ທີ່ບັນດາການຕ້ອນຮັບ, ສະຫາຍ ຫງວຽນຮວ່າບິ່ງ ໄດ້ແຈ້ງໃຫ້ການນໍາລາວ ຮັບຊາບກ່ຽວກັບໝາກຜົນທີ່ດີງາມຂອງກອງປະຊຸມສານບັນດາແຂວງຢູ່ເຂດຊາຍແດນ ຫວຽດນາມ-ລາວ-ກໍາປູເຈຍ ຄັ້ງທີ 6, ສະຫາຍ ຫງວຽນຮວ່າບິ່ງ ໃຫ້ຮູ້ວ່າ ກອງປະຊຸມແມ່ນເວທີປາໄສເພື່ອແລກປ່ຽນບັນດາການກໍານົດທິດຮ່ວມມືທີ່ແນໃສ່ຊຸກຍູ້ການເຄື່ອນໄຫວລະຫວ່າງຫວຽດນາມ, ລາວ ແລະກໍາປູເຈຍ ກວ່າອີກ. ຜ່ານ 6 ຄັ້ງທີ່ຈັດຕັ້ງ, ກອງປະຊຸມສານບັນດາແຂວງຢູ່ເຂດຊາຍແດນ ໄດ້ບັນລຸຫຼາຍໝາກຜົນທີ່ມີຄວາມໝາຍອັນໃຫຍ່ຫຼວງ. ການສົມທົບກັນຂອງສານສາມປະເທດນັບມື້ນັບແໜ້ນແຟ້ນຢູ່ທັງຂັ້ນສູນກາງ ແລະຂັ້ນທ້ອງຖິ່ນ.

ລາຍງານກັບການນໍາລາວ ກ່ຽວກັບການຮ່ວມມືອັນດີງາມລະຫວ່າງສອງສານປະຊາຊົນສູງສຸດຂອງສອງປະເທດໃນໄລຍະຜ່ານມາ, ພິເສດແມ່ນພາຍຫຼັງສານປະຊາຊົນສູງສຸດສອງປະເທດ ເຊັນຂໍ້ຕົກລົງຮ່ວມມືໃນວັນທີ 13 ສິງຫາ ປີ 2008, ປະທານສານປະຊາຊົນສູງສຸດຫວຽດນາມ ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງສານປະຊາຊົນສອງປະເທດຈະສືບຕໍ່ແບ່ງປັນ, ແລກປ່ຽນບົດຮຽນເພື່ອແນໃສ່ຍົກສູງປະສິດທິຜົນການເຄື່ອນໄຫວຂອງສານຢ່າງບໍ່ຢຸດຢັ້ງ.

leftcenterrightdel
ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ຕ້ອນຮັບສະຫາຍ ຫງວຽນຮວ່າບິ່ງ ປະທານສານປະຊາຊົນສູງສຸດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການຕ້ອນຮັບ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ໄດ້ຂອບໃຈບັນດາການນໍາພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ ແລະປະຊາຊົນຫວຽດນາມ ທີ່ຍາມໃດກໍ່ສະຫງວນໃຫ້ພັກ, ລັດ ແລະປະຊາຊົນລາວ ກ່ຽວກັບອາລົມຈິດຄວາມຮັກແພງ, ຄວາມເອົາໃຈໃສ່ ແລະການຊ່ວຍເຫຼືອອັນລໍ້າຄ່າໃນຕະຫຼອດຊຸມປີຜ່ານມາ; ພ້ອມທັງຕີລາຄາສູງຕໍ່ໝາກຜົນການຮ່ວມມືລະຫວ່າງສອງລະບົບສານທັງຢູ່ຂັ້ນສູນກາງ ແລະຂັ້ນທ້ອງຖິ່ນ, ສະຫາຍ ທອງລຸນ ສີສຸລິດ ຢັ້ງຢືນວ່າ ຈະສະໜັບສະໜູນສອງຂະແໜງການເພີ່ມທະວີການພົວພັນຮ່ວມມືໃນໄລຍະຈະມາເຖິງກວ່າອີກ.

leftcenterrightdel
ສະຫາຍ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ ຕ້ອນຮັບສະຫາຍ ຫງວຽນຮວ່າບິ່ງ ປະທານສານປະຊາຊົນສູງສຸດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ສະຫາຍ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ ກໍ່ຕີລາຄາສູງຕໍ່ໝາກຜົນການພົບປະເຈລະຈາສອງຝ່າຍລະຫວ່າງສອງສານສູງສຸດ, ກໍ່ຄືໝາກຜົນທີ່ບັນລຸໄດ້ຂອງກອງປະຊຸມສານບັນດາແຂວງຢູ່ເຂດຊາຍແດນ ຫວຽດນາມ-ລາວ-ກໍາປູເຈຍ ຄັ້ງທີ 6. ປະທານສະພາແຫ່ງຊາດລາວ ກໍ່ສະເໜີໃຫ້ຂະແໜງສານສອງປະເທດ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກວ່າອີກ ເພື່ອແກ້ໄຂບັນດາບັນຫາຫຍໍ້ທໍ້ເກີດຂຶ້ນໃໝ່ຢ່າງທັນການ, ນໍາເອົາຜົນປະໂຫຍດທີ່ແທດຈິງມາໃຫ້ປະຊາຊົນ, ກໍ່ຄືຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ອໍານາດການປົກຄອງ, ຕໍ່ພັກ, ລັດ ແລະລະບອບ.

ໂດຍ: ຈາງຫງວຽນ