ວັນທີ 9 ສິງຫາ, ຄະນະກໍາມະການປະຊາຊົນນະຄອນຮ່າໂນ້ຍ ປະກາດແຜນການຈັດຕັ້ງກອງປະຊຸມສົ່ງເສີມການລົງທຶນ, ການຄ້າ ດ້ວຍຫົວຂໍ້ “ຮ່າໂນ້ຍ-ວຽງຈັນ, ຮ່ວມມືພ້ອມກັນພັດທະນາ” ແລະຈັດງານວາງສະແດງຮູບພາບ ແລະວາງສະແດງ, ແນະນໍາຜະລິດຕະພັນຂອງຮ່າໂນ້ຍ ແລະວຽງຈັນ.

ນີ້ແມ່ນການເຄື່ອນໄຫວສະແດງໃຫ້ເຫັນການຖືເປັນສໍາຄັນສາຍພົວພັນມິດຕະພາບ, ຄວາມສາມັກຄີ, ການຮ່ວມມືແບບພິເສດລະຫວ່າງ ຫວຽດນາມ ແລະລາວ ກໍຄືສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງນະຄອນຫຼວງຮ່າໂນ້ຍ ກັບນະຄອນຫຼວງວຽງຈັນ.

leftcenterrightdel
ຄະນະປະຕິບັດງານຂອງຄະນະພັກນະຄອນຮ່າໂນ້ຍ ຫາກໍ່ມີການຢ້ຽມຢາມ, ເຮັດວຽກ ແລະລົງນາມໃນເອກະສານຮ່ວມມືຫຼາຍສະບັບ ກັບການນໍານະຄອນຫຼວງວຽງຈັນ. ພາບ: qdnd.vn

ທີ່ກອງປະຊຸມສົ່ງເສີມການລົງທຶນ, ພະແນກແຜນການ ແລະການລົງທຶນຮ່າໂນ້ຍ ຈະແນະນໍາກາລະໂອກາດການລົງທຶນ ແລະນະໂຍບາຍບຸລິມະສິດ, ດຶງດູດການລົງທຶນເຂົ້ານະຄອນຫຼວງວຽງຈັນ, ລາວ, ສອງຝ່າຍກໍ່ຈະແລກປ່ຽນ ແລະລົງນາມໃນບົດບັນທຶກຊ່ວຍຈໍາການຮ່ວມມືສະບັບຕ່າງໆ...

ໂດຍ: ທູຈາງ