ປີ 2022 ແມ່ນປີທີ່ມີຄວາມໝາຍສໍາຄັນເປັນພິເສດສໍາລັບ ຫວຽດນາມ ແລະລາວ, ເມື່ອສອງພັກ, ສອງລັດ, ສອງກອງທັບ ແລະປະຊາຊົນສອງປະເທດ ໄດ້ຈັດຕັ້ງການເຄື່ອນໄຫວຢ່າງສົມກຽດເພື່ອແນໃສ່ສະເຫຼີມສະຫຼອງປີສາມັກຄີມິດຕະພາບຫວຽດນາມ-ລາວ, ລາວ-ຫວຽດນາມ ປີ 2022 ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (5-9-1962 / 5-9-2022) ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມື (18-7-1977 / 18-7-2022).

ແມ່ນສອງປະເທດບ້ານໃກ້ເຮືອນຄຽງ, ມີການພົວພັນທີ່ສະໜິດແໜ້ນລະຫວ່າງອ້າຍນ້ອງສອງປະເທດໄດ້ຮັບການສ້າງຕັ້ງຂຶ້ນ ແລະຝຶກຝົນຫຼໍ່ຫຼອມໃນປະຫວັດສາດແຫ່ງການສ້າງສາ ແລະປົກປັກຮັກສາປະເທດຊາດມາໄດ້ຫຼາຍພັນປີ. ພິເສດ, ໃນ 6 ທົດສະວັດຜ່ານມາ, ສາຍພົວພັນອັນເປັນມູນເຊື້ອອັນດີງາມ, ຄວາມສະໜິດຕິດພັນທີ່ບໍລິສຸດລະຫວ່າງປະຊາຊົນສອງປະເທດຫວຽດນາມ-ລາວ ໂດຍແມ່ນປະທານ ໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ ແລະປະທານ ສຸພານຸວົງ ທີ່ແສນເຄົາລົບຮັກເປັນຜູ້ສ້າງພື້ນຖານ, ການນຳຮຸ່ນຕ່າງໆຂອງສອງພັກ, ສອງລັດ, ສອງກອງທັບ ແລະປະຊາຊົນສອງປະເທດໄດ້ຮັບການສືບທອດ, ເພີ່ມພູນຄູນສ້າງ, ຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ກາຍເປັນສາຍພົວພັນທີ່ເປັນແບບຢ່າງ, ບໍລິສຸດຜຸດຜ່ອງຫາຍາກ.

ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດຂອງຫວຽດນາມ ປີ 2023 ທີ່ໃກ້ຈະມາເຖິງນີ້, ນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ ເອເລັກໂຕນິກ ໄດ້ສໍາພາດສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ ກ່ຽວກັບນໍ້າໃຈສາມັກຄີມິດຕະພາບແບບພິເສດລະຫວ່າງສອງປະເທດ, ກໍ່ຄືບັນຍາກາດຕ້ອນຮັບບຸນເຕັດຂອງສະຖານທູດລາວ ປະຈໍາ ຫວຽດນາມ ເວົ້າສະເພາະ ແລະຊາວລາວ ທີ່ພວມດໍາລົງຊີວິດ ແລະເຮັດວຽກຢູ່ຫວຽດນາມ ເວົ້າລວມ.

leftcenterrightdel
ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ ຕອບສໍາພາດຕໍ່ນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ. ພາບ: qdnd.vn.

ນັກຂ່າວ: ຮຽນສະຫາຍເອກອັກຄະລັດຖະທູດ, ຂໍສະເໜີໃຫ້ສະຫາຍຊ່ວຍເລົ່າຄືນບາງຈຸດພົ້ນເດັ່ນກ່ຽວກັບການພົວພັນລະຫວ່າງສອງປະເທດຫວຽດນາມ-ລາວ ໃນປີ 2022 ຜ່ານມາ?

ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ: ປີ 2022 ແມ່ນປີພິເສດໃນການພົວພັນລາວ-ຫວຽດນາມ. ສອງປະເທດໄດ້ພ້ອມກັນບັນລຸເປົ້າໝາຍພັດທະນາໃໝ່, ປະກອບສ່ວນເຮັດໃຫ້ປະຫວັດສາດການຮ່ວມມືລະຫວ່າງສອງປະເທດລາວ-ຫວຽດນາມ ໃຫ້ມີຄວາມອຸດົມສົມບູນຂຶ້ນຕື່ມ. ນີ້ແມ່ນປີສາມັກຄີມິດຕະພາບລາວ-ຫວຽດນາມ, ຫວຽດນາມ-ລາວ ໄດ້ສ້າງຂີດໝາຍທີ່ເປັນໜ້າປະທັບໃຈຫຼາຍຢ່າງໃນການພົວພັນສອງຝ່າຍ. ມີຫຼາຍການເຄື່ອນໄຫວສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (5-9-1962 / 5-9-2022) ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມື (18-7-1977 / 18-7-2022) ໄດ້ຈັດຂຶ້ນນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ ແລະຜ່ານຫຼາຍຂົງເຂດ, ໄດ້ຮັບຄວາມສົນໃຈຈາກປະຊາຊົນສອງປະເທດ. ບັນດາການເຄື່ອນໄຫວດັ່ງກ່າວ, ໄດ້ສະແດງໃຫ້ເຫັນເຖິງຄວາມຕັດສິນໃຈຂອງການນໍາ ແລະປະຊາຊົນສອງປະເທດໃນການປົກປັກຮັກສາ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ລາວ-ຫວຽດນາມ.

ພົ້ນເດັ່ນແມ່ນພິທີສະເຫຼີມສະຫຼອງ 60 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືລາວ-ຫວຽດນາມ ທີ່ຈັດຂຶ້ນຢູ່ທັງສອງປະເທດ, ດ້ວຍການເຂົ້າຮ່ວມຂອງການນໍາຂັ້ນສູງ. ສອງຝ່າຍໄດ້ຈັດຕັ້ງການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຈັດຕັ້ງການພົບປະແລກປ່ຽນ, ການຮ່ວມມືລະຫວ່າງຄະນະ, ກະຊວງ, ຂະແໜງຂັ້ນສູນກາງ ແລະທ້ອງຖິ່ນພົບປະແລກປ່ຽນມິດຕະພາບລະຫວ່າງປະຊາຊົນສອງປະເທດ. ບັນດາການເຄື່ອນໄຫວແລກປ່ຽນວັນນະຄະດີ, ວັດທະນະທໍາ, ສິລະປະ, ການສຶກສາ ແລະກິລາ... ກໍ່ໄດ້ຮັບການສົ່ງເສີມ.

ບັນດາການເຄື່ອນໄຫວດັ່ງກ່າວ, ໄດ້ສະແດງໃຫ້ເຫັນເຖິງຄວາມຕັດສິນໃຈປົກປັກຮັກສາ, ພັດທະນາ ແລະຍົກລະດັບສາຍພົວພັນແບບພິເສດ ລາວ-ຫວຽດນາມ ຂອງການນຳ, ປະຊາຊົນສອງປະເທດ ຄືບົດກ່າວຄໍາເຫັນທີ່ພິທີສະເຫຼີມສະຫຼອງ 60 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມື ລາວ-ຫວຽດນາມ ຢູ່ນະຄອນຫຼວງວຽງຈັນ (ເດືອນກໍລະກົດ 2022) ຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ຢັ້ງຢືນວ່າ ນ້ຳໃຈໄມຕີຈິດມິດຕະພາບ, ສາມັກຄີ ແລະການຮ່ວມມືລະຫວ່າງ ລາວ-ຫວຽດນາມ ບໍ່ພຽງແຕ່ແມ່ນນໍ້າໃຈເພື່ອນມິດສະຫາຍ, ອ້າຍນ້ອງສະໜິດແໜ້ນເທົ່ານັ້ນ ຫາກຍັງແມ່ນນໍ້າໃຈແຫ່ງຄວາມສາມັກຄີທີ່ໝັ້ນແກ່ນ, ກາຍເປັນນໍ້າໃຈໄມຕີຈິດມິດຕະພາບອັນຍິ່ງໃຫຍ່ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານທີ່ໄດ້, ກໍາລັງ ແລະຈະຍືນຍົງຄົງຕົວຢູ່ພ້ອມກັບປະຊາຊົນສອງປະເທດ. ພວກເຮົາມີຄວາມປິຕິຊົມຊື່ນເມື່ອເຫັນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານແມ່ນມູນເຊື້ອລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ລາວ-ຫວຽດນາມ, ເຊິ່ງຄົນຮຸ່ນກ່ອນໄດ້ເພີ່ມພູນຄູນສ້າງ, ມາຮອດປະຈຸບັນຍັງໄດ້ຮັບການເພີ່ມທະວີ, ພັດທະນາຢ່າງບໍ່ຢຸດຢັ້ງ, ນໍາເອົາຜົນປະໂຫຍດຢ່າງແທ້ຈິງມາໃຫ້ປະຊາຊົນສອງປະເທດ ລາວ-ຫວຽດນາມ.

