ບົນຈິດໃຈຄວາມສາມັກຄີ, ມິດຕະພາບແບບພິເສດ, ຄວາມເຂົ້າໃຈເຄົາລົບນັບຖືເຊິ່ງກັນ ແລະກັນ, ສອງຝ່າຍໄດ້ຕີລາຄາກ່ຽວກັບການກໍ່ສ້າງແນວກັນເຈື່ອນປ້ອງກັນຫຼັກໝາຍເລກທີ 130 ແລະເຫັນດີເປັນເອກະພາບບາງເນື້ອໃນ, ຄື: ການກໍ່ສ້າງແນວກັນເຈື່ອນປົກປ້ອງກັນຫຼັກໝາຍເລກທີ 130 ແມ່ນຈໍາເປັນເພື່ອແນໃສ່ຫຼີກລ້ຽງການກັດເຊາະ, ດິນເຈື່ອນ, ຮັບປະກັນຄວາມປອດໄພ, ໝັ້ນຄົງຂອງຫຼັກໝາຍຊາຍແດນແຫ່ງຊາດ, ກໍ່ຄືສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນຂອງກໍາລັງທີ່ກ່ຽວຂ້ອງສອງຝ່າຍ.

leftcenterrightdel
ແລກປ່ຽນເອກະສານລົງນາມເຫັນດີເປັນເອກະພາບການກໍ່ສ້າງແນວກັນເຈື່ອນປົກປ້ອງກັນຫຼັກໝາຍ ເລກທີ 130. ພາບ: vov.vn.

ໃນວິວັດການຜັນຂະຫຍາຍກໍ່ສ້າງກິດຈະກໍາ, ຝ່າຍຫວຽດນາມ ໃຫ້ຄໍາໝັ້ນສັນຍາວ່າ ຈະບໍ່ເຮັດໃຫ້ສະພາບການຂອງເສັ້ນຊາຍແດນໃນປະຈຸບັນປ່ຽນທິດ; ປະຕິບັດຖືກຕາມບັນດາຂໍ້ກໍານົດຂອງສັນຍາວ່າດ້ວຍລະບຽບການຄຸ້ມຄອງຊາຍແດນທາງບົກຫວຽດນາມ-ລາວ ຢ່າງເຂັ້ມງວດ ແລະຢູ່ພາຍໃຕ້ການຕິດຕາມກວດກາຂອງອົງການທີ່ກ່ຽວຂ້ອງສອງຝ່າຍ.

ພາຍຫຼັງເວລາ 45 ມື້ແຕ່ວັນລົງນາມເອກະສານ, ສອງຝ່າຍໄດ້ປະຕິບັດສໍາເລັດຂັ້ນຕອນການດໍາເນີນລະບຽບການຖືກຕາມຂໍ້ກໍານົດ; ລາຍງານດ້ວຍເອກະສານໃຫ້ຂັ້ນທີ່ມີອຳນາດພິຈາລະນາ ແລະແຈ້ງໝາກຜົນໃຫ້ກັນຜ່ານທາງການທູດໃນເວລາໄວທີ່ສຸດ.

ໂດຍ: ຈາງຫງວຽນ