leftcenterrightdel
ພິທີມອບ-ຮັບຂອງຂວັນຂອງຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນນະຄອນຫຼວງຮ່າໂນ້ຍ ໃຫ້ແກ່ປະຊາຊົນນະຄອນຫຼວງ ວຽງຈັນ ແລະ 8 ແຂວງຢູ່ພາກເໜືອ ລາວ. ພາບ: ສໍານັກຂ່າວ ສານຫວຽດນາມ. 

ນະທີ່ນີ້, ທ່ານເລຂາຄະນະພັກນະຄອນຮ່າໂນ້ຍ ໄດ້ເນັ້ນໜັກເຖິງການເສີມຂະຫຍາຍມູນເຊື້ອຄວາມສາມັກຄີ, ໄມຕີຈິດມິດຕະພາບແບບພິເສດລະຫວ່າງສອງປະເທດ, ຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນນະຄອນຮ່າໂນ້ຍ ຍາມໃດກໍເຄົາລົບ ແລະຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອເພີ່ມພູນຄູນສ້າງສາຍພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສະມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານກັບ ລາວ ກໍຄືທ້ອງຖິ່ນແຫ່ງຕ່າງໆຂອງ ລາວ ຢ່າງບໍ່ຢຸດຢັ້ງ, ພິເສດແມ່ນນະຄອນຫຼວງວຽງຈັນ. ຮ່າໂນ້ຍ ຊົມເຊີຍ ແລະຈະສ້າງເງື່ອນໄຂສະດວກໃຫ້ຈັດບັນດາການເຄື່ອນໄຫວແລກປ່ຽນ, ແບ່ງປັນບົດຮຽນປະສົບການ, ການແລກປ່ຽນຮ່ວມມືລະຫວ່າງບັນດາອົງການຈັດຕັ້ງພັກ, ບັນດາອົງການວິຊາການຂອງສອງນະຄອນຫຼວງສອງປະເທດ. ຮ່າໂນ້ຍ ກໍມີຄວາມປາດຖະໜາວ່າຈະໄດ້ຮັບການສະໜັບສະໜູນຈາກພັກ, ລັດ, ສະພາແຫ່ງຊາດຫວຽດນາມ ແລະ ລາວ ເພື່ອພ້ອມກັບບັນດາທ້ອງຖິ່ນຂອງ ລາວ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ແລກປ່ຽນຂໍ້ມູນຂ່າວສານ, ປະສົບການຮ່ວມມື, ຊ່ວຍເຫຼືອເຊິ່ງກັນແລະກັນໃນການສ້າງ ແລະ ພັດທະນາໃນທຸກຂົງເຂດ.

ໃນຂອບເຂດການເຮັດວຽກຄັ້ງນີ້, ກໍໄດ້ດຳເນີນພິທີມອບ-ຮັບຂອງຂວັນຂອງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນຫຼວງຮ່າໂນ້ຍ ໃຫ້ແກ່ປະຊາຊົນນະຄອນຫຼວງວຽງຈັນ ແລະ 8 ແຂວງຢູ່ພາກເໜືອ ລາວ ດ້ວຍມູນຄ່າ 200.000 USD ພ້ອມດ້ວຍວັດຖຸອຸປະກອນການແພດ ເພື່ອໜູນຊ່ວຍແກ່ການປ້ອງກັນ, ຕ້ານໂລກລະບາດໂຄວິດ-19.

ແຫຼ່ງຄັດຈາກ: vovworld.vn