leftcenterrightdel
ພິທີສະເຫຼີມສະຫຼອງ 60 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືລາວ-ຫວຽດນາມ ຢູ່ ນະຄອນຫຼວງວຽງຈັນ. ພາບ: ສໍານັກຂ່າວສານຫວຽດນາມ

ພິເສດ, ໃນຊຸມມື້ຕົ້ນປີ 2023, ສະຫາຍ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ມີການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະເປັນປະທານຮ່ວມກອງປະຊຸມ ຄັ້ງທີ 45 ຄະນະກໍາມະການຮ່ວມມືທະວິພາຄີລະຫວ່າງລັດຖະບານຫວຽດນາມ-ລາວ, ຕາມຄຳເຊີນຂອງສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນລະຫວ່າງວັນທີ 11-12 ມັງກອນ. ນີ້ແມ່ນການຢ້ຽມຢາມຄັ້ງທໍາອິດຂອງສະຫາຍ ຟ້າມມິງຈິ໊ງ ໃນຖານະຕຳແໜ່ງໃໝ່ ແລະກໍ່ແມ່ນການນໍາຕ່າງປະເທດຜູ້ທໍາອິດຢ້ຽມຢາມ ລາວ ຢ່າງເປັນທາງການ ນັບແຕ່ເມື່ອສະຫາຍ ສອນໄຊ ສີພັນດອນ ໄດ້ຮັບການຄັດເລືອກເປັນນາຍົກລັດຖະມົນຕີ.

ໃນການຢ້ຽມຢາມຢ່າງເປັນທາງການຄັ້ງນີ້, ການນຳສອງປະເທດໄດ້ພົບປະເຈລະຈາ, ໃຫ້ເຫັນປະຈັກຕາພິທີລົງນາມເອກະສານຮ່ວມມີ 10 ສະບັບ ແລະພ້ອມກັນເຂົ້າຮ່ວມພິທີປິດປີສາມັກຄີມິດຕະພາບ 2022, ດ້ວຍການເຂົ້າຮ່ວມຂອງຜູ້ແທນ 200 ຄົນລວມມີການນຳ, ພະນັກງານ ແລະຜູ້ຕາງໜ້າປະຊາຊົນລາວ ທຸກຊັ້ນວັນນະ. ຜົນສຳເລັດຂອງ “ປີສາມັກຄີມິດຕະພາບຫວຽດນາມ-ລາວ, ລາວ-ຫວຽດນາມ 2022” ແມ່ນກໍາລັງໜູນສໍາຄັນຊຸກຍູ້ການພົວພັນພິເສດລະຫວ່າງສອງປະເທດໃຫ້ສືບຕໍ່ພັດທະນາຢ່າງແຮງກວ່າໃນປີ 2023 ແລະໃນຊຸມປີຈະມາເຖິງ, ທັງລວງກວ້າງ ແລະລວງເລິກ, ນໍາມາເຊິ່ງຜົນປະໂຫຍດແທດຈິງໃຫ້ປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ຄວາມວັດທະນາຖາວອນຢູ່ພາກພື້ນ ແລະໃນໂລກ.

ປີສາມັກຄີມິດຕະພາບລະຫວ່າງສອງປະເທດໄດ້ສົ່ງສານທີ່ມີຄວາມສໍາຄັນທີ່ສຸດ, ສະແດງໃຫ້ເຫັນຄວາມໝາຍຄວາມສໍາຄັນຂອງສາຍພົວພັນແບບພິເສດລະຫວ່າງ ລາວ ແລະຫວຽດນາມ, ຫວຽດນາມ ແລະລາວ. ພ້ອມທັງສະແດງໃຫ້ໂລກເຫັນວ່າ ຄວາມປາດຖະໜາ ແລະຄວາມຕັດສິນໃຈຂອງການນໍາພັກ, ລັດ ແມ່ນພ້ອມກັນເພີ່ມພູນຄູນສ້າງສາຍພົວພັນນີ້ໃຫ້ໝັ້ນຄົງທະນົງແກ່ນໄປຊົ່ວກາລະນານ, ເຖິງວ່າສະພາບການໃນໂລກ ແລະພາກພື້ນຈະມີການປ່ຽນແປງຫຼາຍຢ່າງກໍ່ຕາມ.

