ຂໍ້ຕົກລົງຮ່ວມມື ໄດ້ລົງນາມໃນວັນທີ 6 ມີນາ 2023 ໂດຍພາຍໃຕ້ການເປັນສັກຂີພິຍານຂອງທ່ານ ປອ. ເພັດ ພົມພິທັກ ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້ ລາວ, ທ່ານ ສຈ.ປອ ອ໋ອດ ພົງສະຫວັນ ຮອງປະທານສູນກາງແນວລາວສ້າງຊາດ ຜູ້ບໍ່ປະຈຳການ, ຫົວໜ້າຄະນະທີ່ປຶກສາ ແລະຄູ່ຮ່ວມງານວຽກງານເສດຖະກິດ ແລະກອງທຶນສາມັກຄີພັດທະນາ, ພ້ອມດ້ວຍຄະນະທີ່ປຶກສາ ແລະຄູ່ຮ່ວມງານວຽກງານເສດຖະກິດ ແລະກອງທຶນສາມັກຄີພັດທະນາ, ສູນກາງແນວລາວສ້າງຊາດ ແລະການນໍາຫຼັກແຫຼ່ງຂອງສອງຝ່າຍ ເຂົ້າຮ່ວມ.

leftcenterrightdel
ທ່ານນາງ ແສງດາວ ບຸພະກອນຄໍາ ຮອງປະທານ ທັງເປັນຜູ້ອໍານວຍການໃຫຍ່ ກຸ່ມບໍລິສັດ ພົງສະຫວັນ ຈໍາກັດ ແລະທ່ານ ຫງວຽນແທງວິ້ງ ຜູ້ອໍານວຍການໃຫຍ່ ກຸ່ມບໍລິສັດ ເກວ໊ເລິມ ລົງນາມຂໍ້ຕົກລົງຮ່ວມມື. ພາບ: mekongasean.vn

ຕາມໜັງສືພິມ Vientiane Times ລາຍງານ, ເນື້ອໃນການຮ່ວມມືລະຫວ່າງສອງຝ່າຍກ່ຽວຂ້ອງເຖິງບາງຂົງເຂດ, ໃນນັ້ນມີການນໍາຜະລິດຕະພັນຂອງກຸ່ມບໍລິສັດ ເກວ໊ເລິມ ໄປຍັງລາວ, ພິເສດແມ່ນຝຸ່ນອິນຊີ (ຈຸນລະອິນຊີ), ຝຸ່ນອິນຊີ.

ຄຽງຂ້າງນັ້ນ, ກຸ່ມບໍລິສັດເກວ໊ເລິມ ຈະບໍາລຸງສ້າງຊ່ຽວຊານ, ຖ່າຍທອດຄວາມຮູ້ກ່ຽວກັບເຕັກໂນໂລຢີປ່ຽນແປງໃໝ່ປະດິດສ້າງ ແລະແນະນໍາກຸ່ມບໍລິສັດ ພົງສະຫວັນ ຈໍາກັດ ກໍ່ສ້າງຮູບແບບການປູກຝັງແບບອິນຊີໝູນວຽນ, ເພີ່ມຜະລິດຕະພັນກະເສດອິນຊີ ແລະລະບົບນິເວດການປູກຝັງແບບອິນຊີ, ກະສິກໍາໝູນວຽນ ໃນໄລຍະຈະມາເຖິງ.

ທ່ານ ອ໋ອດ ພົງສະຫວັນ ໃຫ້ຮູ້ວ່າ ເພື່ອສືບຕໍ່ຮັກສາ ແລະພັດທະນາການພົວພັນຮ່ວມມືສອງຝ່າຍລະຫວ່າງສອງບໍລິສັດ, ສອງຝ່າຍ ຈະພົບກັນຄັ້ງທີສາມ ເພື່ອລົງນາມບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືໃນຂົງເຂດການເຄື່ອນໄຫວໂຄງການທີ່ກ່ຽວຂ້ອງເຖິງກະສິກໍາທັນສະໄໝ”.

ໂດຍ: ໄຊຊະນະ