ເຂົ້າຮ່ວມພິທີມີທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ; ທ່ານນາງ ປານີ ຢາທໍ່ຕູ ຮອງປະທານປະເທດລາວ; ບັນດາສະຫາຍການນຳ, ອະດີດການນຳພັກ, ລັດລາວ; ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ; ຜູ້ຕາງໜ້າບັນດາກຳລັງປະກອບອາວຸດພ້ອມດ້ວຍປະຊາຊົນລາວບັນດາເຜົ່າທຸກຊັ້ນວັນນະ.

ໃນສູນທອນບົດ, ທ່ານນາງ ປານີ ຢາທໍ່ຕູ ຮອງປະທານປະເທດລາວ ຊີ້ແຈ້ງວ່າ ໄຊຊະນະດ້ຽນບຽນຝູ ທີ່ “ດັງກ້ອງໄປທົ່ວ 5 ທະວີບ, ສັ່ນສະເທືອນໄປທົ່ວໂລກ” ມີຄວາມໝາຍປະຫວັດສາດອັນຍິ່ງໃຫຍ່ຕໍ່ປະຊາຊົນຫວຽດນາມ ວິລະຊົນ, ສະແດງໃຫ້ເຫັນນ້ຳໃຈຮັກຊາດ, ເຈດຈຳນົງບໍ່ຍອມຈຳນົນ, ອົງອາດກ້າຫານຂອງຊາດຫວຽດນາມ.

leftcenterrightdel
ທ່ານນາງ ປານີ ຢາທໍ່ຕູ ຮອງປະທານປະເທດລາວ ອ່ານສູນທອດບົດທີ່ພິທີ. ພາບ: ຈິ້ງຢູງ

ໄຊຊະນະດັ່ງກ່າວໄດ້ສະແດງໃຫ້້ເຫັນຄວາມສະຫຼາດສ່ອງໃສຂອງພັກແຮງງານຫວຽດນາມ (ປະຈຸບັນແມ່ນພັກກອມມູນິດຫວຽດນາມ), ນຳໜ້າໂດຍປະທານໂຮ່ຈີມິນ, ທິດນຳສູ້ຮົບ ຢ່າງຖືກຕ້ອງຂອງທ່ານພົນເອກ ຫວໍງວຽນຢາບ ຈາກການ “ຕີໄວ, ໄຊຊະນະໄວ” ໄປສູ່ການ “ຕີແນ່ນອນ, ກ້າວເດີນແນ່ນອນ”. ນັ້ນແມ່ນໄຊຊະນະຂອງນໍ້າໃຈສາມັກຄີສູ້ຮົບທີ່ບໍລິສຸດຜຸດຜ່ອງຂອງທະຫານ  ແລະປະຊາຊົນ 3 ປະເທດຫວຽດນາມ, ລາວ ແລະກຳປູເຈຍ.

ທ່ານນາງຮອງປະທານປະເທດລາວ ເນັ້ນໜັກວ່າ ໄຊຊະນະດ້ຽນບຽນຝູ ໄດ້ສົ່ງຜົນກະທົບໂດຍກົງເຖິງການປະຕິວັດລາວ, ອໍານວຍຄວາມສະດວກໃຫ້ແກ່ການຕໍ່ສູ້ຂອງປະຊາຊົນລາວ ໃນສະໜາມຮົບຕ່າງໆ.

leftcenterrightdel
ບັນຍາກາດທີ່ງານໂຮມຊຸມນຸມມິດຕິງ ລະດັບຊາດຂອງລາວ. ພາບ: ຈິ້ງຢຸງ.
leftcenterrightdel
ລາຍການສະແດງສິລະປະຍ້ອງຍໍສັນລະເສີນນ້ຳໃຈສາມັກຄີຮ່ວມສຳພັນສູ້ຮົບລາວ-ຫວຽດນາມ. ພາບ: ຈິ້ງຢຸງ.

ທ່ານນາງຮອງປະທານປະເທດລາວ ໃຫ້ຮູ້ວ່າ “ພວກຂ້າພະເຈົ້າມີຄວາມເປັນກຽດເມື່ອກອງທັບປະຊາຊົນລາວ ໄດ້ປະກອບສ່ວນເຂົ້າໃນໄຊຊະນະດ້ຽນບຽນຝູ ດ້ວຍການເປີດບັ້ນຮົບບຸກໂຈມຕີຢູ່ພາກໃຕ້ລາວ ແລ້ວຂຶ້ນໄປພາກເໜືອລາວ, ພິເສດແມ່ນບັ້ນຮົບນ້ຳອູ ໄດ້ທຳລາຍບ່ອນອີງ ແລະເສັ້ນທາງຖອນທັບຂອງສັດຕູ, ສ້າງເງື່ອນໄຂໃຫ້ກອງທັບປະຊາຊົນຫວຽດນາມ ເປີດບັ້ນຮົບດັບສູນຖານທັບດ້ຽນບຽນຝູ”.

ຕາມທ່ານນາງຮອງປະທານປະເທດລາວ, ສອງກອງທັບ ແລະປະຊາຊົນລາວ ແລະຫວຽດນາມ ຍາມໃດກໍ່ຄຽງບ່າຄຽງໄຫຼ່ໃນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ ແລະຈັກກະພັດ. ພາຍໃຕ້ການນຳພາຂອງພັກກອມມູນິດ ອິນດູຈີນ, ພັກປະຊາຊົນປະຕິວັດລາວ, ທະຫານ ແລະປະຊາຊົນສອງປະເທດພ້ອມກັນຍາດໄດ້ໄຊຊະນະ, ຍາດເອົາເອກະລາດມາໃຫ້ປະເທດຊາດ.

ໂດຍ: ແສງເດືອນ