ນັກຂ່າວ: ນໍ້າໃຈມິດຕະພາບຫວຽດນາມ-ລາວ ແມ່ນມໍລະດົກອັນລໍ້າຄ່າຂອງສອງປະເທດ, ແມ່ນກົດເກນຄົງຕົວ ແລະພັດທະນາ, ແມ່ນປັດໄຈຮັບປະກັນໄຊຊະນະໃນພາລະກິດແຫ່ງການສ້າງສາ ແລະປົກປັກຮັກສາປະເທດຊາດຂອງແຕ່ລະປະເທດໃນປະຈຸບັນ. ຂໍໃຫ້ສະຫາຍ ເອກອັກຄະລັດຖະທູດ ເວົ້າແຈ້ງກວ່າກ່ຽວກັບສາຍພົວພັນແບບພິເສດນີ້?

ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ: ເມື່ອຫວນຄືນສາຍພົວພັນລະຫວ່າງປະຊາຊົນສອງປະເທດລາວ-ຫວຽດນາມ ໃນແຕ່ລະໄລຍະປະຫວັດສາດຜ່ານມາ, ພວກເຮົາມີຄວາມເອກອ້າງທະນົງໃຈ ເມື່ອເຫັນວ່າ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ນໍ້າໃຈສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງລາວ-ຫວຽດນາມ ທີ່ປະທານ ໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ ແລະປະທານ ສຸພານຸວົງ ເພີ່ມພູນຄູນສ້າງ ສືບຕໍ່ໄດ້ຮັບການເສີມຂະຫຍາຍ. ບັນດາການນໍາ, ນັກຮົບປະຕິວັດ ແລະ ປະຊາຊົນສອງປະເທດໄດ້ພ້ອມກັນອຸທິດສະຕິປັນຍາ, ເຫື່ອແຮງ, ຊີວິດ ແລະເລືອດເນື້ອຂອງຕົນໃຫ້ພາລະກິດປະຕິວັດທີ່ເຕັມໄປດ້ວຍຄວາມລຳບາກ ແລະສ່ິງທ້າທາຍ. ມາຮອດປະຈຸບັນ, ການພົວພັນລະຫວ່າງ ລາວ ແລະ ຫວຽດນາມ ໄດ້ກາຍເປັນສາຍພົວພັນແບບພິເສດ, ບໍລິສຸດຜຸດຜ່ອງ, ຫາຍາກ, ແມ່ນຊັບສົມບັດອັນລໍ້າຄ່າຂອງສອງປະເທດ, ແມ່ນກົດເກນຄົງຕົວ ແລະພັດທະນາຂອງສອງປະເທດ, ແມ່ນປັດໄຈຕັດສິນໄຊຊະນະການປະຕິວັດຂອງແຕ່ລະປະເທດ.

ປະຈຸບັນ, ເຖິງວ່າ ສະພາບການໃນພາກພື້ນ ແລະສາກົນມີຫຼາຍເຫດການຜັນແປທີ່ສັບສົນ ແລະຍາກທີ່ຈະຄາດຄະເນໄດ້ລ່ວງໜ້າກໍ່ຕາມ, ແຕ່ສາຍພົວພັນທີ່ສະໜິດແໜ້ນລະຫວ່າງປະຊາຊົນສອງປະເທດ ລາວ-ຫວຽດນາມ ບໍ່ເຄີຍຈືດຈາງ ແລະນັບມື້ນັບເສີມຂະຫຍາຍຢ່າງມີປະສິດທິຜົນ, ເຂົ້າສູ່ລວງເລິກ, ນໍາເອົາຜົນປະໂຫຍດທີ່ແທ້ຈິງມາໃຫ້ປະຊາຊົນສອງປະເທດ.

ໃນຂົງເຂດການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການທູດໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ, ມີການສົມທົບກັນໄດ້ເປັນຢ່າງດີໃນການຮັກສາຜົນງານຂອງການປະຕິວັດ, ຍູ້ຖອຍກົນອຸບາຍທໍາລາຍຂອງບັນດາອິດທິກໍາລັງປໍລະປັກ. ສອງປະເທດໄດ້ມີການສົມທົບກັນຢ່າງແໜ້ນແຟ້ນຢູ່ເວທີປາໄສພາກພື້ນ ແລະ ສາກົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດເພື່ອສັນຕິພາບ, ມິດຕະພາບ ແລະການຮ່ວມມືໃນພາກພື້ນ ແລະໃນໂລກ. ພິເສດ, ຂົງເຂດເສດຖະກິດ-ການຄ້າ, ການລົງທຶນ, ການສຶກສາ, ວັດທະນະທໍາ... ໄດ້ມີບາດກ້າວພັດທະນາຢ່າງຕໍ່ເນື່ອງ. ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທີ່ມີການລົງທຶນໃນລາວ ຫຼາຍທີ່ສຸດ; ຈໍານວນນັກສຶກສາລາວ ທີ່ຮຽນຢູ່ຫວຽດນາມ ກໍ່ນັບມື້ນັບເພີ່ມຂຶ້ນ, ນັກສຶກສາລາວ ຮໍ່າຮຽນຢູ່ຕາມຮາກຖານການສຶກສາຂອງຫວຽດນາມ ແມ່ນມີຢູ່ແຕ່ເໜືອຮອດໃຕ້ ແລະ ໄດ້ຮັບຄວາມເອົາໃຈໃສ່ບຳລຸງກໍ່ສ້າງ, ສິດສອນເປັນຢ່າງດີຈາກຄູອາຈານຂອງຫວຽດນາມ. ນີ້ແມ່ນແຫຼ່ງກຳລັງອັນລໍ້າຄ່າທີ່ສະຫງວນໃຫ້ປະເທດລາວ ໃນພາລະກິດສ້າງສາພັດທະນາ ແລະປົກປັກຮັກສາປະເທດຊາດໃນສະໄໝໃໝ່.

ນັກຂ່າວ: ໃນຊຸມປີຜ່ານມາ, ການເຄື່ອນໄຫວຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງຫວຽດນາມ ກັບບັນດາທ້ອງຖິ່ນຂອງລາວ ໄດ້ຮັບການຍູ້ແຮງຢ່າງບໍ່ຢຸດຢັ້ງ. ຕາມສະຫາຍເອກອັກຄະລັດຖະທູດແລ້ວ ການຮ່ວມມືນີ້ມີຜົນກະທົບຄືແນວໃດໃນການເພີ່ມທະວີຄວາມເຂົ້າໃຈ, ການພົບປະແລກປ່ຽນລະຫວ່າງປະຊາຊົນສອງປະເທດເວົ້າສະເພາະ, ກໍ່ຄືການຊຸກຍູ້ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ-ລາວ ເວົ້າລວມ?

ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ: ປະຊາຊົນລາວ ແລະປະຊາຊົນຫວຽດນາມ ບັນດາເຜົ່າຍາມໃດກໍ່ມີຄວາມເຄົາລົບ, ຮັກສາ ແລະເພີ່ມພູນຄູນສ້າງສາຍພົວພັນສາມັກຄີແບບພິເສດ, ການຊ່ວຍເຫຼືອເຊິ່ງກັນ ແລະກັນລະຫວ່າງສອງປະເທດມາແຕ່ດົນນານແລ້ວ. ໃນສະພາບການປ່ຽນແປງໃໝ່ໃນປະຈຸບັນ, ການພົວພັນຮ່ວມມື, ຄວາມສະໜິດແໜ້ນລະຫວ່າງສອງປະເທດເວົ້າລວມ, ລະຫວ່າງບັນດາທ້ອງຖິ່ນຂອງຫວຽດນາມ ກັບບັນດາທ້ອງຖິ່ນຂອງລາວ ເວົ້າສະເພາະໄດ້ຮັບການປັບປຸງ, ເພີ່ມທະວີ ແລະເປີດກວ້າງໃນຫຼາຍຂົງເຂດຢ່າງບໍ່ຢຸດຢັ້ງ. ສອງຝ່າຍໄດ້ຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ, ບັນດາສັນຍາຮ່ວມມືລະຫວ່າງສອງລັດຖະບານ ແລະບັນດາກະຊວງ, ຂະແໜງການ ແລະທ້ອງຖິ່ນຂອງສອງປະເທດຢ່າງຕັ້ງໜ້າ, ແທດເໝາະ ແລະມີປະສິດທິຜົນ.

