ທີ່ການຕ້ອນຮັບ, ທ່ານ ເຈິ່ນເທ໊ເກືອງ, ຫົວໜ້າພະແນກສຶກສາ ແລະກໍ່ສ້າງນະຄອນຮ່າໂນ້ຍ ໃຫ້ຮູ້ວ່າ ໃນໄລຍະຜ່ານມາ, ຂະແໜງການສຶກສາຂອງສອງຝ່າຍ ໄດ້ຜັນຂະຫຍາຍຫຼາຍການເຄື່ອນໄຫວຮ່ວມມື, ໜູນຊ່ວຍ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ.

leftcenterrightdel
ທ່ານ ເຈິ່ນເທ໊ເກືອງ, ຫົວໜ້າພະແນກສຶກສາ ແລະກໍ່ສ້າງນະຄອນຮ່າໂນ້ຍ ແນະນໍາໃຫ້ຄະນະຜູ້ແທນພະແນກສຶກສາທິການ ແລະກິລາແຂວງຈໍາປາສັກ ກ່ຽວກັບສູນບໍລິຫານການສຶກສາອັດສະລິຍະນະຄອນຮ່າໂນ້ຍ. ພາບ: giaoducthoidai.vn

ນັບແຕ່ປີ 1980 ມາຮອດປະຈຸບັນ, ມີນັກສຶກສາລາວປະມານ 2,7 ພັນຄົນ ມາຮໍ່າຮຽນ ແລະ ບຳລຸງສ້າງຢູ່ຫວຽດນາມ. ຕາມແຜນການ, ໃນປີ 2024, ພະແນກສຶກສາ ແລະກໍ່ສ້າງນະຄອນຮ່າໂນ້ຍ ຈະສົມທົບກັບບັນດາພະແນກ, ຂະແໜງການທີ່ກ່ຽວຂ້ອງ ເພື່ອເປັນເສນາທິການ ລາຍງານຕໍ່ນະຄອນ ກ່ຽວກັບແຜນນະໂຍບາຍໃນແຕ່ລະປີ ເພື່ອໜູນຊ່ວຍຄ່າໃຊ້ຈ່າຍໃນການບໍາລຸງສ້າງລະດັບມະຫາວິທະຍາໄລ ແລະເໜືອມະຫາວິທະຍາໄລ ໃຫ້ແກ່ພະນັກງານ ແລະລູກຫຼານຂອງການນໍາບັນດາແຂວງພາກເໜືອຂອງລາວ  ແລະແຂວງວຽງຈັນ ໃນສົກຮຽນ 2024-2025, ຄາດວ່າຈະມີທຶນການສຶກສາທັງໝົດ 130 ທຶນ. ຢືນຢັນຄວາມກຽມພ້ອມໃນການໜູນຊ່ວຍຂະແໜງການສຶກສາທິຫານ ແລະກິລາແຂວງຈຳປາສັກ, ທ່ານ ເຈິ່ນເທ໊ເກືອງ ເຊື່ອໝັ້ນວ່າ ຂະແໜງການສຶກສາຂອງສອງແຂວງ, ນະຄອນ ຈະສືບຕໍ່ພັດທະນາຢ່າງແຂງແຮງ.

leftcenterrightdel
ການນໍາພະແນກສຶກສາ ແລະກໍ່ສ້າງນະຄອນຮ່າໂນ້ຍ  ມອບຂອງຂວັນທີ່ລະນຶກ ໃຫ້ແກ່ຄະນະຜູ້ແທນພະແນກສຶກສາທິການ ແລະກິລາແຂວງຈໍາປາສັກ. ພາບ: giaoducthoidai.vn

ທ່ານ ບົວທອງ ສຸວັນນະສານ, ຫົວໜ້າພະແນກສຶກສາທິການ ແລະກິລາແຂວງຈໍາປາສັກ ຕີລາຄາສູງຕໍ່ໝາກຜົນ ແລະ ຜົນງານຂອງຂະແໜງການສຶກສານະຄອນຮ່າໂນ້ຍ ຍາດມາໄດ້, ພິເສດແມ່ນການໜູນຊ່ວຍຂອງນະຄອນຮ່າໂນ້ຍ ໃຫ້ບັນດາແຂວງ, ນະຄອນໃນທົ່ວປະເທດ ກໍ່ຄືບາງທ້ອງຖິ່ນຂອງລາວ. ພ້ອມກັນນັ້ນ, ທ່ານຍັງຫວັງວ່າ ສອງຝ່າຍຈະສືບຕໍ່ຜັນຂະຫຍາຍການເຄື່ອນໄຫວໜູນຊ່ວຍ ແລະ ການຮ່ວມມືໃນຂົງເຂດສຶກສາ ແລະ ກໍ່ສ້າງ.

ທີ່ການເຮັດວຽກ, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບເນື້ອໃນຂອງຮ່າງຮ່ວມມືໃນຕໍ່ໜ້າ. ຕາມນັ້ນແລ້ວ, ຖ້າຫາກໄດ້ໃຫ້ອະນຸຍາດຈາກການນຳຂອງສອງແຂວງ, ນະຄອນຮ່າໂນ້ຍ ແລະແຂວງຈຳປາສັກ, ສອງອົງການຈະຈັດຕັ້ງການແລກປ່ຽນຄະນະຜູ້ແທນເພື່ອແລກປ່ຽນບົດຮຽນປະສົບການ, ແບ່ງປັນຮູບແບບການສຶກສາຂອງສອງຝ່າຍ.

ໂດຍ: ທູຈາງ