂຶ້ນກັບທະຫານເຂດ 2, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດຕັ້ງພິທີມອບຮັບແນວພັນເຂົ້າໃຫ້ແຂວງອຸດົມໄຊ.
ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍແທດຈິງແນໃສ່ຊ່ວຍປະຊາຊົນລາວ ພັດທະນາເສດຖະກິດ ແລະຍົກສູງການດໍາລົງຊີວິດ.
ທີ່ພິທີ, ຜູ້ຕາງໜ້າຄະນະການນໍາບໍລິສັດການຮ່ວມມືສາກົນ 705 ໄດ້ຕາງໜ້າທະຫານເຂດ 2 ມອບແນວພັນເຂົ້າ 10 ໂຕນ ມີມູນຄ່າປະມານ 430 ລ້ານດົ່ງ ໃຫ້ພະແນກກະສິກໍາ ແລະປ່າໄມ້ແຂວງອຸດົມໄຊ ເພື່ອໜູນຊ່ວຍໃຫ້ບັນດາຄອບຄົວໃນບໍລິເວນແຂວງເພາະປູກ ແລະເພີ່ມແຫຼ່ງແນວພັນໃຫ້ແກ່ບັນດາທ້ອງຖິ່ນຢູ່ແຂວງຕື່ມອີກ. ນີ້ລ້ວນແຕ່ແມ່ນແນວພັນເຂົ້າປະເພດຕ່າງໆທີ່ໄດ້ປູກປະສົບຜົນສໍາເລັດຢູ່ຫວຽດນາມ ສໍາລັບສະມັດຕະພາບແມ່ນ 7 ໂຕນ/1 ເຮັກຕາ.
    |
 |
ບັນຍາກາດທີ່ພິທີ. ພາບ: vov.vn |
ສະຫາຍ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າແຂວງໆອຸດົມໄຊ ຕີລາຄາສູງ ແລະຂອບໃຈການນໍາພັກ, ອໍານາດການປົກຄອງຫວຽດນາມ, ເປັນຕົ້ນແມ່ນຄະນະພັກ, ຄະນະການນໍາທະຫານເຂດ 2 ແລະຄະນະການນໍາບໍລິສັດການຮ່ວມມືສາກົນ 705 ທີ່ຍາມໃດກໍ່ຖືເປັນສໍາຄັນ ແລະຊ່ວຍເຫຼືອແຂວງອຸດົມໄຊ ໃນຕະຫຼອດໄລຍະຜ່ານມາ; ເນັ້ນໜັກວ່າ ນີ້ແມ່ນເຫດການທີ່ໜ້າຈື່ຈໍາໃນປະຫວັດສາດການພົວພັນຮ່ວມມືແບບພິເສດລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດຫວຽດນາມ-ລາວ, ໂດຍສະເພາະແມ່ນລະຫວ່າງທະຫານເຂດ 2 ຂອງຫວຽດນາມ ແລະແຂວງອຸດົມໄຊ ທີ່ມີມູນເຊື້ອສາມັກຄີສະໜິດຕິດພັນຢ່າງແໜ້ນແຟ້ນມາແຕ່ດົນນານ.
ໂດຍ: ຈາງຫງວຽນ