leftcenterrightdel
ຫ້ອງການປ້ອງກັນຄວາມສະຫງົບ ບ້ານກາໂລ ຫຼັງໃໝ່. ພາບ: nld.com.vn

ທີ່ພິທີເປີດນໍາໃຊ້, ທ່ານພັນເອກພິເສດ ດັ້ງງອັກເຊິນ, ຮອງຫົວໜ້າກອງບັນຊາການຕໍາຫຼວດແຂວງເທື່ອທຽນ-ເຫວ້ ສົ່ງຄໍາຂອບໃຈມາຍັງອໍານາດການປົກຄອງທ້ອງຖິ່ນ ແລະແຂວງເຊກອງ ທີ່ໄດ້ສ້າງເງື່ອນໄຂໜູນຊ່ວຍ, ຊ່ວຍເຫຼືອຫຼາຍດ້ານ, ສ້າງຄວາມສະດວກເພື່ອໃຫ້ການກໍ່ສ້າງກິດຈະກໍາໄດ້ດຳເນີນຖືກຕາມຄວາມຄືບໜ້າທີ່ໄດ້ວາງອອກ. ພ້ອມທັງຫວັງວ່າ ໃນໄລຍະຈະມາເຖິງ, ກໍາລັງຕໍາຫຼວດ ແລະປ້ອງກັນຄວາມສະຫງົບສອງແຂວງຈະສືບຕໍ່ສົມທົບກັນປະຕິບັດວຽກງານຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນໃຫ້ດີກວ່າ, ຕໍ່ສູ້ຕ້ານອາດຊະຍາກຳທຸກປະເພດ, ພິເສດແມ່ນອາດຊະຍາກຳຄ້າຂາຍ, ຂົນສົ່ງຢາເສບຕິດຂ້າມຊາດທີ່ມີປະສິດທິຜົນ.

leftcenterrightdel
ຕໍາຫຼວດແຂວງເທື່ອທຽນ-ເຫວ້ ມອບຂອງຂວັນໜູນຊ່ວຍ. ພາບ: nld.com.vn

ນີ້ແມ່ນໜຶ່ງໃນ 3 ຫ້ອງການ ປ້ອງກັນຄວາມສະຫງົບຢູ່ເມືອງກະລຶມ, ແຂວງເຊກອງ ແລະເມືອງສະໝ້ວຍ, ແຂວງສາລະວັນ, ລາວ ໂດຍຕໍາຫຼວດແຂວງເທື່ອທຽນ-ເຫວ້ ກໍ່ສ້າງຕາມແຜນນະໂຍບາຍຂອງກະຊວງຕໍາຫຼວດຫວຽດນາມ ແມ່ນຊ່ວຍກະຊວງປ້ອງກັນຄວາມສະຫງົບລາວ ກໍ່ສ້າງຫ້ອງການເຮັດວຽກຂອງກໍາລັງປ້ອງກັນຄວາມສະຫງົບບັນດາບ້ານຕິດກັບຊາຍແດນຂອງຫວຽດນາມ ທີ່ເມືອງອາເລື້ອຍ, ແຂວງເທື່ອທຽນ-ເຫວ້.

ເນື່ອງໃນໂອກາດນີ້, ຕໍາຫຼວດແຂວງເທື່ອທຽນ-ເຫວ້ ໄດ້ໄປຢ້ຽມຢາມຖາມຂ່າວ, ປຸກລະດົມກຳລັງໃຈ ແລະມອບຂອງຂວັນເກືອບ 120 ພູດ, ລວມມີຢຸກຢາ, ສະບຽງອາຫານ ແລະເຄື່ອງໃຊ້ປະຈໍາວັນທີ່ຈໍາເປັນໃຫ້ຄ້າຍທະຫານຊາຍແດນຕ່າວາງ-ກໍາລັງປ້ອງກັນຄວາມສະຫງົບປະເທດລາວ, ກອງຮ້ອຍ 531 ແລະຄອບຄົວປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກຢູ່ບ້ານກາໂລ.

ໂດຍ: ເກື່ອງດັ້ງ