leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: kpl.gov.la

ໃນໂອກາດນີ້, ຄະນະທີມແພດຈາກພະແນກສາທາລະນະສຸກແຂວງສະຫວັນນະເຂດ ແລະຄະນະທີມແພດຊ່ຽວຊານ ຈາກ ສສ ຫວຽດນາມ ກໍໄດ້ຜ່ານບົດສະຫລຸບລາຍງານຜົນການຈັດຕັ້ງປະຕິບັດວຽກງານສະກັດກັ້ນ, ຄວບຄຸມ ແລະປ້ອງກັນ ການລະບາດຂອງພະຍາດໂຄວິດ-19. ຈາກນັ້ນ, ຄະນະທີມແພດກໍໄດ້ເຮັດວຽກຮ່ວມກັນ ເຊິ່ງໄດ້ແບ່ງອອກເປັນສອງທີມ ຄື: ທີມຄຸ້ມຄອງກໍລະນີ ແລະ IPC ເຊິ່ງລົງພາກສະໜາມຢູ່ວິທະຍາໄລວິທະຍາສາດສຸຂະພາບ, ທີມທີສອງແມ່ນທີມເຝົ້າລະວັງ, ຄວບຄຸມລະບາດ ແລະຂ້າເຊື້ອ ເຊິ່ງຈະໄດ້ລົງສູນກັກກັນຫລັກ 4, ຈຸດກັກກັນບ່ອນອື່ນໆ, ຈຸດເກັບຕົວຢ່າງ, ເຮັດວຽກຮ່ວມກັບສູນກັກກັນແຮງງານ, ທີມຂ້າເຊື້ອ ແລະລົງພາກສະໜາມຢູ່ໂຮງໝໍແຂວງເປັນຕົ້ນ ຢູ່ຫ້ອງວິເຄາະ, ຫ້ອງ ICU, ຫ້ອງ OPD ແລະ ອື່ນໆ.

ໂດຍ: ຂ່າວສານປະເທດລາວ