ທີ່ການພົບປະ, ກອງບັນຊາການທະຫານ ແລະກອງບັນຊາການ ປກສ ແຂວງຫົວພັນ ໄດ້ສົ່ງຄໍາອວຍພອນປີໃໝ່ເຖິງການນໍາ, ພະນັກງານ, ນັກຮົບກອງບັນຊາການທະຫານຊາຍແດນແຂວງເຊີນລາ.

ປີ 2021, ເຖິງວ່າພະຍາດໂຄວິດ-19 ຜັນແປຢ່າງສັບສົນກໍ່ຕາມ, ແຕ່ກໍາລັງປະກອບອາວຸດແຂວງຫົວພັນ ແລະກອງບັນຊາການທະຫານຊາຍແດນແຂວງເຊີນລາ ໄດ້ຜັນຂະຫຍາຍບົດບັນທຶກຂໍ້ຕົກລົງປະຈໍາປີຢ່າງແໜ້ນແຟ້ນ; ສົມທົບກັນ ແລະແກ້ໄຂບັນດາເຫດການເກີດຂຶ້ນທີ່ກ່ຽວຂ້ອງເຖິງສອງຝ່າຍຊາຍແດນເປັນຢ່າງດີ, ພິເສດແມ່ນວຽກງານໂຄສະນາໃຫ້ປະຊາຊົນສອງຝ່າຍກ່ຽວກັບນໍ້າໃຈສາມັກຄີມິດຕະພາບແບບພິເສດ ຫວຽດນາມ-ລາວ, ກົດໝາຍກ່ຽວກັບຊາຍແດນ, ດ່ານຊາຍແດນ; ແລກປ່ຽນຂໍ້ມູນຂ່າວສານ, ປ້ອງກັນ, ຕ້ານອາດຊະຍາກຳ; ແບ່ງປັນຂໍ້ມູນຂ່າວສານ, ບົດຮຽນໃນການປ້ອງກັນ, ຕ້ານພະຍາດໂຄວິດ-19.

leftcenterrightdel
ຄະນະປະຕິບັດງານກອງບັນຊາການທະຫານແຂວງຫົວພັນ ມອບຂອງຂວັນ, ອວຍພອນບຸນເຕັດພະນັກງານ, ນັກຮົບກອງບັນຊາການທະຫານຊາຍແດນແຂວງເຊີນລາ. ພາບ: ກວາງຮຸ່ງ.

ທີ່ການພົບປະ, ທ່ານພັນເອກພິເສດ ກ່າວັນເລີບ ຫົວໜ້າການເມືອງກອງບັນຊາການທະຫານຊາຍແດນແຂວງເຊີນລາ ຂອບໃຈບັນດາອາລົມຈິດທີ່ບັນດາກົມກອງເພື່ອນມິດລາວ ໄດ້ສະຫງວນໃຫ້ພະນັກງານ, ນັກຮົບກອງບັນຊາການທະຫານຊາຍແດນແຂວງເຊີນລາ ເນື່ອງໃນໂອກາດບຸນເຕັດ; ຢັ້ງຢືນການຈັດຕັ້ງຢ້ຽມຢາມຖາມຂ່າວ, ອວຍພອນເຊິ່ງກັນ ແລະກັນລະຫວ່າງກໍາລັງປະກອບອາວຸດສອງຝ່າຍເນື່ອງໃນໂອກາດບຸນເຕັດເວົ້າສະເພາະ ແລະບັນດາວັນບຸນຂອງສອງປະເທດເວົ້າລວມໄດ້ຮັບການປະຕິບັດເປັນປະຈໍາໃນໄລຍະຜ່ານມາແມ່ນການສືບທອດ ແລະສະແດງໃຫ້ເຫັນນ້ຳໃຈ, ຄວາມຮັບຜິດຊອບທີ່ມີຊີວິດຊີວາລະຫວ່າງສອງຝ່າຍ, ປະກອບສ່ວນເພີ່ມພູນຄູນສ້າງການພົວພັນສາມັກຄີແບບພິເສດຫວຽດນາມ-ລາວ, ລາວ-ຫວຽດນາມ.

ໂດຍ: ຈາງຫງວຽນ