ແຈ້ງການໄດ້ລະບຸຢ່າງຈະແຈ້ງກ່ຽວກັບການໂຈະການເຂົ້າເມືອງສຳລັບຄົນຕ່າງປະເທດທີ່ມາຈາກ 4 ປະເທດກຳລັງມີການແຜ່ລະບາດພະຍາດຢ່າງຮ້າຍແຮງລວມມີ ອິນເດຍ, ໄທ, ກຳປູເຈຍ ແລະລາວ  ຫຼື ເຄີຍຢູ່/ຜ່ານປະເທດເຫຼົ່ານີ້ພາຍໃນ 21 ວັນກ່ອນທີ່ເຂົ້າເມືອງຫວຽດນາມ, ຍົກເວັ້ນກໍລະນີມີຄວາມຈຳເປັນພິເສດ. ຂໍ້ກຳນົດດັ່ງກ່າວນີ້ບໍ່ໄດ້ນຳໃຊ້ຕໍ່ຄົນຕ່າງປະເທດທີ່ເຂົ້າເມືອງຫວຽດນາມ ມານຳພາຫະນະຂົນສົ່ງສິນຄ້າ ແລະບໍ່ໃຫ້ສໍາຜັດກັບຊຸມຊົນຢູ່ຫວຽດນາມ ແລະອອກເມືອງໄປກັບພາຫະນະດັ່ງກ່າວພາຍຫຼັງທີ່ຂົນຖ່າຍ ແລະຂົນສົ່ງສິນຄ້າ.

leftcenterrightdel
ພະນັກງານຄ້າຍທະຫານຊາຍແດນດ່ານສາກົນລາວບາວ ເຮັດລະບຽບການໃຫ້ພົນລະເມືອງຈາກລາວ ເຂົ້າເມືອງຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ໃນສະພາບພະຍາດມີການຜັນແປຢ່າງສັບສົນຢູ່ພາຍໃນປະເທດ, ສະຖານທູດໄດ້ກ່າວເຕືອນໃຫ້ພໍ່ແມ່ປະຊາຊົນບໍ່ຄວນກັບເມືອປະເທດ, ຕ້ອງເພີ່ມທະວີມາດຕະການປ້ອງກັນ, ຕ້ານພະຍາດ,  ປະຕິບັດຕາມຂໍ້ກໍານົດຂອງປະເທດລາວ ຢ່າງເຂັ້ມງວດ, ຢ່າອອກຈາກບ່ອນຢູ່ອາໄສຍົກເວັ້ນແຕ່ກໍລະນີສຸກເສີນ.

ສໍາລັບກໍລະນີທີ່ມີຄວາມຕ້ອງການກັບເມືອປະເທດ ຍ້ອນສາເຫດຈຳເປັນພິເສດນັ້ນຄວນລົງທະບຽນກັບສະຖານທູດ ແລະສະຖານກົງສູນໃຫຍ່ຫວຽດນາມ ປະຈຳລາວ ເພື່ອປຶກສາຫາລືກັບອົງການເຈົ້າໜ້າທີ່ພາຍໃນປະເທດ ແລະຈັດບ່ອນແຍກປ່ຽວກ່ອນທີ່ເຂົ້າເມືອງຫວຽດນາມ ຕາມຂໍ້ກໍານົດກ່ຽວກັບການປ້ອງກັນ, ຕ້ານພະຍາດ ແລະກໍາລັງຄວາມສາມາດໃນການແຍກປ່ຽວຢູ່ພາຍໃນປະເທດ.

ສໍາລັບກໍລະນີທີ່ບໍ່ປະຕິບັດຕາມຂໍ້ກໍານົດກ່ຽວກັບການເຂົ້າ-ອອກເມືອງ, ຂ້າມດ່ານຊາຍແດນ ຫຼື ຈັດຕັ້ງການຂ້າມດ່ານຊາຍແດນຢ່າງຜິດກົດໝາຍຈະຖືກລົງໂທດຢ່າງເຂັ້ມງວດຕາມກົດໝາຍ.

ໂດຍ: ທະນາພອນ