ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຟ້າມຈ້ອງໂຮ້, ຮອງປະທານຄະນະກຳມະການປະຊາຊົນເມືອງເຫືອງຮ່ວາ, ແຂວງກວາງຈິ ໄດ້ຮັບຮູ້, ຍ້ອງຍໍຊົມເຊີຍບັນດາໝາກຜົນພາຍຫຼັງ 15 ປີແຫ່ງການແຮກສ່ຽວລະຫວ່າງບ້ານລອງແທ່ງ (ຕາແສງເຕິນລອງ, ເມືອງເຫືອງຮ່ວາ, ແຂວງກວາງຈິ, ຫວຽດນາມ) ແລະບ້ານມະຫາດ (ກຸ່ມບ້ານກະຕູບ-ມະຫາດ, ເມືອງເຊໂປນ, ແຂວງສະຫວັນນະເຂດ, ລາວ).

ທ່ານຮອງປະທານຄະນະກຳມະການປະຊາຊົນເມືອງເຫືອງຮ່ວາ ປາດຖະໜາຢາກວ່າ ໃນໄລຍະຈະມາເຖິງ, ສອງບ້ານຈະສືບຕໍ່ປະຕິບັດບັນດາລະບຽບການທີ່ໄດ້ລົງນາມເປັນຢ່າງດີ. ຄະນະພັກ, ອຳນາດການປົກຄອງສອງບ້ານຈະສົມທົບກັນຍູ້ແຮງວຽກງານໂຄສະນາເຜີຍແຜ່ແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະເອກະສານກົດໝາຍຂອງລັດຂອງແຕ່ລະຝ່າຍ, ເປັນຕົ້ນແມ່ນດຳລັດກ່ຽວກັບເສັ້ນຊາຍແດນ ແລະຫຼັກໝາຍຊາຍແດນແຫ່ງຊາດລະຫວ່າງສອງປະເທດເພື່ອໃຫ້ປະຊາຊົນກໍາແໜ້ນ ແລະປະຕິບັດຢ່າງເຂັ້ມງວດ; ສ້າງຫຼາຍຮູບແບບທີ່ດີ, ວິທີເຮັດຢ່າງມີຫົວຄິດປະດິດສ້າງເພື່ອຊ່ວຍເຫຼືອເຊິ່ງກັນ ແລະກັນລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ພັດທະນາເສດຖະກິດ.

leftcenterrightdel
ຜູ້ຕາງໜ້າຄ້າຍທະຫານຊາຍແດນ ທ້ວນ ແລະການນໍາຂອງຕາແສງ ເຕິນລອງ ມອບຂອງຂວັນໃຫ້ບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນ. ພາບ: ເຟືອກຈຸງ

ພ້ອມດຽວກັນນນັ້ນ, ໃນແຕ່ລະປີຈະຕ້ອງຈັດຕັ້ງການປະເມີນຜົນ, ຕີລາຄາສະພາບການ ແລະຖອດຖອນບົດຮຽນໃນວຽກງານຂອງການແຮກສ່ຽວກຸ່ມຊຸມຊົນທີ່ຢູ່ສອງຟາກຊາຍແດນ, ຜ່ານນັ້ນສ້າງບັນດາໂຄງການ, ແຜນການປະຕິບັດໃຫ້ນັບມື້ນັບມີປະສິດທິຜົນກວ່າ; ເປັນເຈົ້າການຕໍ່ສູ້, ເດັດດ່ຽວສະກັດກັ້ນບັນດາອິດທິກຳລັງປໍລະປັກ,  ສວຍໃຊ້ບັນດາບັນຫາຊົນເຜົ່າ, ສາສະໜາເພື່ອແບ່ງແຍກຄວາມສາມັກຄີອ້າຍນ້ອງລະຫວ່າງສອງບ້ານເວົ້າສະເພາະ ແລະຄວາມສາມັກຄີອ້າຍນ້ອງ ຫວຽດນາມ - ລາວ ເວົ້າລວມ.

ເນື່ອງໃນໂອກາດນີ້, ຄະນະກຳມະການປະຊາຊົນເມືອງເຫືອງຮ່ວາ, ກອງບັນຊາການທະຫານຊາຍແດນ ແຂວງກວາງຈິ, ຄະນະກໍາມະການປະຊາຊົນເມືອງເຊໂປນ ໄດ້ມອບໃບຍ້ອງຍໍໃຫ້ບັນດາໝູ່ຄະນະ ແລະບຸກຄົນທີ່ມີຜົນງານດີເດັ່ນໃນວຽກງານແຮກສ່ຽວກຸ່ມຊຸມຊົນທີ່ຢູ່ສອງຟາກຊາຍແດນ. ຄະນະກຳມະການປະຊາຊົນຕາແສງ ເຕິນລອງ ແລະຄ້າຍທະຫານຊາຍແດນ ທ້ວນ, ຂຶ້ນກັບກອງບັນຊາການທະຫານຊາຍແດນແຂວງກວາງຈິ ໄດ້ມອບຂອງຂວັນໃຫ້ບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນ.

ໂດຍ: ຈາງຫງວຽນ