ຕາມທ່ານ ຫງວຽນຈ້ອງເຫງັຍ ແລ້ວ, ສອງຝ່າຍໄດ້ແລກປ່ຽນຄະນະຜູ້ແທນສອງຝ່າຍ, ຈັດຕັ້ງກອງປະຊຸມສໍາມະນາທິດສະດີລະຫວ່າງສອງພັກ; ຊີ້ນໍາ, ກໍານົດທິດໃຫ້ອົງການສື່ມວນຊົນ ແລະຄະນະໂຄສະນາສຶກສາທ້ອງຖິ່ນຕ່າງໆ ເພີ່ມທະວີການໂຄສະນາກ່ຽວກັບເຫດການສໍາຄັນ, ຜົນງານໃນກິດຈະການສ້າງສາ ແລະພັດທະນາປະເທດຂອງລາວ, ນ້ຳໃຈໄມຕີຈິດມິດຕະພາບ, ຄວາມສາມັກຄີທີ່ໝັ້ນແກ່ນລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ. 

leftcenterrightdel
ບັນຍາກາດທີ່ການສົນທະນາທາງໄກ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ຫງວຽນຈ້ອງເຫງັຍ ສະເໜີໃຫ້ສອງຄະນະຄົ້ນຄວ້າເພື່ອກະກຽມລົງນາມຂໍ້ຕົກລົງວ່າດ້ວຍການຮ່ວມມື ໄລຍະ 2022-2026 ດ້ວຍເນື້ອໃນຮ່ວມມືທີ່ສອດຄ່ອງກັບຄວາມຕ້ອງການ, ໜ້າທີ່ໃໝ່ຂອງສອງພັກ, ພິເສດແມ່ນຕິດພັນກັບການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກຂອງແຕ່ລະປະເທດ, ຮັບປະກັນຄວາມເປັນໄປໄດ້, ແທດຈິງ ແລະມີປະສິດທິຜົນກວ່າອີກ. ສອງຄະນະຈະຄົ້ນຄວ້າກ່ຽວກັບຄວາມສາມາດໃນການຈັດຕັ້ງກອງປະຊຸມສໍາມະນາຕາມຮູບການທາງອອນລາຍ, ໃນເງື່ອນໄຂທີ່ບໍ່ສາມາດຈັດໃຫ້ຄະນະຜູ້ແທນແລກປ່ຽນໂດຍກົງໄດ້ຍ້ອນຜົນສະທ້ອນຂອງພະຍາດໂຄວິດ-19.

ແບ່ງປັນຕໍ່ຄວາມຫຍຸ້ງຍາກ ແລະສິ່ງທ້າທາຍ ເຊິ່ງ ລາວ ກໍາລັງປະເຊີນໜ້າ, ທ່ານ ຫງວຽນຈ້ອງເຫງັຍ ຢັ້ງຢືນວ່າ: ພັກ, ລັດ ແລະປະຊາຊົນຫວຽດນາມ ຍາມໃດກໍຄຽງບ່າຄຽງໄຫຼ່ໄປພ້ອມກັບພັກ, ລັດ ແລະປະຊາຊົນລາວ ອ້າຍນ້ອງໃນການຕໍ່ສູ້, ຕ້ານພະຍາດໂຄວິດ-19.

ສ່ວນທ່ານ ຄໍາພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກປະຊາຊົນ ປະຕິວັດລາວ ເຊື່ອໝັ້ນວ່າ ການພົວພັນຮ່ວມມືລະຫວ່າງສອງຄະນະ ຈະມີບາດກ້າວພັດທະນາຢ່າງແຮງກວ່າໃນໄລຍະໃໝ່, ປະກອບສ່ວນປັບປຸງ, ເພີ່ມພູນຄູນສ້າງນໍ້າໃຈໄມຕີຈິດມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ-ລາວ.

ໂດຍ: ກວຽດເຕິມ