leftcenterrightdel
ບໍລິສັດ 385 ກວດພະຍາດ ແລະແຈກຢາຍຢຸກຢາໂດຍບໍ່ເກັບຄ່າໃຫ້ປະຊາຊົນລາວ ຈຳນວນ 1.165 ຄົນ. ພາບ: ເລກວາງໂຮ່ຍ.

ພິເສດ, ບັນດາທ່ານໝໍ, ພາລະກອນການແພດຂອງບໍລິສັດ ຍັງໃຫ້ຄຳປຶກສາ, ແນະນຳວິທີຮັກສາສຸຂະພາບ, ປ້ອງກັນພະຍາດ ແລະບາດເຈັບໃຫ້ພໍ່ແມ່ປະຊາຊົນ; ວິທີປ້ອງກັນ ແລະປິ່ນປົວພະຍາດຂອງຜູ້ອາຍຸສູງ; ພ້ອມທັງໂຄສະນາ, ຂົນຂວາຍປະຊາຊົນປະຕິບັດແບບແຜນດຳລົງຊີວິດຢ່າງມີວິທະຍາສາດ, ປົກປັກຮັກສາສິ່ງແວດລ້ອມ. ໄປຄຽງຄູ່ກັບການກວດພະຍາດ, ແຈກຢາຍຢຸກຢາໂດຍບໍ່ເກັບຄ່າ, ທຸກປີ, ທາງບໍລິສັດຮ່ວມມືເສດຖະກິດ 385 ຍັງຫັກເງິນຈຳນວນຫຼາຍຮ້ອຍລ້ານດົ່ງ ເພື່ອຈັດຕັ້ງການເຄື່ອນໄຫວຮັບປະກັນຊີວິດສັງຄົມໜູນຊ່ວຍປະຊາຊົນປະເທດເພື່ອນ, ຄື: ຝຶກອົບຮົມ, ແນະນຳເຕັກນິກປູກຝັງ, ລ້ຽງສັດ, ພັດທະນາເສດຖະກິດຄອບຄົວໃຫ້ປະຊາຊົນ; ມອບເຄື່ອງໃຊ້ທີ່ຈຳເປັນ ແລະອຸປະກອນການຮຽນໃຫ້ນັກຮຽນ...

ໂດຍ: ແສງເດືອນ