ຫຼາຍທ້ອງຖິ່ນໄດ້ລົງນາມຮ່ວມມືໂດຍກົງ ຫຼື ມີຫຼາຍການເຄື່ອນໄຫວແຮກສ່ຽວ, ເປັນຕົ້ນແມ່ນຢູ່ຕາມແຂວງທີ່ມີເສັ້ນທາງຊາຍແດນຮ່ວມກັນ. ການເຄື່ອນໄຫວນີ້ໄດ້ແຜ່ຂະຫຍາຍ, ເປີດກວ້າງໃນຫຼາຍຂົງເຂດ ແລະນໍາມາເຊິ່ງປະສິດທິຜົນນັບມື້ນັບສູງຂຶ້ນ, ປະກອບສ່ວນຮັດແໜ້ນນ້ຳໃຈມິດຕະພາບລະຫວ່າງປະຊາຊົນສອງປະເທດ, ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການທີ່ລະອຽດ, ແທດເໝາະກັບການຜະລິດ, ຊີວິດການເປັນຢູ່ ແລະວຽກເຮັດງານທໍາ ກໍ່ຄືຄວາມຮັກແພງບ້ານໃກ້ເຮືອນຄຽງຂອງແຕ່ລະຝ່າຍ. ນີ້້ຖືວ່າເປັນໜຶ່ງໃນບັນດາວິທີການທາງການທູດປະຊາຊົນພິເສດມີປະສິດທິຜົນ ແລະມີຫຼາຍຄວາມໝາຍເພາະດ້ານໜຶ່ງແມ່ນຄວາມຕ້ອງການທີ່ກາຍເປັນມູນເຊື້ອ ແລະອີກດ້ານໜຶ່ງແມ່ນທ່າອ່ຽງທີ່ຈໍາເປັນຂອງຍຸກສະໄໝ.

ລາວ ແລະຫວຽດນາມ ມີເສັ້ນຊາຍແດນຮ່ວມກັນທັງໝົດປະມານ 2.340 ກິໂລແມັດ ໂດຍຜ່ານບັນດາແຂວງຊາຍແດນຂອງຫວຽດນາມ ຄື: ດ້ຽນບຽນ, ເຊີນລາ, ແທັງຮວ໊າ, ເງະອານ, ຮ່າຕິ້ງ, ກວ໋າງບິ່ງ, ກວ໋າງຈິ, ເທື່ອທຽນ-ເຫວ້, ກວ໋າງນາມ ແລະກອນຕຸມ; ຕິດກັບບັນດາແຂວງຊາຍແດນຂອງລາວ ຄື: ຜົ້ງສາລີ, ຫຼວງພະບາງ, ຫົວພັນ, ຊຽງຂວາງ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ ແລະອັດຕະປື. ບັນດາແຂວງເຫຼົ່ານີ້ລ້ວນແຕ່ມີການເຄື່ອນໄຫວແຮກສ່ຽວບ້ານໃກ້ເຮືອນຄຽງກັນມາແຕ່ດົນນານແລ້ວ. ນອກຈາກນັ້ນ, ບາງແຂວງ, ນະຄອນໃຫຍ່ຕ່າງໆຂອງສອງປະເທດກໍ່ໄດ້ຈັດຕັ້ງການແຮກສ່ຽວນຳກັນ ແລະແຜ່ຂະຫຍາຍອອກໄປສູ່ທ້ອງຖິ່ນຕ່າງໆຢ່າງບໍ່ຢຸດຢັ້ງ.

ອາດເຫັນໄດ້ວ່າ ຈາກມູນເຊື້ອທີ່ມີມາແຕ່ດົນນານຈົນຮອດປະຈຸບັນ, ການຮ່ວມມື ແລະການເຄື່ອນໄຫວແຮກສ່ຽວລະຫວ່າງບັນດາທ້ອງຖິ່ນຂອງສອງປະເທດມີການພັດທະນາຢ່າງແຮງ ແລະເປັນຂະບວນຟົດຟື້ນ. ບັນດາການເຄື່ອນໄຫວແລກປ່ຽນບົດຮຽນ, ພົບປະແລກປ່ຽນເພື່ອແນໃສ່ຊຸກຍູ້ການພັດທະນາຮ່ວມມືຮອບດ້ານໃນຂົງເຂດ: ເສດຖະກິດ-ການຄ້າ, ການລົງທຶນ, ການທ່ອງທ່ຽວ, ວັດທະນະທໍາ, ວິທະຍາສາດ-ເຕັກນິກ, ການສຶກສາ, ສາທາລະນະສຸກ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ... ພົ້ນເດັ່ນແມ່ນການແຮກສ່ຽວ ແລະຮ່ວມມືລະຫວ່າງນະຄອນຫຼວງຮ່າໂນ້ຍ ແລະນະຄອນຫຼວງວຽງຈັນ; ລະຫວ່າງນະຄອນ ໂຮ່ຈີມິນ ກັບ ນະຄອນຫຼວງ ວຽງຈັນ, ແຂວງຈໍາປາສັກ, ແຂວງອັດຕະປື ແລະແຂວງຊຽງຂວາງ; ລະຫວ່າງແຂວງແທັງຮວ໊າ ກັບ ແຂວງຫົວພັນ; ລະຫວ່າງແຂວງກອນຕຸມ ກັບບັນດາແຂວງພາກໃຕ້ລາວ; ລະຫວ່າງບັນດາແຂວງເຊີນລາ, ແຂວງດ້ຽນບຽນ ກັບບັນດາ ແຂວງພາກເໜືອຂອງລາວ.

