ກ່າວຄໍາເຫັນທີ່ພິທີ, ທ່ານ ຟ້າມວັນຮຸ່ງ ຕາງໜ້າໃຫ້ພະນັກງານ, ພາລະກອນຂອງບໍລິສັດ ຄໍາຮຸ່ງ ໄຊຈະເລີນ ໃຫ້ຮູ້ວ່າ ຂອງຂວັນແຕ່ລະພູດລວມມີເຂົ້າສານ 12 ກິໂລ ແລະເງິນ 300.000 ກີບ (ກວ່າ 700.000 ດົ່ງ). ເຖິງວ່າມູນຄ່າຂອງຂອງຂວັນບໍ່ໃຫຍ່ກໍ່ຕາມແຕ່ກໍ່ແມ່ນນໍ້າໃຈເພື່ອຮ່ວມແຮງຮ່ວມໃຈແບ່ງປັນຄວາມຫຍຸ້ງຍາກກັບຍາດຕິພີ່ນ້ອງສ່ວນໃດສ່ວນໜຶ່ງ. ຕາມຂໍ້ກໍານົດປ້ອງກັນ, ຕ້ານພະຍາດຂອງລັດຖະບານລາວ, ຈໍານວນຂອງຂວັນທັງໝົດຈະມອບໃຫ້ແກ່ສາຂາສະມາຄົມເພື່ອແຈກຢາຍໄປໃຫ້ຍາດຕິພີ່ນ້ອງໄວທີ່ສຸດ.

leftcenterrightdel
ສະມາຄົມຊາວຫວຽດນາມ ອາໄສຢູ່ນະຄອນຫຼວງວຽງຈັນ ສົມທົບກັບກະຊວງສາທາລະນະສຸກລາວ ຈັດຕັ້ງການກວດເຊື້ອໂຄວິດ-19 ຢູ່ຫໍພັກນັກສຶກສາຫວຽດນາມ ຢູ່ວຽງຈັນ. ພາບ: ສໍານັກຂ່າວສານຫວຽດນາມ.

ຕາງໜ້າຍາດຕິພີ່ນ້ອງ, ທ່ານ ເລແອງດຶກ ຮອງປະທານສະມາຄົມຊາວຫວຽດນາມ ອາໄສຢູ່ນະຄອນຫຼວງວຽງຈັນ ໄດ້ຂອບໃຈ ແລະຕີລາຄາສູງຕໍ່ນໍ້າໃຈຂອງພະນັກງານ, ພາລະກອນຂອງບໍລິສັດ. ສິ່ງນີ້ສະແດງໃຫ້ເຫັນວ່າ ຢູ່ແຫ່ງຫົນໃດ, ປະຊາຄົມຊາວຫວຽດນາມ ຍັງຮັກສາຄຸນຄ່າວັດທະນະທໍາອັນດີງາມຂອງປະເທດຊາດ, ຍາມໃດກໍ່ມີນ້ຳໃຈອຸ້ມຊູຊ່ວຍເຫຼືອກັນ, ໜູນຊ່ວຍເຊິ່ງກັນ ແລະກັນໃນຍາມປະສົບຄວາມຫຍຸ້ງຍາກ.

ໃນໄລຍະຜ່ານມາ, ມີຜູ້ໃຈບຸນໃຈກຸສົນຫຼາຍຄົນໄດ້ສົມທົບກັບສະມາຄົມຊາວຫວຽດນາມ ອາໄສຢູ່ນະຄອນຫຼວງວຽງຈັນ ແລະວັດເຟິດຕິກ ໄດ້ມອບຂອງຂວັນໃຫ້ຄອບຄົວຊາວຫວຽດນາມ ແລະຊາວລາວ ໃນບໍລິເວນນະຄອນຫຼວງ ກໍ່ຄືບັນດາທ້ອງຖິ່ນຕ່າງໆທີ່ພວມປະສົບຄວາມຫຍຸ້ງຍາກ.

ໂດຍ: ຈາງຫງວຽນ