ໃນສະພາບການປັດຈຸບັນ, ຈາກໂອກາດ ແລະສິ່ງທ້າທາຍ, ການຊຸກຍູ້ການຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງ ລາວ ແລະຫວຽດນາມ ນັບມື້ນັບຢັ້ງຢືນ, ນະໂຍບາຍທີ່ສະເໝີຕົ້ນສະເໝີປາຍຂອງພັກ, ລັດ ແລະປະຊາຊົນລາວ ກໍ່ຄື ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນ, ໃຫ້ບຸລິມະສິດໃນການພັດທະນາສາຍພົວພັນລະຫວ່າງສອງປະເທດ ແລະຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອປັບປຸງ ແລະເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ນໍ້າໃຈສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ລາວ-ຫວຽດນາມ ຢ່າງບໍ່ຢຸດຢັ້ງ.

ນັກຂ່າວ: ສະຫາຍເອກອັກຄະລັດຖະທູດ ໄດ້ຢູ່ຫວຽດນາມມາຫຼາຍປີ, ສະນັ້ນສະຫາຍມີຄວາມປະທັບໃຈກ່ຽວກັບປະເທດ, ວັດທະນະທໍາ ແລະຊາວຫວຽດນາມ ຄືແນວໃດ?

ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ: ໃນເວລາປະຕິບັດວຽກງານຢູ່ຫວຽດນາມ, ຂ້າພະເຈົ້າມີຄວາມປະທັບໃຈຫຼາຍສິ່ງຫຼາຍຢ່າງຕໍ່ກັບປະເທດຫວຽດນາມ ທີ່ສວຍງາມໄປດ້ວຍພື້ນຖານປະຫວັດສາດທີ່ມີມາແຕ່ດົນນານ, ມີຫຼາກຫຼາຍຮູບແບບໃນທຸກແງ່ມູມ.

ຜ່ານບັນດາການພົບປະກັບບັນດາໝູ່ເພື່ອນຫວຽດນາມ, ຂ້າພະເຈົ້າເຫັນວ່າ ຊາວຫວຽດນາມ ຍາມໃດກໍ່ມີນໍ້າໃຈສາມັກຄີ ແລະມີໄມຕີຈິດມິດຕະພາບທີ່ເລິກເຊິ່ງຕໍ່ກັບປະເທດ ແລະປະຊາຊົນລາວ. ຊາວຫວຽດນາມ ມີນໍ້າໃຈມະຫາຊົນສູງ, ເປັນມິດ, ຈິງໃຈ ແລະສະໜິດສະໜົມງ່າຍ. ຂ້າພະເຈົ້າໄດ້ໄປທຸກພາກຢູ່ຫວຽດນາມ, ຂ້າພະເຈົ້າໄປໃສທຸກຄົນກໍຕ້ອນຮັບຢ່າງອົບອຸ່ນ ແລະເປັນມິດ. ນັ້ນແມ່ນຈຸດພົ້ນເດັ່ນຂອງວັດທະນະທໍາຫວຽດນາມ.

ນັກຂ່າວ: ໃນທ່າມກາງບັນຍາກາດຄຶກຄື້ນຕ້ອນຮັບປີໃໝ່ 2023, ປະຊາຄົມຊາວລາວ ທີ່ກໍາລັງດໍາລົງຊີວິດ ແລະເຮັດວຽກຢູ່ຫວຽດນາມ ເວົ້າລວມ ກໍ່ຄືພະນັກງານ, ພາລະກອນສະຖານທູດລາວ ປະຈໍາ ຫວຽດນາມ ເວົ້າສະເພາະ ໄດ້ຫ້າງຫາກະກຽມການເຄື່ອນໄຫວຫຍັງແດ່ເພື່ອຕ້ອນຮັບບຸນປີໃໝ່ປະຈໍາຊາດຫວຽດນາມ ໃຫ້ມີຄວາມໝາຍ ແລະອົບອຸ່ນທີ່ສຸດ?

ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ: ບຸນປີໃໝ່ປະຈໍາຊາດຫວຽດນາມ ແມ່ນເທດສະການໜຶ່ງທີ່ມີຄວາມສໍາຄັນທີ່ສຸດຂອງປີ, ແມ່ນການສົ່ງທ້າຍປີເກົ່າ ແລະຕ້ອນຮັບປີໃໝ່. ບຸນປີໃໝ່ປະຈໍາຊາດຂອງຫວຽດນາມ ມີຄວາມໝາຍສໍາຄັນທີ່ສຸດສະແດງໃຫ້ເຫັນຄວາມຄາດຫວັງ, ຄວາມປາດຖະໜາຂອງຄົນໃຫ້ມີຊີວິດທີ່ດີຂຶ້ນ, ປີໃໝ່ຂໍໃຫ້ມີແຕ່ຄວາມໂຊກດີ, ສະຫງົບສຸກ. ບຸນປີໃໝ່ປະຈໍາຊາດຂອງຫວຽດນາມ ແລະບຸນປີໃໝ່ຂອງ ລາວ ມີຫຼາຍຈຸດທີ່ຄ້າຍຄືກັນ, ນັ້ນແມ່ນເວລາທີ່ມີຄວາມສັກສິດທີ່ສຸດຂອງປີຂອງແຕ່ລະຄອບຄົວ ແລະແມ່ນໂອກາດເພື່ອໃຫ້ຍາດຕິພີ່ນ້ອງໃນຄອບຄົວໄດ້ມາເຕົ້າໂຮມກັນພາຍຫຼັງເຮັດວຽກ ແລະຮໍ່າຮຽນມາໃນໄລຍະໜຶ່ງປີ.

ເນື່ອງໃນໂອກາດບຸນປີໃໝ່ຫວຽດນາມ, ປະຊາຄົມຊາວລາວ ທີ່ກໍາລັງດໍາລົງຊີວິດ ແລະເຮັດວຽກຢູ່ຫວຽດນາມ ເວົ້າລວມ ກໍ່ຄືພະນັກງານ, ພາລະກອນສະຖານທູດລາວ ຢູ່ຫວຽດນາມ ເວົ້າສະເພາະໄດ້ຈັດຕັ້ງຫຼາຍການເຄື່ອນໄຫວກະກຽມຕ້ອນຮັບບຸນປີໃໝ່ຫວຽດນາມ ຄື: ຫໍ່ເຂົ້າຕົ້ມ, ປະດັບປະດາຕົບແຕ່ງເຮືອນຊານ, ຢ້ຽມຢາມທັດສະນີຍະພາບທີ່ສວຍງາມບາງແຫ່ງ, ຮ່ວມມ່ວນຊື່ນພ້ອມກັບປະຊາຊົນຫວຽດນາມ ແລະມອບຂອງຂວັນທີ່ມີຄວາມໝາຍໃຫ້ເພື່ອນມິດຫວຽດນາມ.

ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ແລະຕ້ອນຮັບປີໃໝ່ຫວຽດນາມ, ຂ້າພະເຈົ້າຂໍອວຍພອນໃຫ້ການນໍາພັກ, ລັດພ້ອມກັບປະຊາຊົນຫວຽດນາມ ອ້າຍນ້ອງທຸກຖ້ວນໜ້າຈົ່ງມີສຸຂະພາບແຂງແຮງ. ຂໍອວຍພອນໃຫ້ຫວຽດນາມ ສືບຕໍ່ພັດທະນາແບບຍືນຍົງ, ບັນລຸເປົ້າໝາຍທີ່ໄດ້ວາງອອກ, ສ້າງສາປະເທດຊາດໃຫ້ຮັ່ງມີເຂັ້ມແຂງ, ປະຊາທິປະໄຕ, ສະເໝີພາບ ແລະສີວິໄລ.

ຂໍຂອບໃຈສະຫາຍເອກອັກຄະລັດຖະທູດ!

ໂດຍ: ຈາງຫງວຽນ